spot_img
Homeຂ່າວຕ່າງປະເທດອິດທິພົນພາຍຸ "ມູຈີແກ" ເສຍຊີວິດ 7 ລາຍ ບາດເຈັບຫລາຍກວ່າ 200

ອິດທິພົນພາຍຸ “ມູຈີແກ” ເສຍຊີວິດ 7 ລາຍ ບາດເຈັບຫລາຍກວ່າ 200

Published on

ພາ​ຍຸ​ໄຕ້​ຝຸ່ນ​ມູ​ຈີ​ແກ​ແຜ່​ອິດທິພົນ​​ພື້ນ​ທີ່​ທາງ​ໃຕ້​ຂອງ​ປະເທດ​ຈີນ​ຕັ້ງ​ແຕ່ວັນອາທິດ ໂດຍ​ຫລ້າ​ສຸດ​ໃນ​ມື້ວັນ​ຈັນ ຈຳນວນ​ຜູ້​ເສຍຊີວິດ​ເພາະ​ພາ​ຍຸ​ລູກ​ນີ້​​ເພີ່ມ​ຂຶ້ນ​ເປັນ 7 ລາຍ ​ແລະ​ ມີ​ຜູ້​ບາດ​ເຈັບ​ອີກ​ຫລາຍກວ່າ 200 ຄົນ…

EyWwB5WU57MYnKOuXobWF56rQHiRfQiwszJR4dg6pjA0Pyzhpnnr17

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ຈຳນວນ​ຜູ້​ເສຍຊີວິດ​ໃນ​ປະເທດ​ຈີນ​ຈາກ​ອິດທິພົນ​ຂອງ​ພາ​ຍຸ​ໄຕ້​ຝຸ່ນ ‘ມູ​ຈີ​ແກ’ ເພີ່ມ​ຂຶ້ນ​ເປັນ 7 ຄົນ​ແລ້ວ ຫລັງ​ຈາກ​ພາ​ຍຸ​ເຄື່ອນ​ຕົວ​ຂຶ້ນ​ຝັ່ງ​ໃນ​ມົນ​ທົນ​ກວາງ​ຕຸ້ງ​ທາງ​ໃຕ້​ຂອງ​ຈີນ​ເມື່ອ​ຕອນສວຍຂອງ​​ມື້​ອາທິດທີ່ 4 ຕຸລາ ໂດຍ​ອິດທິພົນ​ຂອງ​ມູ​ຈີ​ແກ​ເຮັດໃຫ້​ເກີດ​ຝົນ​ຕົກ​ໜັກ, ລົມ​ແຮງ​ພັດ​ອາ​ຄານ​ທີ່​ກຳ​ລັງ​ກໍ່​ສ້າງ​ເປ່ເພເສຍຫາຍຫລາຍຫລັງ ​ແລະ​ ເຮັດໃຫ້​ເກີດ​ໄຟ​ດັບ​ກະທົບ​ຜູ້​ຄົນ​ຫລາຍ​ພັນ ຂະນະ​ທີ່​ມີ​ລາຍ​ງານ​ພົບ​ຜູ້​ໄດ້ຮັບ​ບາດ​ເຈັບ​ອີກ 223 ຄົນ

ໄຕ້​ຝຸ່ນ​ມູ​ຈີ​ແກ ເຄື່ອນ​ຕົວ​ຂຶ້ນ​ຝັ່ງ​ເມືອງ​ເຈີ້ນ​ຈຽງ​ເມື່ອ​ວັນ​ອາທິດ ໂດຍ​ກ່ອນ​ໜ້າ​ນັ້ນ​ທາງ​ການ​ຈີນ​ໄດ້​ປະ​ກາດ​ເຕືອນ​ໄພ​ພາ​ຍຸ​ຂັ້ນ​ສີ​ແດງ ແລະ​ ອົບພະ​ຍົບ​ປະຊາຊົນ​ໃນ​ພື້ນ​ທີ່​ຊາຍ​ຝັ່ງ​ທາງ​ໃຕ້​ເກືອບ 200,000 ຄົນ ຢ່າງໃດ​ກໍ​ຕາມ ມີ​ລາຍ​ງານ​ວ່າ​ເຮືອ​ປະ​ມົງ​ຈຳນວນ​ຫລາຍ​ຍັງ​​ຕິດ​ຢູ່​ກາງ​ທະ​ເລ ຊຶ່ງ​ເຈົ້າ​ຫນ້າທີ່​ສາມາດ​ຊ່ວຍເຫລືອ​ຊາວ​ປະ​ມົງ​ກັບ​ເຂົ້າ​ຝັ່ງ​ໄດ້ 117 ຄົນ ພົບ​ຜູ້​ເສຍຊີວິດ 1 ລາຍ ແລະ​ ມີ​ຊາວ​ປະ​ມົງ​ສູນ​ຫາຍ​ອີກ 16 ຄົນ

ອິດທິພົນ​ຂອງ​ໄຕ້​ຝຸ່ນ​ມູ​ຈີ​ແກ​ຍັງ​ເຮັດໃຫ້​ເກີດ​ພາ​ຍຸ​ລູກໃຫ່ຍໃນ​ເມືອງ​ຝໍ​ຊານ ໃນ​ມົນ​ທົນ​ກວາງ​ຕຸ້ງ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ 3 ລາຍອີກ​ດ້ວຍ ອີກ​ດ້ານ​ໜຶ່ງ ສຳ​ນັກ​ງານ​ກິດຈະການ​ພົນລະເຮືອນ​ຂອງ​ເຂດ​ປົກຄອງ​ຕົນເອງ​ກວາງ​ສີ​ຈ້ວງ ຊຶ່ງ​ເປັນ​ທາງ​ຜ່ານ​ຂອງ​ມູ​ຈີ​ແກ ລາຍ​ງານ​ວ່າ ໄຕ້​ຝຸ່ນ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ຄົນ​ຫລາຍກວ່າ 1.44 ລ້ານ​ຄົນ​ໃນ​ຕອນສວຍຂອງ​ວັນ​ຈັນ ໂດຍ​ພົບ​ຜູ້​ເສຍຊີວິດ 1 ລາຍ​ທີ່​ເມືອງ​​ໜານ​ໜິງ​ນຳອີກ

ນອກ​ນີ້ ໄຕ້​ຝຸ່ນ ມູ​ຈີ​ແກ ເປັນ​ພາ​ຍຸ​ລູກ​ທີ່ 22 ຂອງ​ປີ 2015 ເຂົ້າ​ພັດ​ຖະ​ຫລົ່ມ​ປະເທດ​ຈີນ​ໃນ​ວັນ​ຢຸດ​ຍາວ​ວັນ​ຊາດ​ພໍ​ດີ ໂດຍ​ກ່ອນ​ໜ້າ​ນີ້ ມູ​ຈີ​ແກ​ເຄື່ອນ​ຕົວ​ຜ່ານ​ພາກ​ເໜືອ​ຂອງ​ປະເທດ​ຟິ​ລິບ​ປິນ ເຮັດໃຫ້​ເກີດ​ນ້ຳ​ຖ້ວມ ​ແລະ​ ດິນເຈື່ອນໃນ​ບາງ​ພື້ນ​ທີ່ ມີ​ຜູ້​ເສຍຊີວິດ 2 ລາຍ​ ແລະ​ ສູນ​ຫາຍ 30 ຄົນ

NjpUs24nCQKx5e1D61YuKgRIk1SQTMjtNho7pJaVtsA

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...