spot_img
Homeມູມໄອທີລາວບີລາຍມອບຄ່ານຳໃຊ້ຄວາມຖີ່ວິທະຍຸເກືອບ 8 ຕື້ກີບ

ບີລາຍມອບຄ່ານຳໃຊ້ຄວາມຖີ່ວິທະຍຸເກືອບ 8 ຕື້ກີບ

Published on

ບໍລິສັດ ວິມ​ເປວ​ຄອມ​ລາວ ຈຳກັດ (ບີ​ລາຍ) ເປັນ​ບໍລິສັດ​ໜຶ່ງ​ທີ່​ໄດ້​ດຳເນີນ​ທຸລະ​ກິດ​ກ່ຽວ​ກັບ​ດ້ານ​ໂທລະ​ຄົມ​ໂທລະສັບ​ມື​ຖື​ຢູ່ ​ສປປ ລາວ ເຊິ່ງ​ໃນ​ແຕ່​ລະ​ປີ​ທາງ​ບໍລິສັດ​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກລົງ ແລະ ລະບຽບ​ການ​ຕ່າງໆ​ທີ່​ທາງ​ລັດຖະບານ ​ສປປ ລາວ ໄດ້​ວາງ​ອອກ.

ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ວ່າການ ກະຊວງ​ໄປສະນີ​ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ສະບັບ​ເລກ​ທີ 1368/​ປທສ ລົງ​ວັນ​ທີ 10/7/2013 ວ່າ​ດ້ວຍ​ການຈັດຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ກົມ​ການ​ເງິນ ແລະ ອີງ​ຕາມ​ແຜນ​ມອບ​ລາຍ​ຮັບ​ໃຫ້​ກະຊວງ​ການ​ເງິນ​ສົກ​ປີ 2012-2013 ຊຶ່ງ​ທາງ​ບໍລິສັດ ວິມ​ເປວ​ຄອມ​ລາວ ຈຳກັດ ເຫັນ​ດີ​ທີ່​ຈະ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ທີ່​ທາງ​ກະຊວງ​ວາງ​ອອກ ໃນ​ການ​ມອບ​ຄ່າ​ທຳນຽມ ແລະ ຄ່າ​ນຳ​ໃຊ້​ຄື້ນ​ຄວາມ​ຖີ່​ວິທະຍຸ​ສົກ​ປີ 2012-2013 ເປັນ​ຈຳນວນ​ເງິນ​ທັງ​ໝົດ 7.984.000.000 ກີບ.

ພິທີ​ມອບ-ຮັບ​ເງິນ​ຄ່າ​ທຳນຽມ ແລະ ຄ່າ​ນຳ​ໃຊ້​ຄື້ນ​ຄວາມ​ຖີ່​ວິທະຍຸ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 28 ພະຈິກ 2013 ນີ້ ທີ່​ກະຊວງ​ໄປສະນີ​ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ກ່າວ​ມອບ​ໂດຍ​ແມ່ນ​ທ່ານ ຢັດ​ເຊີ ມາ​ເຮີ ຜູ້​ບໍລິຫານ​ໃຫຍ່ ບໍລິສັດ ວິມ​ເປວ​ຄອມ​ລາວ ຈຳກັດ ແລະ ກ່າວ​ຮັບ​ໂດຍ​ແມ່ນ​ທ່ານ ສົມ​ລິດ ພູທອນ​ສີ ຫົວໜ້າ​ກົມ​ໂທລະ​ຄົມ ກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ພະຍານ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...