spot_img
HomeມູມໄອທີລາວGalaxy S3 ພົບລາຍງານປັນຫາຫຼັງຈາກທີ່ອັບເດດເປັນ Android 4.3

Galaxy S3 ພົບລາຍງານປັນຫາຫຼັງຈາກທີ່ອັບເດດເປັນ Android 4.3

Published on

<ignore_js_op>

Galaxy S3 ພົບລາຍງານປັນຫາຫຼັງຈາກທີ່ອັບເດດເປັນ Android 4.3

ງານນີ້ທີ່ໃຜກຳລັງດີໃຈຕຽມເຄື່ອງ Galaxy S3 ຖ້າຮັບການອັບເດດ Android 4.3 Jelly Bean ອາດຈະຕ້ອງໄດ້ພາກັນພິຈາລະນາໃໝ່ກັນອີກຄັ້ງເດີ້ ເຊິ່ງເມື່ອໃນອາທິດທີ່ຜ່ານມາໄດ້ມີລາຍງານວ່າ Samsung ໄດ້ເລີ່ມມີການປ່ອຍຊ໋ອບແວອອກມາແລ້ວໃນບາງພື້ນທີ່ ເຊັ່ນ ຍຸໂຣບຕາເວັນອອກ ແຕ່ອາດຈະເປັນຝັນຮ້າຍ ຂອງບັນດາຜູ້ໃຊ້ງານທີ່ພົບວ່າ ການອັບເດດໃໝ່ຫຼ້າສຸດນັ້ນໄດ້ສ້າງປັນຫາໃໝ່ໃຫ້ກັບພວກເຂົາບໍ່ໜ້ອຍເລີຍ ໂດຍປັນຫາທີ່ພົບໄດ້ມີການລະບຸໄວ້ດັ່ງຕໍ່ໄປນີ້:

o ໃຊ້ພະລັງງານຫຼາຍຂື້ນ ຫຼຸດຊົ່ວໂມງການເຮັດວຽກຂອງແບັດເຕີລີລົງ
o ແອັບພິເກຊັ່ນປິດຕົວລົງເອງໂດຍທີ່ບໍ່ຮູ້ສາເຫດ
o ບໍ່ສາມາດໃຊ້ງານການເຊື່ອມຕໍ່ WiFi ໄດ້ຢ່າງສະດວກ
o ອາກາດເຄື່ອງເຮັດວຽກແບບກະຕຸກ ບໍ່ໄຫຼລື່ນ
o ເຄື່ອງຄ້າງບໍ່ຕອບສະໜອງ ຕ້ອງໄດ້ຖອດແບັດເຕີລີອອກສະເໝີ

ໂດຍມີຜູ້ໃຊ້ງານໃນເກາະອັງກິດແຈ້ງເຖິງປັນຫາດັ່ງກ່າວຜ່ານໜ້າເຟດບຸກແຟນເພກຂອງບໍລິສັດເປັນຈຳນວນຫຼາຍ ເຊິ່ງກໍມີການຕອບຮັບແລະປະສານງານກັບໜ່ວຍງານທີ່ກ່ຽວຂ້ອງເພື່ອຮັບຜິດຊອບ ເພື່ອແກ້ໄຂບັນຫາຕາມຂ້າງເທິງໃຫ້ສຳເລັດຮຽບຮ້ອຍ ເຊິ່ງພາຍຫຼັງຈາກບັນຫາຂ້າງຕົ້ນນີ້ ບໍ່ແນ່ໃຈວ່າຈະສົ່ງຜົນກະທົບໄປຫາກຳນົດການອອກອັບເດດຂອງ Galaxy Note 2 ທີ່ຢູ່ໃນຊ່ວງດຽວກັນນີ້ຫຼືບໍ່?

ຫວັງວ່າການອັບເດດດັ່ງກ່າວນີ້ ເມື່ອອອກມາຮອດປະເທດລາວແລ້ວຈະບໍ່ມີບັນຫາແກ່ຜູ້ທີ່ກຳລັງໃຊ້ງານເນາະ ຊາທຸ!!! 555+

ທີ່ມາ: www.deklao.g-com

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...