spot_img
Homeຂ່າວພາຍ​ໃນເລືອກໄດ້ແລ້ວ 40 ນາງສາວລາວ ເພື່ອເຂົ້າຮອບຕໍ່ໄປ

ເລືອກໄດ້ແລ້ວ 40 ນາງສາວລາວ ເພື່ອເຂົ້າຮອບຕໍ່ໄປ

Published on

miss lao

ໃນວັນທີ 3 ຕຸລາຜ່ານມານີ້, ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງ ວຽງຈັນ, ໄດ້ມີການຄັດເລືອກນາງສາວຜູ້ທີ່ເຂົ້າຮ່ວມ ສະໝັກໃນທົ່ວປະເທດ ຈຳນວນ 100 ກວ່ານາງສາວ ເພື່ອເຂົ້າຮອບຄັດເລືອກເປັນນາງສາວລາວ 2015 , ໃນນີ້ຕົວແທນຈາກພາກໃຕ້ ແລະ ພາກເໜືອມີ10 ກວ່ານາງສາວ ແລະ ພາກກາງ 80 ກວ່ານາງສາວ, ໂດຍມີຄະນະກຳມະການຈາກກະຊວງຖະແຫລງຂ່າວຯສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ, ສະຖານີໂທລະພາບ ທີວີລາວ ແລະ ນາງສາວນະຄອນຫລວງ ປີ 2015 ຮ່ວມຄັດເລືອກໃນຮອບທໍາ ອິດ, ເຊິ່ງໃນຮອບນີ້ ທາງຄະນະກຳມະການ ໄດ້ເຮັດວຽກກັນຢ່າງໜັກໃຈ ທີ່ສຸດແຕ່ກໍພະຍາຍາມເລືອກເອົານາງສາວຜູ້ທີ່ງາມ ແລະ ມີຫົວຄິດປະ ດິດສ້າງທີ່ສຸດ  ຜ່ານເຂົ້າຮ່ວມຕໍ່ໄປ ແລະ ການປະກາດຜົນລາຍຊື່ ນາງສາວຜູ້ຜ່ານເຂົ້າ ຮອບຕໍ່ໄປຈະມີ ຂຶ້ນໃນວັນທີ 10 ຕຸລາ 2015, ຫລັງຈາກນັ້ນ ໃນວັນທີ 12 ຕຸລານີ້, ກໍຈະມີການຄັດ ເລືອກຈາກ 40 ນາງສາວ ໃຫ້ເຫລືອພຽງ 20 ນາງສາວ ເພື່ອເຂົ້າຮ່ວມໃນງານປະ ກວດນາງສາວລາວໃນຄ່ຳຄືນ ຂອງວັນທີ 21 ພະຈິກນີ້, ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ.

ຂ່າວຈາກ:
ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...