Homeຂ່າວຕ່າງປະເທດຈີນຍົກເລີກນະໂຍບາຍລູກຄົນດຽວ

ຈີນຍົກເລີກນະໂຍບາຍລູກຄົນດຽວ

Published on

Capture

ຈີນ​ປະ​ກາດ​ຍົກ​ເລີກ​ນະໂຍບາຍ​ລູກ​ຄົນ​ດຽວ​ຊຶ່ງ​ໃຊ້​ມາ​ຕັ້ງ​ແຕ່​ປີ 1979 ແລະ​ອະນຸຍາດ​ໃຫ້​ຄູ່​ຜົວເມຍ​ສາມາດ​ມີ​ລູກ​ໄດ້ 2 ຄົນ ເພື່ອ​ຍົກລະດັບ​ການ​ພັດທະນາ​ປະຊາກອນ​ໃຫ້​ສົມ​ດຸນ ແລະ​ຮັບ​ມື​ກັບ​ບັນຫາ​ປະຊາກອນ​ສູງ​ໄວ ວັນພະຫັດທີ່ 29 ຕຸລາ 2015 ເວລາ 19:11 ນ. ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ປັກ​ກິ່ງ​ປະເທດ​ຈີນ ເມື່ອ​ວັນທີ່ 29 ວ່າ​ສຳ​ນັກ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ​ ຈີນ​ໄດ້​ປະ​ກາດ ຍົກ​ເລີກ​ນະໂຍບາຍ​ລູກ​ຄົນ​ດຽວ​ຊຶ່ງ​ໃຊ້​ມາ​ຕັ້ງ​ແຕ່​ປີ 1979 ແລະ​ ຍິນ​ຍອມ​ໃຫ້​ຄູ່​ຜົວເມຍ​ສາມາດ​ມີ​ລູກ​ໄດ້2ຄົນ​ຊຶ່ງ​ເປັນ​ການ​ຍົກ​ເລີກ​ຂໍ້​ບັງຄັບ ທີ່​ຈຳ​ກັດ​ຄູ່​ຜົວເມຍ​ໃນ​ເຂດ​ເມືອງ​ໃຫ້​ມີ​ລູກ​ໄດ້​ຄົນ​ດຽວ​ສາ​ເຫດ​ນັ້ນ​ກໍ​ເພື່ອ​ຍົກລະດັບ ການ​ພັດທະນາ​ປະຊາກອນ​ໃຫ້​ສົມ​ດຸນ​ລວມ​ທັງ​ຍັງ​ເປັນ​ການ​ຮັບ​ມື​ກັບ​ບັນຫາ​ປະຊາກອນ​ຜູ້​ສູງ​ໄວ ທີ່​ນັບ​ມື້​ຈະ​ມີ​ຈຳນວນ​ເພີ່ມ​ຫລາຍ​ຂຶ້ນ​ນອກ​ຈາກ​ນັ້ນ​ກໍ​ຍັງ​ເປັນ​ການ​ຍົກ​ເລີກ​ນະໂຍບາຍ​ທີ່​ບໍ່ ໄດ້ຮັບ​ຄວາມ​ນິຍົມ​ຊຶ່ງ​ຖື​ວ່າ​ລຸ​ກລ້ຳເຂົ້າໄປ​ໃນ​ຊີວິດ​ຄອບຄົວ ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ປາກົດ​ຢູ່ໃນ​ຄຳ​ຖະແຫລງການ​ຂອງ​​ຈີນ​ຫລັງ​ປະ​ຊຸມ​ຄະນະກຳມະການ​ກາງ​ພັກ​ວ່າ​ດ້ວຍ​ການ​ວາງ​ແຜນ​ເສດຖະກິດ​ແລະ​ພັດທະນາ​ສັງຄົມ​ເຖິງ​ປີ 2020 ຊຶ່ງ​ໃນ​ໄລຍະຫລາຍ​ປີ​ທີ່​ຜ່ານມາ​ນີ້​ການ​ປະ​ຊຸມ​ຂອງ​ຄະນະ​ກຳມະການ​ກາງ​ພັກ​ໄດ້​ມີມັດ​ຕິ​ທີ່​ສຳຄັນ​ອອກ​ມາ​ໂດຍ ສ່ວນ​ໃຫຍ່​ຈະ​​ເນັ້ນ​ໄປ​ທີ່​ເລື່ອງ​ເສດຖະກິດ​ແລະ​ບໍ່​ເຄີຍ​ມີ​​ມາ​ກ່ອນ​ເລີຍ​ວ່າ​ຈະ​ມີ ການ​ພິຈາລະນາ​ເລື່ອງ​ນະໂຍບາຍ​ລູກ​ຄົນ​ດຽວ ເຖິງວ່າ​ຈີນ​ຈະ​ຍ່າງ​ໜ້າ​ໄປ​ສູ່​​ເລື່ອງ​ການ​ວາງ​ແຜນ​ຄອບຄົວ​ໂດຍ​ສະເພາະ​ນະໂຍບາຍ ລູກ​ຄົນ​ດຽວ​ທີ່​ນຳ​ມາ​ໃຊ້​ຕັ້ງ​ແຕ່​ປີ 1979 ເພາະ​ເປັນ​ມາດຕະການຊົ່າຄາວໃນ​ອັນ​ທີ່​ຈະ​ຄວບຄຸມ​ຈຳນວນ​ປະຊາກອນ​ແລະ​ຈຳ​ກັດ​ຄວາມ​ຕ້ອງ​ການ​ດ້ານ​ນ້ຳ​ແລະ​ຊັບ​ພະຍາ​ກອນ​ອື່ນໆ​ຫລັງ​ໃຊ້​ນະໂຍບາຍ ນີ້​ຄູ່​ຜົວເມຍ​ໃນ​ຊົນນະບົດ​ຍັງ​ສາມາດ​ທີ່​ຈະ​ມີ​ລູກ​ຄົົນທີ່​ສອງ​ໄດ້​ຫາກວ່າ​ລູກ​ຄົນທຳອິດ​ເກີດ​ມາ ເປັນ​ຜູ້ຍິງ​

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...