10 ເຕັກນິກການໃຊ້ iPhone ໃຫ້ໄດ້ດີ

0
1666

iPhone ຖືເປັນສິ່ງພື້ນຖານທີ່ຄົນຮັກ Apple ເກືອບທຸກໆຄົນຈະຕ້ອງມີໃຊ້ ແຕ່ວ່າຈະມີຈັກຄົນທີ່ໃໃຊ້ງານໄດ້ຢ່າງກຸ້ມຄ່າແລະຖືກຕ້ອງຕາມຢ່າງທີ່ມັນຄວນຈະເປັນ ມມື້ນີ້ເຮົາມີເຕັກນິກທີ່ໜ້າສົນໃຈ 10 ປະການສຳລັບການໃຊ້ງານ iPhone ໃຫ້ເກີດປະໂຫຍດສູງສຸດລວມໄປເຖິງວິທີການເບິ່ງແຍງໃຫ້ iPhone ຂອງເຈົ້າຢູ່ກັບເຈົ້າໄດ້ດົນເທົ່າທີ່ຈະດົນໄດ້

1. ລົງທຶນກັບຟຣີມກັນຮອຍຊັ້ນດີ
<ignore_js_op>

ເຊື່ອຫຼືບໍ່ວ່າຟຣີມກັນຮອຍສາມາດຊ່ວຍຊີວິດ iPhone ຂອງເຈົ້າໄດ້ຫຼາຍກວ່າທີ່ຄິດ? ເມື່ອກ່ອນເຮົາອາດຈະຄຸ້ນເຄີຍກັບການຊື້ຟຣີມກັນຮອຍຕາມຕູ້ແກ້ວໃນຫ້າງ (ຮ້ານຄ້າທົ່ວໄປ,ຮ້ານຈີນພ້ອມ)ເຊິີ່ງສ່ວນຫຼາຍມັກຈະເປັນຟຣີມທີ່ບໍ່ໄດ້ຄຸນນະພາບໃນລາຄາບໍ່ຮອດຊາວສາມສິບພັນກີບ ຟຣີມຄຸນນະພາບລະດັບນີ້ໂດຍສ່ວນໃຫຍ່ຈະໃຊ້ວັດສະດຸທີ່ບໍ່ໄດ້ມີຫຍັງດີເລີຍ ແລະບໍ່ໄດ້ມີເຕັກໂນໂລຊີປົກປ້ອງຊັ້ນສູງເຂົ້າມາເປັນໂຄງສ້າງຂອງເນື້ອຟຣີມ

ຟຣີມກັນຮອຍລະດັບສູງແຜ່ນລະ 25.000 ກີບ ສ່ວນຫຼາຍຈະມີເຕັກໂນໂລຊີການລຽງຊັ້ນຂອງແຜ່ນຫຼາກຫຼາຍຊັ້ນ ເຮັດໃຫ້ມີຄວາມສາມາດໃນການຮັບແຮງດຶງແຮງກົດ ແລະແຮງກະແທກຫຼາຍກວ່າຟຣີມທົ່ວໆໄປ ຫຼາຍເທົ່າ ເຊິ່ງຈະສົ່ງຜົນໃຫ້ເຫັນໄດ້ຊັດເມື່ອຍາມທີ່ເຮັດເຄື່ອງຕົກ ຫຼືເຜີແລ້ວມີອີ່ຫຍັງເຂົ້າມາຕຳໜ່ວຍໂທລະສັບ ຮ່ອງຮອຍໃນຟຣີມຈະໜ້ອຍກວ່າແລະປອດໄພຕໍ່ແກ້ວໜ້າຈໍຂອງ iPhone ກວ່ານຳ ດັ່ງນັ້ນການລົງທນຊື້ແຜ່ນກັນຟຣີມທີ່ມີຄຸນນະພາບຕ່ຳກັບແລກດ້ວຍໜ້າຈໍ iPhone ທີ່ແພງສຳລັບເຈົ້າຈະເລືອກຫຍັງ

