HomeມູມໄອທີລາວNokia ກຽມປ່ອຍ Lumia 2020 ແທັບເລັດ 8 ນິ້ວໃນຕົ້ນປີໜ້າ

Nokia ກຽມປ່ອຍ Lumia 2020 ແທັບເລັດ 8 ນິ້ວໃນຕົ້ນປີໜ້າ

Published on

<ignore_js_op>

ຂ່າວລືແທັບເລັດຕົວໃໝ່ຈາກ Nokia ມາແລ້ວ ໂດຍເທື່ອນີ້ຈະມາໃນລະຫັດ Nokia Lumia 2020 ຫຼືຊື່ໃນການພັດທະນາວ່າ illusionist ໂດຍແຕກຕ່າງຈາກ Lumia 2520 ບ່ອນທີ່ເປັນແທັບເລັດໜ້າຈໍ 8 ນິ້ວນັ້ນເອງ

ຈາກແຫຼ່ງຂ່າວທີ່ບໍ່ເປີດເຜີຍຕົວຕົນບອກກັບ DigiTimes ວ່າ Lumia 2020 ໜ້າຈະວາງຂາຍໃນໄຕມາດທຳອິດຂອງປີ 2014 ເຊິ່ງຖ້າແຫຼ່ງຂ່າວນີ້ຖືກຕ້ອງ ໝາຍຄວາມວ່າ Nokia ຈະມີເວລາອີກປະມານເດືອນກວ່າໆ ໃນການກຽມພ້ອມເປີດຕົວ ແລະວາງຈຳໜ່າຍ

ສຳລັບຕອນນີ້ເຮົາຍັງບໍ່ຮູ້ວ່າ Nokia Lumia 2020 ນັ້ນຈະໃຊ້ງານ Windows Phone 8 ຫຼືວ່າ Windows RT ກັນແນ່ ລວມໄປເຖິງສະເປັກຂອງຕົວເຄື່ອງນັ້ຍັງບໍ່ໄດ້ເປີດເຜີຍອີກນຳ ແຕ່ຈາກຮູບແບບແລະແຜນການພັດທະນາຂອງ Microsoft ແລ້ວ ການທີ່ເປັນແທັບເລັດໜ້າຈະໝາຍເຖິງໃຊ້ງານ Windows RT ນັ້ນເອງ

ທີ່ມາ: www.deklao.com

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...