Homeລົດຍົນ-ຍານພາຫະນະການ​ຂັບ​ລົດ​ຢ່າງ​ປອດ​ໄພ ຂຶ້ນ​ຢູ່​ກັບ​ຄວາມ​ຮູ້ 5 ປະ​ການ

ການ​ຂັບ​ລົດ​ຢ່າງ​ປອດ​ໄພ ຂຶ້ນ​ຢູ່​ກັບ​ຄວາມ​ຮູ້ 5 ປະ​ການ

Published on

4401-1
  1. ຮອບ​ຮູ້​ເລື່ອງ​ລົດ

ນັກ​ຂັບ​ທີ່​ດີ​ຈະ​ຕ້ອງ​ຮອບ​ຮູ້​ເລື່ອງ​ລົດ​ທີ່​ຂັບ​ຂີ່​ເປັນ​ຢ່າງ​ດີ ໝັ່ນ​ກວດ​ຕາ​ແກ້​ໄຂ​ຂໍ້ຜິດພາດ​ຢູ່​ສະເໝີ ໂດຍ​ສະເພາະ​ຢ່າງ​ຍິ່ງ ກ່ອນ​ອອກເດີນທາງ​ໄກ​ຄວນ​ຈະ​ໄດ້ ກວດ​ອຸປະກອນ​ເພື່ອ​ຄວາມ​ປອດ​ໄພ​ທີ່​ສຳຄັນ​ໆ

(1) ເຄື່ອງ​ຈັກ
(2) ຫ້າມ​ລໍ້
(3) ຢາງ
(4) ນັອດ​ບັງຄັບ​ລໍ້
(5) ພວງ​ມາ​ໄລ
(6) ແນວ​ປັດ​ນ້ຳ​ຝົນ
(7) ແວ່ນ​ຫລັງ
(8) ໄຟ

  1. ຮອບ​ຮູ້​ເລື່ອງ​ທາງ
    ທາງ​ແຕ່​ລະ​ສາຍ​ຍ່ອມ​ແຕກ​ຕ່າງ​ກັນ ໂດຍ​ສະພາບ​ຕ່າງແດນ ແລະ ​ສະພາບ​ແວດ​ລ້ອມ ຖ້າ​ເປັນ​ເສັ້ນ​ທາງ​ບໍ່​ເຄີຍ​ໄປ ຄວນ​ສຶກ​ສາ​ຈາກ​ແຜນ​ທີ່ ຄູ່​ມື​ການ​ທ່ອງ​ທ່ຽວ ຖາມ​ຜູ້​ຮູ້ ຫລື​ເຈົ້າ​ໜ້າທີ່​ຜູ້​ກ່ຽວ​ຂ້ອງ ເຊັ່ນ ກົມ​ທາງ​ຫລວງ
    , ຕຳ​ຫລວດ​ ​ແລະອື່ນໆ​ທີ່​ສຳຄັນ ທີ່ສຸດ​ທ່ານ​ຈະ​ຕ້ອງ​ສັງເກດ​ແລະ​ປະຕິບັດ​ຕາມ​ທາ​ແລະ​ເຄື່ອງ​ໝາຍ​ຈະລາຈອນ
  1. ຮອບ​ຮູ້​ເລື່ອງ​ວິທີ​ຂັບ​ລົດ
    ການ​ຂັບ​ລົດ​ເປັນ​ສິນ​ລະປະ​ຢ່າງ​ໜຶ່ງ ຂັບ​ລົດ​ເປັນ​ຢ່າງ​ດຽວ​ບໍ່​ພໍ ຕ້ອງ​ຮູ້​ວິທີ​ແກ້​ໄຂ ບັນຫາ​ສະເພາະ​ໜ້າ​ໄດ້​ໂດຍ​ກະທັນຫັນ ແລະ​ສາມາດ​ຫລີກ​ລ້ຽງ​ອຸປະຕິເຫດ​ທີ່ເກີດຂື້ນ ໂດຍ​ບໍ່ໄດ້​ຄາດ​ຄິດ ເນື່ອງ​ຈາກ​ຂາດ​ຄວາມ​ຊຳ​ນານ
  1. ຮອບ​ຮູ້​ເລື່ອງ​ກົດ​ຈະລາຈອນ
    ກົດ​ຈະລາຈອນ​ມີ​ໄວ້​ເພື່ອ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ປະພຶດ​ປະຕິບັດ​ໃນ​ແນວ​ດຽວ​ກັນ ເພື່ອ ຄວາມ​ປອດ​ໄພ​ແລະ​ຄວາມສະດວກ​ວ່ອງໄວ
  1. ຮອບ​ຮູ້​ເລື່ອງ​ມາລະ​ຍາດ​ໃນ​ການ​ຂັບ​ລົດ
    ມານ​ຍາດ​ໃນ​ການ​ຂັບ​ລົດ​ມີ​ຄວາມ​ສຳຄັນ​ບໍ່​ໜ້ອຍ​ໃນ​ການ​ໃຊ້​ລົດ​ໃຊ້​ຖະໜົນ ແນະ​ນຳ​ແລະ​ໃຫ້​ອະ​ໄພ ຕໍ່​ຄວາມ​ຜິດ​ພາດ​ຂອງ​ຜູ້​ອື່ນ ແລະ​ຫລີກ​ລ້ຽງ​ການ​ສະແດງ​ມາລະ​ຍາດ​ທີ່​ບໍ່​ສົມຄວນ

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...