2. ບໍ່ປ່ອຍໃຫ້ແບັດເຕີລີໝົດຈົຍເຄື່ອງດັບ
<ignore_js_op>

ປັນຫາທີ່ບໍ່ວ່າຈະຜ່ານໄປດົນຊ່ຳໃດກໍຍັງເກີດຂື້ນຢູ່ກໍຄືແບັດເຕີລີຂອງ iPhone ນັ້ນມັກຈະໝົດໄວເກີນໄປເຊິ່ງຫຼາຍໆຄັ້ງ ຄົນມັກຈະປ່ອຍໃຫ້ແບັດເຕີລີໃນເຄື່ອງໝົດກ້ຽງຈົນເຄື່ອງນັ້ນດັບເປີດບໍ່ໄດ້ຊົ່ວຄາວ ເຊິ່ງຮູ້ບໍ່ວ່າການເຮັດໃຫ້ແບັດເຕີລີດັບນັ້ນສົ່ງຜົນກະທົບແບບຮຸນແຮງກວ່າທີ່ເຮົາຄິດ

ພື້ນຖານຂອງແບັດເຕີລີທີ່ໃຊ້ໃນ iPhone ນັ້ນເປັນແບັດເຕີລີທີ່ອັດຕາການເສື່ອມຂື້ນຢູ່ກັບຫຼາຍໆປັດໄຈ  ແລະໜຶ່ງໃນປັດໄຈທີ່ມັກຈະເຮັດໃຫ້ແບັດເຕີລີເສື່ອມໄວກໍຄືການໃຊ້ງານຈົນໝົດແບບບໍ່ເຫຼືອໃຫ້ສກອີກເລີຍ ເຊິ່ງຈະເຮັດໃຫ້ຕົວແບັດເຕີລີເກີດຄວາມຄຽດແລະເສື່ອມໂຊມໄປເລື້ອຍໆ ຫາກເກີດສະຖານະການດັ່ງກ່າວຂື້ນຫຼາຍຄັ້ງ

ທາງທີ່ດີເຮົາຄວນຈະສາກໄຟໄປໃນເຄື່ອງໂດຍຕະຫຼອດ ຫາກຄິດວ່າຈະຕ້ອງໄດ້ໃຊ້ງານໜັກກໍໃຫ້ຕຽມອຸປະກອນແບບພວກ Power Bank ໄປນຳຈະປອດໄພກັບຕົວແບັດເຕີລີຫຼາຍໆ

3. ຊອກຫາແບດເສີມຄຸນະພາບດີ

<ignore_js_op>

ທຸກມື້ນີ້ອຸປະກອນເສີມຈຳພວກ Power Bank ຫຼືແບັດເຕີລີເສີມນັ້ນເປັນທີ່ນິຍົມໃນໝູ່ຜູ້ໃຊ້ສະມາກໂຟນເປັນຢ່າງຫຼາຍ ແຕ່ວ່າບາງລຸ້ນທີ່ມີຊື່ສຽງກໍມີລາຄາທີ່ສູງຂື້ນໄປນຳຈົນຫຼາຍຄົນຕ້ອງໄດ້ຫັນໄປເບິ່ງແບັດເຕີລີຈີນໃນປະເທດຈີນຫຼືເຄື່ອງລາຄາຖືກມາໃຊ້ກັນກ່ອນ ເຊິ່ງບາງຍີ່ຫໍ້ມີການໂຄສະນາວ່າມີຄວາມສູງເຖິງ 15,000 mAh ເຊິ່ງຖ້າທຽບກັບ iPhone 5 ທີ່ມີຄວາມບັນຸແບັດເຕີລີຢູ່ທີ່ 1,440 mAh ແລ້ວກໍເບິ່ງວ່າຈະເປັນການຊື້ທີ່ກຸ້ມຄ່າຫຼາຍໆ

ແຕ່ໃນຊ່ວງຫຼັງໆ ເລີ່ມມີການອອກມາເວົ້ານັ້ນເວົ້ານີ້ວ່າອັນທີ່ຈິງແລ້ວ ແບັດເຕີລີເສີມລາຄາຖືກນັ້ນມັກຈະມີການລົງລາຍລະອຽດຄວາມບັນຈຸເກີດຄວາມຈິງໄປແນ່ ເຊິ່ງສາມາດໃຊ້ສາກ iPhone ໄດ້ບໍ່ຮອດຄັ້ງ ຫຼືອາດຈະເພງ່າຍເກີນໄປ ດັ່ງນັ້ນແທນທີ່ຈະເປັນການປະຫຍັດເງິນສຸດທ້າຍເຮົາຕ້ອງໄດ້ເສຍເງິນຊື້ໃໝ່ໃຫ້ເຮົາເສຍຄວາມຮູ້ສຶກໄປອີກ

