spot_img
Homeຂ່າວຕ່າງປະເທດກອງທັບຊີຣີທຳລາຍວົງລ້ອມໄອຊິດ ເປີດຖານທັບອາກາດເມືອງເລບໂປສຳເລັດ

ກອງທັບຊີຣີທຳລາຍວົງລ້ອມໄອຊິດ ເປີດຖານທັບອາກາດເມືອງເລບໂປສຳເລັດ

Published on

EyWwB5WU57MYnKOuXohpvnK1IM6s7ia08XvbLHwZDzTePfepKtMZev

ກອງທັບ​ລັດຖະບານ​ຊີ​ຣີທຳ​ລາ​ຍວົງ​ລ້ອມ​ທີ່​ປິດ​ກັ້ນ​ຖານ​ທັບ​ອາ​ກາດ​ໃນ​ເມືອ​ງ​ເລບ​ໂປ​ສຳ​ເລັດ​ແລ້ວ ຫລັງ​ເລີ່ມ​ປະຕິບັດການ​ຢຶດ​ຄືນ​ພື້ນ​ທີ່​ຮ່ວມ​ກັບ​ນັກຮົບ​ອີກ​ຫລາຍ​ຊາດ…

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ກອງທັບ​ລັດຖະບານ​ຊີ​ຣີ​ສາ​ມາດທຳ​ລາ​ຍວົງ​ລ້ອມ​ຂອງ​ກຸ່ມ​ຕິດ​ອາ​ວຸດ​ລັດ​ອິດ​ສະລາມ (ໄອ​ຊິດ) ທີ່​ປິດ​ຖານ​ທັບ​ອາ​ກາດ ຄູ​ໄວ​ລິດ ໃນ​ເມືອ​ງ​ເລບ​ໂປ​ທາງ​ຕອນ​ເໜືອ​ຂອງ​ປະເທດ​ມາ​ດົນ​ເກືອບ 2 ປີ​ສຳ​ເລັດ​ແລ້ວ​ເມື່ອ​ມື້ວັນ​ອັງ​ຄານ 11 ພະຈິກ ລວມ​ທັງ​ສາມາດ​ສັງ​ຫານ​ນັກຮົບ​ຕິດ​ອາ​ວຸດ​ໄດ້​ເປັນ​ຈຳນວນ​ຫລາຍ

ໃນ​ໄລຍະຫລາຍ​ອາທິດ​ທີ່​ຜ່ານມາ ເກີດ​ການ​ຕໍ່ສູ້​ຢ່າງ​ດຸເດືອດໃນ​ພື້ນ​ທີ່​ໂດຍ​ຮອບ​ເມືອ​ງ​ເລບ​ໂປ ຫລັງ​ຈາກ​ກອງທັບ​ລັດຖະບານ​ຊີ​ຣີ​ຊຶ່ງ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ນັກຮົບ​ເລ​ບາ​ນອນ​ແລະ​ອິ​ຫລ່ານ ເລີ່ມ​ປະຕິບັດການ​ຢຶດ​ຄືນ​ພື້ນ​ທີ່​ຈາກ​ກຸ່ມ​ຕິດ​ອາ​ວຸດ​ ແລະ​ ຫລ້າ​ສຸດ​ກອງທັບ​ລັດຖະບານ​ກໍ​ສາ​ມາດທຳ​ລາ​ຍວົງ​ລ້ອມ​ເຂົ້າໄປ​ຫາ​ທະຫານ​ທີ່​ຢູ່ໃນ​ຖານ​ທັບ​ອາ​ກາດ​ຄູ​ໄວ​ລິດ​ໄດ້​ສຳ​ເລັດ

ຂະນະ​ດຽວ​ກັນ ກຸ່ມ​ສັງເກດ​ການ​ເພື່ອ​ສິດ​ທິມ​ະນຸດ​ຊົນ​ໃນ​ຊີ​ຣີ (ເອັສ​ໂອ​ເອັສ​ອາ) ລາຍ​ງານ​ດ້ວຍ​ວ່າ ກຸ່ມ​ຕິດອາວຸດ​ຍິງ​ປືນ​ໃຫຍ່​ເຂົ້າໄປ​ໃນ​ເມືອງ​ລາ​ຕາ​ເກຍ ຕິດ​ທະ​ເລ​ເມ​ດິ​ເຕີ​ເລ​ນ່ຽນ ເຮັດໃຫ້​ມີ​ຜູ້​ເສຍຊີວິດ 22 ລາຍ ແລະ​ບາດ​ເຈັບ​ອີກ​ຈຳນວນ​ຫລາຍ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...