spot_img
Homeມູມໄອທີລາວຮູ້ຫລືບໍ່? ການ Force Close ຫລື ການປິດແອັບ ເທິງ iOS ບໍ່ໄດ້ເຮັດໃຫ້ເຄື່ອງໄວຂຶ້ນ

ຮູ້ຫລືບໍ່? ການ Force Close ຫລື ການປິດແອັບ ເທິງ iOS ບໍ່ໄດ້ເຮັດໃຫ້ເຄື່ອງໄວຂຶ້ນ

Published on

iOS_7_Multitasking-620x360

ເຊື່ອ​ວ່າ​ຫລາຍ​ຄົນ​ຄືຊິ ປິດ​ແອັບ​ພິ​ເຄ​ຊັ່ນ​ແບບ Force Close ຫລື​ການ​ປິດ​ແອັບ ເທິງ iOS ດ້ວຍ​ການ​ດັບ​ເບີນ​ຄລິກ​ທີ່​ປຸ່ມ Home ເພື່ອ​ເປີດ App Switcher ແລ້ວ​ປັດ​ແອັບ​ຂຶ້ນ​ດ້ານ​ເທິງ ເພື່ອ​ປິດ​ແອັບ​ທີ່​ເປີດ​ຢູ່ ເທິງ iPhone, iPad ,iPod touch ຊຶ່ງ​ຜູ້​ໃຊ້​ສ່ວນ​ໃຫຍ່​ເຊື່ອ​ວ່າ ການເຮັດ​ແບບ​ນີ້ ຈະ​ຊ່ວຍ​ເຮັດໃຫ້​ຕົວ​ເຄື່ອງ​ໄວ​ຂຶ້ນ ແລະ​ປະ​ຫຍັດ​ແບດ​ເຕີ​ຣີ່ ເນື່ອງ​ຈາກບໍ່​ມີ​ແອັບ​ຄ້າງ ແລະ​ບໍ່​ສິ້ນ​ເປືອງ​ຊັບ​ພະຍາ​ກອນ​ເຄື່ອງ ແຕ່​ຮູ້​ຫລື​ບໍ່​​ວ່າ ການ​ປິດ​ແອັບ ເທິງ iOS ນັ້ນ ເກືອບ​ຈະ​ບໍ່​ມີ​ຜົນ​ໃດໆ ຕໍ່​ການ​ປະ​ມວນ​ຜົນ​ເລີຍ​ ຈະ​ປິດ ຫລື​ບໍ່​ປິດ ຕົວ​ເຄື່ອງ​ກໍ​ກິນ​ຊັບ​ພະຍາ​ກອນ​ເທົ່າ​ເກົ່າ

14657-10368-IMG_1477-l

ປົກກະຕິ​ແລ້ວ ລະບົບ​ປະຕິບັດການ iOS ຂອງ Apple ຈະ​ສາມາດ​ວິ​ເຄາະ​ໄດ້​ວ່າ ແອັບ​ດັ່ງ​ກ່າວ ຄວນ​ຈະ​ປະ​ມວນ​ຜົນ​ຕໍ່ໄປ, ຢຸດ​ການ​ປະ​ມວນ​ຜົນ​ຊົ່ວ​ຄາວ ຫລື​ປິດ​ແອັບ ດັ່ງ​ກ່າວ​ຖິ້ມ​ໄປ ຊຶ່ງ​ຈະ​ເຮັດວຽກ​ໂດຍ​ອັດ​ຕະໂນມັດ ໃນ​ຄວາມ​ເປັນ​ຈິງ ການເຮັດວຽກງານ​ຂອງ App Switcher ຈະ​ເປັນ​ການ​ສະແດງ​ວ່າ ເຄີຍ​ມີ​ແອັບ​ພິ​ເຄ​ຊັ່ນ​ໃດ​ເຄີຍ​ເປີດ​ໃຊ້​ງານ​ມາ​ແລ້ວ​ນຳ​ເທົ່າ​ນັ້ນ ໂດຍ​ຈະ​ບໍ່​ຄຳ​ນຶງ​ເຖິງ​ວ່າ ແອັບ​ພິ​ເຄ​ຊັ່ນ​ດັ່ງ​ກ່າວ ຈະ​ຍັງມີ​ການ​ປະ​ມວນ​ຜົນ​ຢູ່​ຫລື​ບໍ່