ຄຳແນະນຳກໍຄືໃຫ້ລອງຊອກຫາແບັດເຕີລີທີ່ມີຊື່ໃນຕະຫຼາດ ຫຼືວາງຂາຍຕາມຮ້ານຄ້າຊັ້ນນຳໃນຫ້າງ ເຊິ່ງອາດຈະມີລາຄາສູງກວ່າປົກກະຕິໜ້ອຍໜຶ່ງ ແລະມີຄວາມບັນຈຸແຕ່ 3,000 mAh ຂື້ນໄປ ກໍຈະມີປະໂຫຍດໃນການໃຊ້ງານຫຼາຍກວ່າ

4. ຟາຍວີດີໂອ ບໍ່ໃຫ້ເກີນ 720p

<ignore_js_op>

ຜູ້ທີ່ມັກໃນການເບິ່ງວີດີໂອໃນ iPhone ອາດຈະເຄີຍຊິນກັບການແປງຟາຍວີດີໂອສຸດຫວງຂອງຕົວເອງໃຫ້ຢູ່ຮູບແບບທີ່ເປີດໃນ iPhone ໄດ້ໂດຍຕັ້ງຄ່າຄວາມລະອຽດໄວ້ທີ່ 1080p ເຊິ່ງເປັນຄ່າສູງສຸດທີ່ iPhone ລຸ້ນຫຼັງໆຈະຫຼິ້ນໄດ້ ແຕ່ກໍລືມນຶກໄປວ່ານັ້ນເປັນການຕັ້ງຄ່າຄວາມລະອຽດທີ່ເກີນວາມຈຳເປັນໄປແລ້ວ

ໜ້າຈໍຂອງ iPhone 5 ນັ້ນມີຄວາມລະອຽດຢູ່ທີ່ 1136 x 640 ພິກເຊວ ສ່ວນໜ້າຈໍຂອງ iPhone 4S ນັ້ນມີຄວາມລະອຽດຢູ່ທີ່ 960 x 640 ພິກເຊວ ເຊິ່ງທັງສອງຄວາມລະອຽດນັ້ນໜ້ອຍກວ່າວີດີໂອຄວາມລະອຽດ 720p ທັງນັ້ນ (ວີດີໂອ 720p ມີຄວາມລະອຽດຢູ່ທີ່ 1280 x 720 ພິກເຊວ) ດັ່ງນັ້ນການນຳເອົາວີດີໂອຄວາມລະອຽດສູງໆລະດັບ 1080p ມາໃສ່ເພື່ອເບິ່ງໃນ iPhone ເບິ່ງຈະເປັນການເຮັດຫຍັງເກີນຕົວເອງໄປແລ້ວ ນອກຈາກວ່າເຈົ້າຕັ້ງໃຈຈະຕໍ່ຟາຍວີດດີໂອອອກໄປຫາຈໍໂທລະພາບຂະໜາດໃຫຍ່ ເຊິ່ງເຮົາແນະນຳຫາກວ່າເຈົ້າບໍ່ໄດ້ໃຊ້ງານໃນລັກສະນະດັ່ງກ່າວ ກໍໃຫ້ໃຊ້ວີດີໂອທີ່ມີຄວາມລະອຽດພຽງແຕ່ 720p ກໍພຽງພໍແລ້ວ ເຊິ່ງຈະເຮັດໃຫ້ເຈົ້ານຳພື້ນທີ່ສ່ວນຕ່າງໆໄປເກັບຂະໜາດຟາຍຫຼືອີ່ຫຍັງກໍໄດ້ອີກຫຼາຍ

5. ບໍລິຫານປຸ່ມ Home ແນ່

<ignore_js_op>

ຄວາມເຊື່ອອີກຢ່າງໜຶ່ງຂອງຄົນທີ່ໃຊ້ iPhone ມາຕັ້ງແຕ່ລຸ້ນທຳອິດ ກໍຄືປັນຫາຂອງປຸ່ມ Home ທີ່ເວລາກົດໃຊ້ງານດຸໆ ຈະເສື່ອມແລະສຸດທ້າຍກໍຈະເພໄປ ແຕ່ໃນປະຈຸບັນເຕັກໂນໂລຊີການຜະລິດຊິ້ນສ່ວນນ້ອຍໆ ນັ້ນໄດ້ພັດທະນາຂື້ນຫຼາຍ ແລະປັນຫາປຸ່ມ Home ເພກໍເບິ່ງຄືວ່າຈະໝົດໄປນັບຕັ້ງແຕ່ iPhone 4S ເປັນຕົ້ນມາ

