spot_img
Homeຂ່າວຕ່າງປະເທດການສົ່ງທະຫານເຂົ້າຊີເຣຍຂອງ ໂອບາມາ ຈະສົ່ງສັນຍານເຖິງໃຜ?

ການສົ່ງທະຫານເຂົ້າຊີເຣຍຂອງ ໂອບາມາ ຈະສົ່ງສັນຍານເຖິງໃຜ?

Published on

12208409_1686650388217643_3273620294059451081_n

ຈາກທີ່ມີລາຍງານວ່າ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອະນຸມັດໃຫ້ມີການສົ່ງ ກອງກຳລັງທະຫານພິເສດ ຂະໜາດນ້ອຍເຂົ້າໄປໃນຊີເຣຍ ເພື່ອສູ້ກັບກຸ່ມກໍ່ການຮ້າຍໄອເອສນັ້ນ, ເມື່ອວັນທີ 30 ຕຸລາ ທຳນຽບຂາວຖະແຫຼງການວ່າ ປະທານາທິບໍດີ ໂອບາມາ ໄດ້ອະນຸມັດໃຫ້ມີການຈັດສົ່ງກອງກຳລັງ ທະຫານບໍ່ເຖິງ 50 ຄົນ ເຂົ້າໄປໃນຊີເຣຍ ເຊິ່ງຈະຊ່ວຍກຸ່ມກະບົດຊີເຣຍ ສູ້ກັບກຸ່ມໄອເອສ ທ່ານ ຈອດ ເອີເນສ ໂຄສົກທຳນຽບຂາວເນັ້ນວ່າ ກຸ່ມທະຫານດັ່ງກ່າວຮັບໜ້າທີ່ ທີ່ຈະເຝິກຊ້ອມ ແນະນຳແລະຊ່ວຍເຫຼືອ ແຕ່ບໍ່ໄດ້ມີໜ້າທີ່ທີ່ຈະໄປ ສູ້ຮົບແຕ່ຢ່າງໃດ.

ບໍ່ວ່າຈຸດປະສົງ ທີ່ແທ້ຈິງທີ່ສະຫະລັດຯ ໄດ້ຈັດສົ່ງກອງທະຫານເຂົ້າຊີເຣຍ ຄືຫຍັງກໍຕາມ ແຕ່ທີ່ແນ່ໆ ຄືວິກິດຊີເຣຍທີ່ມີມາດົນ 4 ປີນີ້ ສະຫະລັດຯ ພັດເລືອກທີ່ຈະສົ່ງທະຫານເຂົ້າໄປຕອນນີ້ ເຊິ່ງການກະທຳດັ່ງກ່າວຕ້ອງການ ຈະສົ່ງສັນຍານເຖິງໃຜ?

ຫລິວຈ້ຽນ ນັກວິເຄາະຂ່າວ ໂດຍຖືກເຜີຍແຜ່ໂດຍສຳນັກຂ່າວ ຊິນຫົວຕ່າງປະເທດຂອງຈີນ ໄດ້ວິເຄາະໄວ້ວ່າ
ສັນຍານທຳອິດຂອງການສົ່ງທະຫານ ຂອງໂອບາມາຄັ້ງນີ້ຕ້ອງການຈະສື່ເຖິງ ປູຕີນ

ເມື່ອທ້າຍເດືອນກັນຍາເປັນຕົ້ນມາ ຣັດເຊຍໄດ້ເລິ່ມເຂົ້າໄປປະຕິບັດການ ທາງທະຫານ ໃນຊີເຣຍ ແລະເກີດຜົນທີ່ໜ້າເພິ່ງພໍໃຈ ຄືສາມາດຊ່ວຍໃຫ້ລັດຖະບານອັລ-ອັສຊາດ ຢຶດຄວາມໝັ້ນຄົງກັບມາໄດ້ ໄດ້ຮັບຄຳຊົມເຊີຍຈາກປະຊາຄົມໂລກ ສ້າງຄວາມໝັ້ນໃຈໃຫ້ບາຊາ ອັລ-ອັສຊາດ ເຮັດໃຫ້ສະຫະລັດຯ ທີ່ແຕ່ໃດໆມາກໍກຸມອຳນາດທັງໝົດ ເທິງໂລກເສຍໜ້າ ດັ່ງນັ້ນ ໂອບາມາ ຈຶ່ງຟ້າວຊູກຳປັ້ນທີ່ແຂງແຮງຂຶ້ນມາທັນທີ.

