spot_img
Homeມູມໄອທີລາວໂທລະສັບຕົກນ້ຳ ຈະເຮັດແນວໃດດີ

ໂທລະສັບຕົກນ້ຳ ຈະເຮັດແນວໃດດີ

Published on

ປັດຈຸບັນນີ້ເທັກໂນໂລຢີ ໃດ້ເຂົ້າມາມີບົດບາດໃນຊີວິດ ຂອງຄົນເຮົາຢ່າງຫຼວງຫຼາຍ ຖ້າຈະເວົ້າເຖິງເທັກໂນໂລຢີແລ້ວ ໂທລະສັບກໍ່ເປັນເທັກໂນໂລຢີຫນຶ່ງ
ທີ່ບໍ່ເວົ້າເຖິງບໍ່ໃດ້ເລຍ ເພາະວ່າປັດຈຸບັນນີ້ທຸກຄົນອາດຈະມີໂທລະສັບໃຊ້ກັນຢ່າງແນ່ນອນ ສຳລັບຄນທີ່ບໍ່ມີໂທລະສັບໃຊ້ຄົງຈະເປັນໄປບໍ່ໃດ້ ຫຼືອາດຈະມີນ້ອຍ
ເພາະໂທລະສັບມີຄວາມຈຳເປັນຫຼາຍ ຢ່າງເຊັ່ນ ໃຊ້ໃນການຕິດຕໍ່ສື່ສານ ການໃຊ້ອິນເຕີເນັດ ເປັນຕົ້ນ
ສຳລັບວິທີການຮັກສາເບິ່ງແຍ້ງໂທລະສັບ ເພື່ອທີ່ຈະໃຫ້ຢູ່ກັບເຮົາໃດ້ນານ ທ່ານຈະຕ້ອງໃຊ້ແບັດຖະນຸຖະນອມ ແລະມື້ນີ້ເຮົາມີຄວາມຮູ້ທົ່ວໄປໃນການແກ້ບັນຫາ
ຖ້າເກີດວ່າໂທລະສັບຂອງທ່ານນັ້ນ ໃດ້ຫຼົ້ນຕົກນ້ຳໄປຈະເຮັດແນວໃດດີ ມີດັ່ງນີ້ັ:

cellphone-drop

 

– ຖ້າເກີດວ່າໂທລະສັບຂອງທ່ານ ຫຼົ່ນຕົກນ້ຳໄປ ກໍ່ໃຫ້ທ່ານັ້າວນຳເອົາໂທລະສົບນັ້ນ ຂື້ນມາຈາກນ້ຳທັນທີ
– ແລະຢ່າເປີດເຄື່ອງເດັດຂາດ ເນືອງຈາກຈະເຮັດໃຫ້ເກີດວົງຈອນ ຂອງເຄື່ອງເກິດການຊອດໃດ້
– ຈາກນັ້ນກໍ່ໃຫ້ນຳອຸປະກອນຕ່າງໆ ມາແຍກຊີ້ນສ່ວນອອກ ຢ່າງເຊັ່ນ ໃຫ້ແຍກໂທລະສັບ ແລະແບັດເຕີລີ່ ແລະຊີມ ອອກຈາກກັນ
– ເສັດແລ້ວກໍ່ໃຫ້ສະບັດນ້ຳອອກແຮງໆ ເພາະວ່າຈະໃດ້ເອົານ້ຳອອກຈາກເຄື່ອງ ຫຼືວ່າທ່ານຈະໃຊ້ພັດລົມ ເປົ່າໃດ້ເຊັ່ນກັນແລະຢ່ານຳໄປຕາກແດດເດັດຂາດ
ເນື່ອງຈາກຄວາມຮ້ອນ ທີ່ໃດ້ຈາກແສງແດດນັ້ນ ມັນສູງເກີນໄປ
– ຖ້າເກີດວ່າໂທລະສັບແຫ້ງແລ້ວ ກໍ່ໃຫ້ນຳໄປແຊ່ ໃວ້ໃນຖັງເຂົ້າສານແລະປະໃວ້ສັກ 1-2 ມື້
– ຫຼັງຈາກນັ້ນກໍ່ໃຫ້ນຳແບັດເຕີລີ່ແລະຊີມທີ່ທອດໃວ້ນັ້ນນຳມາທົດລອງໃສ່ຈາກນັ້ນກໍ່ລອງເປີດເຄື່ອງເບິ່ງແລ້ວກໍ່ກວດເຄື່ອງເບິ່ງໃຫ້ຮຽບຮ້ອຍວ່າໃຊ້ໃດ້ຫຼືບໍ່
ພຽງເທົ່ານີ້ທ່ານກໍ່ຈະໃດ້ໂທລະສັບເຄື່ອງເດີ່ມກັບມາໃຊ້ຄືເກົ່າ.

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...