ເພື່ອ​ພິສູດ​​ດັ່ງ​ກ່າວ ໃຫ້​ລອງ​ Restart ​ເຄື່ອງ ແລະ​ເມື່ອ​ຕົວ​ເຄື່ອງ​ພ້ອມ​ໃຊ້​ງານ​ອີກ​ເທື່ອ ໃຫ້​ລອງ​ເປີດ App Switcher ຂຶ້ນ​ມາ ຈະ​ເຫັນ​ວ່າ ຍັງ​ປາກົດ​ແອັບ​ພິ​ເຄ​ຊັນ​ເກົ່າ​ທີ່​ເຄີຍ​ເປີດ​ໃຊ້​ງານ​ກ່ອນ​ທຳການ​ Restart ສະ​ນັ້ນ ໜ້າ​ຈະ​ເປັນ​ການ​ສະຫລຸບ​ໄດ້​ວ່າ ແອັບ​ພິ​ເຄ​ຊັນ​ທີ່​ປາກົດ​ເທິງ App Switcher ນັ້ນ ບໍ່​ມີ​ຄວາມ​ກ່ຽວ​ພັນ​ໃດໆ ກັບ​ການ​ປະ​ມວນ​ຜົນ ສະ​ນັ້ນ ຕໍ່​ໃຫ້​ປິດ​ແອັບ ແບບ Force Close ກໍ​ບໍ່​ເຮັດໃຫ້​ຕົວ​ເຄື່ອງ​ປະ​ມວນ​ຜົນ​ໄດ້​ໄວ​ຂຶ້ນ​ແຕ່​ຢ່າງ​ໃດ

ສ່ວນ​ການ Force Close ຄວນ​ຈະ​ເຮັດ​ຕອນ​ໃດ? ເມື່ອ​ໃດ​ກໍ​ຕາມ​ທີ່​ໃຊ້​ງານ​ແອັບ​ພິ​ເຄ​ຊັນ​ໃດໆຢູ່ ແລ້ວ​ເກີດແອັບ ຄ້າງ ບໍ່​ສາມາດ​ກົດ​ປຸ່ມ ຫລື​ພິມ​ຫຍັງ​ໄດ້ ນັ້ນ​ແຫລະ​ຄື​ເວລາ​ຂອງ​ການ Force Close  ດ້ວຍ​ການ​ກົດ​ປຸ່ມ Home 2 ເທື່ອ ແລ້ວ​ປິດ​ແອັບ ທີ່​ຄ້າງ ຈາກ​ນັ້ນ ໃຫ້​ເປີດ​ໃຊ້​ງານ​ໃໝ່​ອີກ​ເທື່ອ

maxresdefault4

ແຕ່​ຖ້າ​ຫາກ​ທ່ານ​ໃດ​ທີ່​ກັງ​ວົນ​ວ່າ ແບດ​ເຕີ​ຣີ່ຈະ​ໝົດ​ໄວ ໃຊ້​ບໍ່​ພໍ ມີ​ວິທີ​ແກ້​ໄຂ​ເບື້ອງ​ຕົ້ນ​ຫລວງຫລາຍ​ ທັງ​ການ ປັບ​ຄວາມ​ແຈ້ງ​ໜ້າ​ຈໍ, ເປີດ​ໂໝດ Low Power Mode (ຕ້ອງ​ອັບ​ເດດ​ເປັນ iOS 9 ເສຍ​ກ່ອນ) ຫລື​ປິດ​ການເຮັດວຽກງານ Background App Refresh (ເຂົ້າໄປ​ທີ່ Settings > General > Background App Refresh) ກໍ​ຈະ​ຊ່ວຍ​ຍືດ​ອາ​ຍຸ​ແບດ​ເຕີ​ຣີ່ໄດ້​ເຊັ່ນ​ກັນ

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...