ຄູ່ຮັກຈີນສ່ຽງຕາຍໃຊ້ໄຕ້ຝຸ່ນ “ຕູ້ຈຽນ” ເປັນສາກຫລັງຖ່າຍຮູບ ຄູ່ຮັກຫລາຍກວ່າ 100 ຄູ່ ແຫ່ກັນສ່ຽງຕາຍຖ່າຍຮູບແຕ່ງງານໜ້າຫາດຊາຍ ທີ່ພາຍຸໄຕ້ຝຸ່ນຕູ້ຈຽນພັດເຂົ້າຝັ່ງ ຫລັງລົມແຮງຄື້ນສູງໄດ້ໃຈ ໃຫ້ພາບອອກມາງາມ ວັນພຸດທີ່ 30 ກັນຍາ 18:21 ນ. ເວັບໄຊຕ໌ສຳນັກຂ່າວ “ຊີຊີທີວີ”ຂອງຈີນ ລາຍງານຈາກມົນທົນຊານຕົງ ປະເທດຈີນ ເມື່ອວັນທີ່ 30 ກັນຍາ ວ່າ ຄູ່ຮັກໜຸ່ມສາວຊາວຈີນກວ່າ 100 ຄູ່ແຫ່ກັນສ່ຽງຕາຍ ຖ່າຍຮູບບໍລິເວນຫາດຊາຍເມືອງຫລື້ເຈົ້າ ມົນທົນຊານຕົງ ພື້ນທີ່ທີ່ໄດ້ຮັບອິດທິພົນຂອງໄຕ້ຝຸ່ນຕູ້ຈຽນ ເປັນສາກຫລັງໃນຮູບພີເວດດິ້ງຂອງຕົນເອງ ເນື່ອງຈາກບໍລິເວນນັ້ນມີລົມແຮງ ແລະ ຄື້ນສູງ ເມື່ອຄື້ນພັດເຂົ້າຊາຍຝັ່ງເຮັດໃຫ້ໄດ້ພາບອອກມາສີງາມ ແລະ ເປັນສາກທີ່ໜ້າປະທັບໃຈ ນອກນີ້ຜູ້ທີ່ຜ່ານໄປມາເຂົ້າໃຈວ່າ ບ່າວສາວເຫລົ່ານີ້ຕ້ອງການໃຫ້ຄື້ນລົມເປັນພະຍານໃນຄວາມຮັກຂອງພວກເຂົາເທື່ອນີ້ ທັງນີ້ພາຍຸຕູ້ຈຽນເພີ່ມທະວີຄວາມຮຸນແຮງຂຶ້ນເປັນຊູເປີໄຕ້ຝຸ່ນ ກ່ອນພັດຂຶ້ນຝັ່ງທີ່ມົນທົນອີ໋ຫລານ ທາງຕະເວັນອອກຂອງໄຕ້ຫວັນ ແຮງພາຍຸເຮັດໃຫ້ຕົ້ນໄມ້ຫັກລົ້ມ ມີຝົນຕົກໜັກ ແລະ ດິນເຈື່ອນໃນຫລາຍພື້ນທີ່ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 3 ລາຍ ແລະ ບາດເຈັບຢ່າງ 324 ລາຍ ຈາກອຸປະຕິເຫດທາງລົດ ແລະ ໄດ້ຮັບບາດເຈັບຈາກວັດຖຸທີ່ຖືກກະແສລົມພັດມາ ທາງການໄຕ້ຫວັນສັ່ງອົບພະຍົບປະຊາຊົນຫລາຍກວ່າ 12,000 ຄົນ ຂະນະທີ່ປະຊາຊົນປະມານ 2 ລ້ານຫລັງຄາເຮືອນບໍ່ມີໄຟຟ້າໃຊ້“
ຄູ່ຮັກຈີນສ່ຽງຕາຍໃຊ້ໄຕ້ຝຸ່ນ “ຕູ້ຈຽນ”ເປັນສາກຫລັງຖ່າຍຮູບ
1712

ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ
ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ.
ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...
ຂ່າວທ້ອງຖິ່ນ
ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້
ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.
ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...
ຂ່າວຕ່າງປະເທດ
ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025
ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP).
(GPI) 2025 ສະບັບລ້າສຸດ...
ຂ່າວຕ່າງປະເທດ
ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ
ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ
ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...