spot_img
Homeຂ່າວຕ່າງປະເທດເສດຖະກິດຈີນຍັງຄົງແມ່ນແຫຼ່ງພະລັງແຮງແຫ່ງການເຕີບໂຕຂອງໂລກ

ເສດຖະກິດຈີນຍັງຄົງແມ່ນແຫຼ່ງພະລັງແຮງແຫ່ງການເຕີບໂຕຂອງໂລກ

Published on

11201116_438266299710489_967703713088351080_n

ໜັງສືພິມປະຊາຊົນລາຍວັນຈີນສະບັບວັນທີ 29 ກັນຍານີ້ ໄດ້ລົງພິມບົດຄວາມຂອງທ່ານຫວາງປາວອານ, ຫົວໜ້າກົມສະຖິຕິແຫ່ງຊາດຈີນ ພາຍໃຕ້ຫົວຂໍ້ວ່າ “ເສດຖະກິດຈີນຍັງຄົງແມ່ນແຫຼ່ງພະລັງແຮງແຫ່ງການເຕີບໂຕຂອງໂລກ”
ບົດຄວາມໄດ້ຊີ້ອອກວ່າ: ໃນຊຸມປີຜ່ານມານີ້, ຈີນໄດ້ສູ້ຢັນກັບຄວາມກົດດັນຈາກ “3 ໄລຍະ” ທັບຊ້ອນກັນທີ່ສ້າງຜົນກະທົບໃຫ້ເສດຖະກິດພັດທະນາຊ້າລົງ, ແລະເຮັດໃຫ້ເສດຖະກິດສາມາດຮັກສາການພັດທະນາຢ່າງໜັກແໜ້ນແລະອ່າວວ່ອງໄວ, ກາຍເປັນຫົວຈັກທີ່ສຳຄັນທີ່ຊຸກຍູ້ແກ່ດຶງການເຕີບໂຕຂອງເສດຖະກິດໂລກ, ແລະໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຟື້ນຕົວຢ່າງລຳບາກຂອງເສດຖະກິດໂລກ.
ໜຶ່ງ, ເປັນປະເທດອັນດັບໜຶ່ງໃນການປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກ. ນັບແຕ່ປີ 2009-2014, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ເຕີບໂຕ 8,7% ສະເລ່ຍຕໍ່ປີ, ເຊິ່ງສູງກວ່າ 2,0% ຂອງລະດັບສະເລ່ຍຕໍ່ປີໃນໄລຍະດຽວກັນຂອງໂລກ, ອັດຕາປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກ ໄດ້ລື່ນກາຍ 30%; ສອງ, ປະລິມານການນຳເຂົ້າໄດ້ເພີ່ມຂຶ້ນໃນທ່ວງທ່າທີ່ມີສະພາບທີ່ໝັ້ນທ່ຽງ. ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ຈີນນຳເຂົ້າສະບຽງອາຫານເພີ່ມຂຶ້ນ 24,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ປະລິມານນຳເຂົ້າແຮ່ທອງ ແລະ ທອງສຳເລັດຮູບເພີ່ມຂຶ້ນ 12,1%, ແລະປະລິມານນຳເຂົ້ານ້ຳມັນດິບເພີ່ມຂຶ້ນ 9,8%. ຈີນຍັງແມ່ນປະເທດສົ່ງອອກທີ່ສຳຄັນສຳລັບປະເທດອາເມລິກາລາຕິນ ແລະ ປະເທດອາຟຣິກກາຢູ່ຄືເກົ່າ, ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດທ້ອງຖິ່ນມີການພັດທະນາ.
ສາມແມ່ນຈຳນວນນັກທ່ອງທ່ຽວທີ່ໄປທ່ຽວຢູ່ຕ່າງປະເທດແລະມູນຄ່າການບໍລິໂພກໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ນັກທ່ອງທ່ຽວຈີນທັງມັກ “ທ່ຽວ”ກໍ່ທັງມັກ”ຊື້”, ລວມຍອດການບໍລິໂພກຂອງນັກທ່ອງທ່ຽວຈີນໃນການໄປທ່ຽວຢູ່ຕ່າງປະເທດໄດ້ຢູ່ອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງໃນ 3 ປີລຽນຕິດ, ໄດ້ຊຸກຍູ້ການບໍລິໂພກຂອງປະເທດທີ່ກ່ຽວຂ້ອງໃຫ້ເພີ່ມຂຶ້ນ. ສີ່ແມ່ນການລົງທຶນໂດຍກົງຕໍ່ພາຍນອກໄດ້ເຂົ້າສູ່ໄລຍະແຫ່ງການພັດທະນາທີ່ອ່າວໄວ. ພາຍໃຕ້ເບື້ອງຫຼັງທີ່ເງິນໂດລາແຂງຄ່າຂຶ້ນ, ທຶນຮອນໂລກຫຼັ່ງໄຫຼກັບຄືນສູ່ປະເທດຕົນ, ສະພາບເງິນຄ່ອງຫຼຸດຕ່ຳລົງກໍ່ຄືຜົນກຳໄລຈາກການລົງທຶນຫຼຸດລົງຢ່າງຫຼວງຫຼາຍ,ແຕ່ຢູ່ຈີນໄດ້ປາກົດກະແສສູງທີ່ລົງທຶນຕໍ່ຕ່າງປະເທດຮອບໃໝ່.
ພຶດຕິກຳໄດ້ຢັ້ງຢືນວ່າ: ເສດຖະກິດຂອງຈີນຍັງຈະແມ່ນແຫຼ່ງພະລັງແຮງທີ່ຊຸກຍູ້ເສດຖະກິດຂອງໂລກໃຫ້ເຕີບໂຕຢ່າງຕໍ່ເນື່ອງແລະປອດໃສບໍ່ວ່າໃນປີທີ່ຜ່ານມາ, ປັດຈຸບັນຫຼືໃນອະນາຄົດ. ຈີນມີຄວາມໝັ້ນໃຈແລະຄວາມຕັດສິນໃຈໃນການບັນລຸ “ສອງເປົ້າໝາຍ”ຄື: ຮັກສາການເຕີບໂຕດ້ວຍຄວາມໄວປານກາງແລະສູງແລະກ້າວເຂົ້າສູ່ລະດັບປານກາງແລະສູງ, ເພື່ອພ້ອມກັບປະເທດຕ່າງໆໃນໂລກຮ່ວມກັນຊຸກຍູ້ການພັດທະນາແບບກວມລວມແລະມີຄວາມດຸນດ່ຽງ.

12065782_438266289710490_8068522962617802904_n

ທີ່ມາ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...