ທ່ານ Rothkopf ຊີ້ອອກວ່າ ຈຸດປະສົງທີ່ແທ້ຈິງຂອງໂອບາມາ ທີ່ປັບກົນລະຍຸດນັ້ນ ບໍ່ແມ່ນເພື່ອເປັນທີ່ປຶກສາ ໃຫ້ກັບກຸ່ມກອງທະຫານ ອີກທັງກໍຍັງບໍ່ແມ່ນກຸ່ມໄອເອັສ ແຕ່ເປັນການຕັດສິນໃຈຢ່າງເດັດດ່ຽວ ທີ່ຈະເຂົ້າໄປແຊກແຊງທາງທະຫານ ໃນຊີເຣຍ ເພື່ອຂັດແຍ້ງປະທານາທິບໍດີ ຣັດເຊຍ ປູຕິນ ນັ້ນເອງ.

ສ່ວນສັນຍານທີສອງນັ້ນ ຕ້ອງການຈະສື່ເຖິງກຸ່ມກະບົດ ທີ່ຕໍ່ຕ້ານລັດຖະບານຊີເຣຍ

ການປະຕິບັດການທະຫານຂອງຣັດເຊຍ ບໍ່ພຽງແຕ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ໃຫ້ແກ່ກຸ່ມໄອເອັສ ແຕ່ກໍຍັງເຮັດໃຫ້ກອງກຳລັງກຸ່ມກະບົດຊີເຣຍ ທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດຯ ຢູ່ໃນຂະນະນີ້ກັບຮູ້ສຶກຢ້ານກົວຢ່າງຮຸນແຮງ ດັ່ງນັ້ນ ການສົ່ງກອງກຳລັງພິເສດຂອງໂອບາມາ ຈຶ່ງເປັນການສົ່ງສັນຍານໄປທີ່ກຸ່ມກະບົດວ່າ ສະຫະລັດຯ ບໍ່ແມ່ນບໍ່ສົນໃຈເບິ່ງແຍງພວກເຂົາ ເພື່ອບໍ່ໃຫ້ພວກເຂົາສູນເສຍ ຄວາມໝັ້ນໃຈນັ້ນເອງ.

ສຸດທ້າຍສັນຍານທີສາມນັ້ນ ຕ້ອງການຈະສື່ເຖິງຊາດພັນທະມິດ ຂອງສະຫະລັດຯເອງ ໃນຕາເວັນອອກກາງ

ຕາມທີ່ຣັດເຊຍໄດ້ສະແດງຄວາມແຂງແກ່ນ ໃນຊີເຣຍໄປແລ້ວ ເຮັດຊາດພັນທະມິດ ຂອງສະຫະລັດຯໃນຕາເວັນອອກກາງ ອາດຈະເຜີໄປເຂົ້າຮ່ວມກັບປູຕິນຢ່າງ ບໍ່ຮູ້ໂຕກໍໄດ້ ດ່ັງນັ້ນ ໂອບາມາ ຈຶ່ງຮູ້ສຶກວ່າ ຈະຕ້ອງສະແດງໃຫ້ເຫັນວ່າ ສະຫະລັດຯຍັງຄົງມີອຳນາດໃນຊີເຣຍ ແລະຕາເວັນອອກກາງຢູ່ ແລະຈະບໍ່ແມ່ນໃຜອື່ນໄກນັ້ນເອງ.

(ຜູ້ຂຽນ: ຫຼິວຈ້ຽນ/ ບັນນາທິການ: ເຊົ່າຈິ້ນ / ສໍານັກຂ່າວຊິນຫົວຕ່າງປະເທດ ລາຍງານ)

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...