ທຸກມື້ນີ້ຫຼາຍໆຄົນເລືອກທີ່ຈະໃຊ້ AssistiveTouch ທີ່ເປັນໄອຄອນລອຍຂື້ນມາເທິງໜ້າຈໍເພື່ອຊ່ວຍກົດປຸ່ມ Home ຜ່ານ Touch Screen ໂດຍບໍ່ຕ້ອງກົດທີ່ປຸ່ມ Home ແທ້ໆ ໂດຍມີຈຸດປະສົງເພື່ອທີ່ຈະຖະໜອມປຸ່ມ Home ບໍ່ໃຫ້ເພໄວເກີນໄປ ຫຼືຫວັງໃນດ້ານການຂາຍຕໍ່ ແຕ່ຫຼາຍໆຄົນອາດຈະລືມຄິດໄປວ່າຖ້າຫາກເຮົາບໍ່ໃຊ້ປຸ່ມ Home ແນ່ເລີຍຫາກປຸ່ມ Home ເກີດປັນຫາຂື້ນມາແທ້ໆ ຫຼັງາກຂາຍຕໍ່ໄປແລ້ວ ກໍອາດຈະມີປັນຫາອື່ນໆ ຕາມມານຳ ດັ່ງນັ້ນເຮົາຄວນຈະໃຊ້ງານປຸ່ມ Home ແນ່ ຫຼືຈະໃຊ້ງານຕາມປົກກະຕິເລີຍກໍໄດ້ ເພາະວ່າປຸ່ມ Home ຂອງເຮົາບໍ່ໄດ້ເພງ່າຍອີກຕໍ່ໄປແລ້ວ

6. ລຶບແອັບພິເກຊັ່ນບາງຕົວຖິ້ມແລ້ວໂຫຼດໃໝ່

<ignore_js_op>

ຫາກເຈົ້າເປັນຄົນໜຶ່ງທີ່ຊື້ iPhone ຂະໜາດຄວາມບັນຈຸ 16GB ມາໃຊ້ງານດົນໆ ເຈົ້າອາດຈະພົບປັນຫາພື້ນທີ່ການເກັບຟາຍບໍ່ພຽງພໍ ເພາະວ່າຄວາມບັນຈຸໜ້ອຍເກີນໄປ ວິທີການແກ້ໄຂຂອງຄົນສ່ວນຫຼາຍກໍຄືການລຶບຟາຍແລະແອັບພິເກຊັ່ນບໍ່ບໍ່ຈຳເປັນຖິ້ມໄປ ເຊິ່ງກໍພໍທີ່ຈະຊ່ວຍໄດ້ພໍສົມຄວນ ແຕ່ຫາກເຮັດທຸກຢ່າງທີ່ເວົ້າມາໝົດແລ້ວ ກໍຍັງໄດ້ພື້ນທີ່ກັບມາບໍ່ພຽງພໍອີກ ເຮົາມີວິທີທີ່ະຊ່ວຍໄດ້ອີກໜ້ອຍໜຶ່ງມາຝາກກັນ

ວິທີການກໍຄືລຶບແອັບພິເກຊັ່ນບາງຕົວຖິ້ມໄປແລ້ວໂຫຼດໃໝ່ ໂດຍແອັບພິເກຊັ່ນບາງຕົວທີ່ວ່າຕ້ອງເປັນແອັບພິເກຊັ່ນທີ່ຄອຍອັບເດດເນື້ອຫາໃໝ່ໆ າເກັບໄວ້ໃນຕົວເອງ ຍົກຕົວຢ່າງເຊັ່ນ Facebook ທີ່ເວລາໃຊ້ງານທຸກໆມື້ຈະເຮັດການດາວໂຫຼດຮູບມາເກັບໄວ້ໃນແອັບພິເກຊັ່ນ ແລະເວລາໃຊ້ງານໄປດົນໆ ຂະໜາດຟາຍຂອງແອັບພິເກຊັ່ນກໍຈະເລີ່ມເພີ່ມຂື້ນເລື້ອຍໆເຊິ່ງຫາກເຮົາເຮັດການລຶບແລ້ວດາວໂຫຼດໃມ໋ ກໍຈະເປັນການລ້າງຟາຍຊົ່ວຄາວທີ່ເຄີຍຢູ່ໃນແອັບພິເກຊັ່ນໃຫ້ໝົດໄປ ແລະໄດ້ພື້ນທີ່ຄືນມາຫຼາຍ MB ເລີຍ

