spot_img
Homeຂ່າວການພັດທະນາສະຫວັນນະເຂດທຳລາຍອາວຸດລ່າສັດເປັນຈໍານວນຫລາຍ

ສະຫວັນນະເຂດທຳລາຍອາວຸດລ່າສັດເປັນຈໍານວນຫລາຍ

Published on

ເມື່ອບໍ່ດົນມານີ້, ກອງ​ບັນຊາ​ການ ປກສ ​ແຂວງ​ສະຫວັນ​ນະ​ເຂດ, ​ໄດ້​​ຈູດ​ທຳລາຍ​ອາວຸດປືນລ່າ​ສັດ​ຜິດ​ກົດໝາຍຫລາຍກວ່າ 900 ​ກະບອກ, ພາຍຫລັງ​ເກັບ​ກູ້ໄດ້ຈາກປະຊາຊົນໃນໄລຍະຜ່ານມາ.

ທ່ານພັນ​ໂທ ວັນ​ໄຊ ລີ​ໄຊ​ຍະ​ລາດ ຮອງ​ຫົວໜ້າ​ກອງ​ບັນຊາ​ການ ປກສ ​ແຂວງ​ສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ການ​ທຳລາຍອາວຸດປະເພດດັ່ງກ່າວ​ໃນ​ຄັ້ງນີ້ ກໍ​ເພື່ອ​ເປັນ​ການ​ຮັບປະກັນ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,ໂດຍສະເພາະ ​ການເອົາໃຈໃສ່​ຄຸ້ມ​ຄອງ​ກວດກາ​​ອາວຸດ, ທາດ​ເຄມີ, ທາດ​ເບື່ອ, ທາດ​ແຕກ ​ແລະ ວັດຖຸ​ອຸປະ ກອນ​ອື່ນໆ ທີ່​ກຸ່ມ​ຄົນ​ບໍ່​ດີ​ນຳ​ໄປ​ເຄື່ອນ​ໄຫວ, ສ້າງ​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ ​ແລະ ທຳ​ມາ​ຫາ​ກິນ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ເຊັ່ນ: ຄ້າຂາຍ​ເຖື່ອນ, ຕັດ​ໄມ້​ທຳລາຍ​ປ່າ, ທຳລາຍ​ສິ່ງ​ແວດ​ລ້ອມ,​ ລ່າ​ສັດປ່າ​ຫວງ​ຫ້າມ, ​ເຊິ່ງມີ​ສັດ​ບາງ​ຊະນິດ​ໃກ້​ສູນພັນ, ຂະນະດຽວກັນການ​ໃຊ້​ອາວຸດ​ດັ່ງກ່າວ ​ໄດ້​ສົ່ງ​ຜົນ​ກະທົບ​ບໍ່​ດີ​ຕໍ່​ຄວາມ​ບໍ່​ສະຫງົບຂອງສັງຄົມ​ຫລາຍ​ດ້ານ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...