spot_img
Homeຂ່າວພາຍ​ໃນນັນລົງທຶນຍີ່ປຸ່ນ ທຸ້ມເງິນຊື້ງົວອິຕາລີ່ ມາລ້ຽງທີ່ຊຽງຂວາງ

ນັນລົງທຶນຍີ່ປຸ່ນ ທຸ້ມເງິນຊື້ງົວອິຕາລີ່ ມາລ້ຽງທີ່ຊຽງຂວາງ

Published on

ຍົນຂົນສົ່ງ ໂບອິ້ງ 747-400 ນຳສົ່ງງົວຈາກອົສຕຣາລີ ມາຮອດລາວແລ້ວ ການລໍາລຽງງົວ ງວດທໍາອິດ 300 ກວ່າໂຕຈາກ ປະເທດອົດສະຕາລີ ມາ ຮອດເມືອງລາວແລ້ວ.

ຂປລ. ເຮືອບິນຂອງສາຍກາຍບິນອາທລາສແອອົດສະຕາລີ ໄດ້ລໍາລຽງງົວງວດທໍາອິດ ຈໍານວນ 300 ກວ່າໂຕ ຈາກປະເທດອົດສະຕາລີ ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນຢ່າງເປັນທີ່ຮຽບຮ້ອຍແລ້ວເວລາ 12:00 ຂອງວັນທີ 3 ພະຈິກ 2015 ເພື່ອຈະສືບຕໍ່ນໍາໄປລ້ຽງຢູ່ຟາມລ້ຽງງົວທີ່ແຂວງຊຽງຂວາງ ພາຍຫລັງນັກລົງທຶນຍີ່ປຸ່ນ ໄດ້ສັ່ງຊື້ຫລາຍກວ່າ 1.000 ໂຕ.
ເຈົ້າໜ້າທີ່ຈາກກະຊວງກະສິກໍາ ແລະ ປ່າໄມ້ເປີດເຜີຍວ່າ: ບໍລິສັດພັດທະນາກະສິກໍາລາວ-ຍີ່ປຸ່ນຊຽງຂວາງຈໍາກັດ ໄດ້ລົງທຶນສໍາປະທານເນື້ອທີ່ດິນເປົ່າວ່າງປະມານ 1.500 ເຮັກຕາຢູ່ເມືອງແປກ ແຂວງຊຽງຂວາງ ໂດຍມີຈຸດລ້ຽງງົວພັນຊີ້ນ ແລະ ງົວນົມເພື່ອສະໜອງໃຫ້ພາຍໃນ ແລະ ຕ່າງປະເທດ ພ້ອມດຽວກັນນັ້ນ ນັກລົງທຶນຍີ່ປຸ່ນຍັງສ້າງຕັ້ງໂຮງງານປຸງແຕ່ງຊີ້ນ ແລະ ນົມຢູ່ແຂວງດັ່ງກ່າວ.
ປັດຈຸບັນນີ້ ເນື້ອທີ່ດິນເປົ່າວ່າງ ແລະ ເຊື່ອມໂຊມໄດ້ຮັບການປັບປຸງ ແລະ ປູກຫຍ້າເກືອບສໍາເລັດ ສະນັ້ນ ງົວພັນຊີ້ຈໍານວນ 300 ກວ່າໂຕເຫລົ່ານັ້ນແມ່ນມີອາຫານຮອງຮັບໄວ້ແລ້ວເພາະບໍລິສັດດັ່ງກ່າວໄດ້ລົງມືປູກຫຍ້າກຽມໄວ້ແລ້ວ. ແນວໃດກໍດີ ຍັງເຫລືອງງົວພັນຊີ້ນ ແລະ ພັນນົມອີກ 1.000 ກວ່າໂຕຄາດວ່າຈະຂົນສົ່ງມາໃນໄວໆນີ້.
12063634_1073269009371437_2511130484091746309_n 12190047_1073269012704770_4246599352737368897_n 12196214_1073269016038103_9094115999654446996_n

ເນື້ອໃນຂ່າວໄດ້ຈາກ ສຳນັກຂ່າວສານແຫ່ງປະເທດລາວ
ຮູບພາບງາມໆ ຈາກອ້າຍ : Souphaxay

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...