7. ປິດ Cellular Data ໃນຍາມແບັດເຕີລີໃກ້ຈະໝົດ

<ignore_js_op>

iPhone ຖືເປັນສະມາກໂຟນທີ່ໃຊ້ງານໄດ້ຢ່າງມ່ວນຊື່ ເຊິ່ງເວລາໃຊ້ງານໄປເລື້ອຍໆ ເຮົາອາດຈະຮູ້ວ່າແບັດເຕີລີກຳລັງຈະໝົດໂດຍບໍ່ຮູ້ຕົວ ເຊິ່ງຫາກເຈົ້າມີວຽກສຳຄັນເຊັ່ນກຳລັງຖ້າຮັບໂທລະສັບຈາກໃຜຢູ່ ແຕ່ເຫຼືອອແບັດພຽງແຕ່ 3% ເທົ່ານັ້ນ ແລະບໍ່ໄດ້ມີອຸປະກອນພວກ Power Bank ຕິດຕົວມານຳ ເຮົາມີເຕັກນິກງ່າຍໆ ທີ່ຈະຕໍ່ອາຍຸການໃຊ້ງານ iPhone ອອກໄປໄດ້ອີກປັນຊົ່ວໂມງມາຝາກ

ວິທີການງ່າຍໆ ເລີຍຄືການປດໂໝດ Cellular Data ໃນເມນູ Settings > General > Cellular ແລ້ວເຮັດການຫຼຸດຄວາມແຈ້ງຂອງໜ້າຈໍໄປເປັນຕ່ຳສຸດ ເຊິ່ງສອງຢ່າງນີ້ເປັນສິ່ງທີ່ກິນແບັດເຕີລີຂອງ iPhone ຫຼາຍທີ່ສຸດຢ່າງໜຶ່ງ ເຊິ່ງການເຮັດທັງສອງຢ່າງນີ້ ເຮັດໃຫ້ແບັດເຕີລີ 1% ສຸດທ້າຍຂອງ iPhone 5 ສາມາດຖ້າຮັບສາຍໄດ້ອີກເກືອບໆ 2 ຊົ່ວໂມງເລີຍ

8. ສ້າງລາຍຊື່ຄົນທີ່ຖືກ Blocked

<ignore_js_op>

ຫາກເຈົ້າເປັນຜູ້ຍິງທີ່ສຸດງາມທີ່ມັກມີໂທລະສັບແປກໜ້າທີ່ໂທມາເປັນປະຈຳ ຫຼືມີເບີໂທລະສັບທີ່ບໍ່ມີຈັກ ໂທມາກວນໃຈໃນເວລາຫຼິ້ນ ເຮົາຂໍແນະນຳການສ້າງລາຍຊື່ Blocked ໂດຍບໍ່ຈຳເປັນທີ່ຈະຕ້ອງລົງໂປຣແກຣມຫຍັງເລີຍເພີ່ມໄປໄວ້ໃນເຄື່ອງ

ວິທີການງ່າຍແສນງ່າຍກໍຄືໃຫ້ເຈົ້າເຮັດການບັນທຶກເບີທີ່ເຈົ້າບໍ່ຕ້ອງການ ແລ້ວເຮັດການບັນທຶກຊື່ໄວ້ ອາດຈະໃຊ້ຊື່ວ່າ “Blocked” ແລ້ວເຂົ້າໄປປັບປ່ຽນລາຍລະອຽດໃນຊື່ຂອງ Vibration ໃຫ້ເປັນ None ເທົ່ານີ້ເວລາມີເບີດັ່ງກ່າວໂທມາແລ້ວກໍຈະບໍ່ມີການສັ່ນເຕືອນໃຫ້ກວນໃຈອີກ ແລະຫຼັງຈາກນີ້ຫາກມີໃຜໂທມາກວນໃຈອີກແລະເຮົາບໍ່ຕ້ອງການຈະໃຫ້ມີການແຈ້ງເຕືອນ ກໍໃຫ້ເຮົາເພີ່ມເບີດັ່ງກ່າວລົງໄປໃນລາຍຊື່ເກົ່າທີ່ເຮົາຕັ້ງຄ່າເອົາໄວ້ ກໍຈະເປັນການຈັດກຸ່ມບຸກຄົນທີ່ເຮົາບໍ່ຕ້ອງການໂດຍທັນທີ

