spot_img
Homeຂ່າວຕ່າງປະເທດຜູ້ນຳພັກກອມມູນິດເນປານ ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີປະເທດຄົນໃໝ່!

ຜູ້ນຳພັກກອມມູນິດເນປານ ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີປະເທດຄົນໃໝ່!

Published on

EyWwB5WU57MYnKOuXocdpiwhjjdHIW3i2t7TWuRGTmWrKQiq8zQpiv

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ຕຸລາຜ່ານມານີ້ວ່າ ທ່ານ ຄັດກາ ປຣາສາດ ໂອລີ ປະທານພັກກອມມູນິດເນປານ ໄດ້ຮັບເລືອກຕັ້ງຈາກສະມາຊິກລັດຖະສະພາ ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ດ້ວຍຄະແນນສຽງສະໜັບສະໜູນ 338 ສຽງ ຈາກຈຳນວນທັງໝົດ 597 ສຽງ ໃນວັນທີ 11 ຕຸລາຜ່ານມານີ້ ເຮັດໃຫ້ຜູ້ນຳຂອງພັກກອມມູນິດເນປານ ກາຍເປັນນາຍົກລັດຖະມົນຕີຄົນທຳອິດ ທີ່ເຂົ້າມາບໍລິຫານປະເທດ ພາຍຫລັງການປະກາດໃຊ້ລັດຖະທຳມະນູນແຫ່ງປະເທດເນປານສະບັບໃໝ່.

ທັງນີ້ ທ່ານ ຄັດກາ ປຣາສາດ ໂອລີ ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານພັກກອມມູນິດແຫ່ງປະເທດເນປານ ໃນເດືອນກໍລະກົດປີ 2014 ຊຶ່ງທ່ານເຄີຍດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງພາຍໃນ ລະຫວ່າງປີ 1994 – 1995 ແລະ ເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຂອງລັດຖະບານຊົ່ວຄາວໃນປີ 2006 ອີກດ້ວຍ.

NjpUs24nCQKx5e1D61b4a1b1LFAznXTHIMzUMOOlOkR

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...