spot_img
Homeຂ່າວພາຍ​ໃນໂສ້ງຂາບານສີ່ສ່ວນ-ຫ້າສ່ວນ ໃສ່ສະບາຍກຳລັງມາແຮງ!

ໂສ້ງຂາບານສີ່ສ່ວນ-ຫ້າສ່ວນ ໃສ່ສະບາຍກຳລັງມາແຮງ!

Published on

ໂສ້ງຂາບານສີ່ສ່ວນ-ຫ້າສ່ວນ ໃສ່ສະບາຍກຳລັງມາແຮງ!
ໂສ້ງຂາບານສີ່ສ່ວນ-ຫ້າສ່ວນຕອນນີ້ເອີ້ນໄດ້ວ່າມາແຮງບໍ່ແພ້ ແຟຊັ່ນໂສ້ງຂາມ້າ ເລີຍ ແຖມຍັງໃສ່ສະບາຍ ແມັດກັບເສື້ອຜ້າແລະຖ້າຮ໋ອດຮິດຂະໜາດນີ້ສາວໆ ແບບເຮົາຈະພາດໄດ້ຈັງໃດ ມາອັບເດດກັນເລີຍດີກວ່າ
ມີມາໃຫ້ນຳເທນກັນອີກແລ້ວກັບສາວໆ ສຳລັບແຟຊັ່ນເສື້ອຜ້າທີ່ກຳລັງມາແຮງຫຼາຍໆ ໃນຕອນນີ້ “ໂສ້ງຂາບານສີ່ສ່ວນ-ຫ້າສ່ວນ” ຊຶ່ງປະຕິເສດບໍ່ໄດ້ເລີຍແທ້ໆ ວ່າຕອນນີ້ຮອ໋ດຮິດແລະມາແຮງຍິ່ງກວ່າໂສ້ງຂາມ້າອີກ
ທັງໃສ່ສະບາຍ ຄ່ອງຕົວ ແຖມຍັງເບິ່ງດູດີຂະໜາດນີ້ ຈະໃຫ້ສາວໆ ບໍ່ນຳເທນໄດ້ແນວໃດ ແລະມື້ນີ້ເຮົາກໍ່ຮູ້ໃຈເຈົ້າສາວໆ ໃຜທີ່ກຳລັງຊອກຫາ ໂສ້ງຂາບານແບບງາມໆກັນຢູ່ ເຮົາມີແຟຊັ່ນໂສ້ງ ຂາບານທັງແບບສີ່ສ່ວນແລະຫ້າສ່ວນ ມາໃຫ້ອັບເດດກັນ
ແຕ່ກ່ອນທີ່ຈະໄປເບີ່ງແຟຊັ່ນງາມໆ ເພື່ອຄວາມອິນເທນແບບມີສະໄຕລ໌ສຸດໆ ເຮົາມີເຄັດລັບການມິກຊ໌ ແອນດ໌ ແມັດໂສ້ງຂາບານກັບເສື້ອຜ້າມາໃຫ້ສາວໆ ໄດ້ອັບເດດກັນກ່ອນ ຊຶ່ງແຟຊັ່ນນີ້ເຮົາຕ້ອງຂໍບອກເລີຍວ່າແຕ່ງກັນໄດ້ແບບງ່າຍສຸດໆ ພຽງແຕ່ຈັບຄູ່ກັບເສື້ອຕົວໃຫຍ່ໆ ໂທ່ງໆ ຫຼືຈະເປັນເສື້ອພໍດີຕົວໃສ່ເສື້ອໄວ້ໃນໂສ້ງ ແລ້ວເພີ່ມແອກເຊດຊໍລີ່ເກ໋ໆ ຢ່າງເຊັ່ນ ໝວກ ເກີບຜ້າໃບ ຫລື ເກີບສົ້ນສູງ ພຽງເທົ່ານີ້ສາວໆ ກໍຈະເບິ່ງງາມແບບດູດີໄດ້ງ່າຍໆ
ເອົາເປັນວ່າສາວໆ ກໍ່ຮູ້ເຄັດລັບການແຕ່ງຕົວດ້ວຍໂສ້ງຂາບານກັນໄປແລ້ວ ຕອນນີ້ກໍໍ່ໄດ້ເວລາໄປອັບເດດແຟຊັ່ນງາມໆກັນແລ້ວ ເອົ້າ! ຢ່າລໍຊ້າ ໄປເບີງກັນເລີຍ…
9627

9628

9629

9630

9631

9632

9633

9634

9635

9636

9637

9638

9639

9640

9641

9643

9644

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...