9. ໂກບກັນຮອຍອາດສ້າງຮອຍໄດ້

<ignore_js_op>

ໜຶ່ງໃນແຟຊັ່ນທີ່ນິຍົມໃນສະໄຫມນີ້ກໍຄືການໃສ່ໂກບໃຫ້ກັບ iPhone ແຕ່ໃນຊ່ວງຫຼັງໆມານີ້ ໂກບບາງຍີ່ຫໍ້ພັດເຮັດໜ້າທີ່ຫຼາຍກວ່າປົກປ້ອງ ໂດຍເນັ້ນໄປທີ່ການເພີ່ມຄວາມສວຍງາມພຽງຢ່າງດຽວ ເຊິ່ງອາດສົ່ງຜົນເສຍຕາມມານຳຫຼັງໄດ້

ໂກບບາງອັນທີ່ດ້ານໃນເປັນປາສຕິກແຂງ ອາດຈະປ້ອງກັນຮອຍຂີດໜັກໆ ດ້ານຫຼັງເຄື່ອງໄດ້ ແຕ່ໃນບາງຄັ້ງການຖອດເຂົ້າຖອດອອກດຸໆ ກໍອາດຈະສ້າງຮອຍຕາມຂອບມຸມໄດ້ເຊັ່ນກັນ

ດັ່ງັນ້ນຫາກຕ້ອງການໃຫ້ iPhone ເບິ່ງໃໝ່ຕະຫຼອດເວລາ ເຮົາອາດຈະຕ້ອງຊອກຫາໂກບທີ່ມີຜິວສຳຜັດເປັນຊີລີໂຄນຫຼືຢາງຫຼາຍຂື້ນ ໂດຍໂກບພວກ Bumper ຖືວ່າເປັນຕົວເລືອກທີ່ດີພໍສົມຄວນ ຫຼືຈະປັນໂກບຊີລີໂຄນເຕັມຕົວກໍສາມາດປ້ອງກັນຮອຍຂີດທົ່ວໄປໄດ້ເກືອບທັງໝົດ

10. ຢ່າໃຊ້ iCloud ຫາກມີຄົນໃຊ້ Apple ID ຫຼາຍຄົນ

<ignore_js_op>

ເມື່ອຄັ້ງທີ່ Apple ເປີດຕົວ iCloud ຫຼາຍໆຄົນທີ່ໃຊ້ງານອຸປະກອນຂອງ Apple ຫຼກຫຼາຍເຄື່ອງກໍຮູ້ສຶກສະບາຍກັບການໂອນຖ່າຍຂໍ້ມູນ ເພາະບໍ່່າຈະຫຼິ້ນເຄື່ອງໃດກໍມີຂໍ້ມູນພື້ນຖານເຊັ່ນລາຍຊື່ສຳລັບທຸກເຄື່ອງ ແຕ່ວ່າ iCloud ຈະກາຍເປັນປັນຫາທັນທີສຳລັບຄົນບາງຄົນທີ່ໃຊ້ງານ Apple ID ຮ່ວມກັບຜູ້ອື່ນເຊັ່ນແຟນຫຼືເມຍ (ເມຍນ້ອຍກະມີເດີ້ 555+ ^^)

ນັ້ນກໍເພາະວ່າຫາກ iPhone ທັງສອງເຄື່ອງທີ່ມີຂໍ້ມູນບໍ່ຄືກັນ ໃຊ້ງານ iCloud ດ້ວຍ Apple ID ດຽວກັນ ລະບົບຈະເຮັດການລວມລາຍຊືຈາກ Contact ເຂົ້າໄປບ່ອນດຽວກັນແລ້ວເຮັດການສົ່ງຫາທັງສອງເຄື່ອງ ຈາກນັ້ນຫາກມີການລຶບລາຍຊື່ໃດໆອອກ ລາຍຊື່ນັ້ນຂອງອີກເຄື່ອງໜ່ງກໍຈະຫາຍໄປນຳ ເຈົ້າຄົງຄິດພາບເວລາແຟນເຈົ້າໃຊ້ງານ iPhone ຢູ່ແລ້ວ ມີຊື່ຜູ້ສາວງາມໆທີ່ເຮົາແອບບັນທຶກໄວ້ໄປຢູ່ໃນ iPhone ຂອງແຟນເດະ ວ່າມັນຈະເປັນຈັ່ງໃດ ຈະຕິດຕົບ ຫຼື ຖືກຖີບ 555+ ບໍ່ຢາກໄປຄິດເລີຍ

ທີ່ມາ:Thaimacupdate