spot_img
Homeມູມໄອທີລາວແຂນຄົນເພີ່ມພະລັງເປັນຍອດມະນຸດ

ແຂນຄົນເພີ່ມພະລັງເປັນຍອດມະນຸດ

Published on

154334n0g44faqd08xxu28
ມະນຸດເຮົາບໍ່ໄດ້ມີກ້າມເນື້ອທີ່ແຂງແກນຈົນຍົກຂອງໜັກໆໄດ້ທຸກຄົນ ໂດຍສະ​ເພາະຄົນທີ່ບໍ່ສະບາຍຄວາມສາມາດນີ້ຈະຫຼຸດລົງໄປຢ່າງເຫັນໄດ້ຊັດດ້ວຍເຫດນີ້ທາງນັກສຶກສາວິສາວະກຳສາດຈຳນວນ 4ຄົນ ຈຶ່ງໄດ້ຄິດປະດິດແຂນກົນທີ່ມີຊື່ວ່າ Titan Armຂຶ້ນມາ
            Titan Armຕົວຕ້ົນແບບນີ້ໃຊ້ຊິ້ນສ່ວນທີ່ພິມຈາກເຄື່ອງພິມສາມມິຕິ, ເຄື່ອງຈັກທີ່ຄວບຄຸມໂດຍຄອມພິວເຕີ ແລະ ຊອບແວອອກແບບໃນລາຄາຄ່າວັດຖຸດິບຢູ່ທີ່ $2.000 ​ເຊິ່ງຖືວ່າຕ້ົນທຶນຖືກກວ່າແຂນກົນexoskeletonທີ່ມີຂາຍໃນຕະຫຼາດ​ເຖິງ 50ເທ່ົາອຸປະກອນຕົວນີ້ມີລັກສະນະຄືກັບເປ້ສະພາຍຫຼັງເຊື່ອມຕ່ໍກັບແຂນຫຸ່ນຍົນຢູ່ຂ້ໍດີຂອງການອອກແບບຄືຊ່ວຍຮັກສາທ່າທາງຂອງຜູ້ໃສ່ໃຫ້ຕັ້ງຊື່ ແລະປ້ອງກັນອາການບາດເຈັບທີ່ກ່ຽວກັບຫຼັງໃນສ່ວນຂອງແຂນກົນມັນຊ່ວຍໃຫ້ຜູ້ໃສ່ສາມາດຍົກຂອງໜັກ 40 ປອນ (ປະມານ 18.144 ກິໂລກຼາມ) ໂດຍທ່ານບໍ່ຕ້ອງຟິດກ້າມເນື້ອ(ນ້ຳໜັກສູງສຸດທີ່ແຂນກົນນີ້ຍົກຂຶ້ນນັ້ນສາມາດປັບແຕ່ງໃຫ້ຍົກໄດ້ຫຼາຍກວ່ານີ້ໄດ້ອີກຖ້າຕ້ອງການ ແຕ່ເທ່ົານີ້ກໍ່ເຫຼືອເຟືອສຳລັບງານທົ່ວໄປແລ້ວ)ນັ້ນໝາຍຄວາມວ່າມັນເອົາມາໃຊ້ໄດ້ທັງເລື່ອງງານຍົກຂອງລວມ​ເຖິງນຳມາໃຊ້ທຳກາຍະພາບບຳບັດໂດຍແຂນນີ້ຈະຊ່ວຍປ້ອງກັນປັນຫາທີ່ເກີດຈາກການຂະຍັບທ່າເດີມຊ້ຳໆເປັນເວລານານຢ່າງເຊ່ັນ ການກ້ົມລົງຍົກຂອງໜັກໆ ທີ່ເມື່ອຍົກ​ເລື່ອຍໆ ຈະ​ເຮັດໃຫ້ໝົດແຮງແລ້ວຍັງສ່ຽງຕ່ໍການບາດເຈັບຂອງກ້າມເນື້ອ ແລະ ຮ່າງກາຍເຊິ່ງບາງບັນຫາອາດຈະເກີດອາການເຣື້ອຣັງສ່ົງຜົນໃນ​ໄລຍະ​ຍາວການຟື້ນຟູຮ່າງກາຍທ່ອນ​ເທິງໃຫ້ຫາຍຈາກອາການບາດເຈັບຈະງ່າຍຂຶ້ນເມື່ອໃຊ້ແຂນກົນນີ້ເພາະມັນໃສ່ເຊັນເຊີຄອຍກວດຈັບການເຄື່ອນໄຫວ​ເຊິ່ງນັກກາຍະພາບບຳບັດສາມາດຕິດຕາມຂ້ໍມູນລະຫວ່າງການຟື້ນຟູໄດ້ນອກຈາກນີ້ຂ້ໍຕ່ໍທີ່ເພິ່ມຂຶ້ນມາຍັງຊ່ວຍວັດແຮງຕ້ານທານ ແລະ ຊ່ວຍນຳມາໃຊ້ໃນງານວິ​ໄຈເພື່ອການຮັກສາໂລກໃນອະນາຄົດທາງຜູ້ສ້າງຫວັງວ່າການສ້າງເຄື່ອງມືຊ່ວຍເຫຼືອໃນຕ້ົນທຶນທີ່ຕ່ຳລົງຈະຊ່ວຍເພີ່ມທັງຜົນຜະລິດດ້ານການ​ເຮັດ​ວຽກ ແລະ ຄວາມສາມາດທາງກາຍະພາບໃຫ້ກັບຜູ້ປ່ວຍໂລກຕ່າງໆນັບລ້ານຄົນທົ່ວໂລກນອກຈາກນີ້ແບັ​ດເຕີຣີສາມາດ​ເຮັດ​ວຽກໄດ້ຕ່ໍເນື່ອງ8ຊົ່ວໂມງດ້ວຍການຊາກໄຟພຽງຄັ້ງດຽວ ນັ້ນຈຶ່ງ​ເຮັດໃຫ້ Titan Armຄວ້າລາງວັນ ”ingenious design”ພ້ອມເງິນ $45,000 ເພື່ອນຳໄປໃຊ້ເປັນທຶນພັດທະນາເພື່ອນຳມາຜະລິດ


ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...