spot_img
Homeຂ່າວຕ່າງປະເທດເກາະຕິດໄຕ້ຝຸ່ນຕູ້ຈຽນຖະຫລົ່ມໄຕ້ຫວັນຕາຍ 2 ໄຟຟ້າດັບ 1.8 ລ້ານຫລັງຄາເຮືອນ!

ເກາະຕິດໄຕ້ຝຸ່ນຕູ້ຈຽນຖະຫລົ່ມໄຕ້ຫວັນຕາຍ 2 ໄຟຟ້າດັບ 1.8 ລ້ານຫລັງຄາເຮືອນ!

Published on

 

EyWwB5WU57MYnKOuXqzmPUYcCO8f96eCb4faymdN0ZYip4gXDxl86j

ເມື່ອວັນທີ່ 29 ກັນຍາ. ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ອິດທິພົນ​ຂອງ​ພາ​ຍຸ​ໄຕ້​ຝຸ່ນ ຕູ້​ຈຽນ ເຊີ່ງ​ສຳ​ນັກ​ງານ​ອຸ​ຕຸ​ນິຍົມ​ວິທະຍາ​ຂອງ​ໄຕ້​​ຫວັນ ຍົກລະດັບ​ຄວາມ​ຮຸນແຮງ​ຂອງ​ພາ​ຍຸ​ຂຶ້ນ​ເປັນ ‘ຊູ​ເປີລ໌​ສະ​ຕອມ’ ຂະນະ​ຖະ​ຫລົ່ມ​ໄຕ້​​ຫວັນ ດ້ວຍ​ຄວາມ​ໄວ​ລົມ​ເຖິງ 227 ກິໂລແມັດ./ຊົ່ວໂມງ. ​ຄືນ​ວັນທີ່ 28 ກັນຍາ ວ່າ ກໍ່​ໃຫ້​ເກີດ​ຄື້ນ​ສູງ ລົມ​ພັດ​ແຮງ​ ​ແລະ ​ຝົນ​ຕົກ​ໜັກ ບາງ​ພື້ນ​ທີ່​ວັດ​ປະລິມານ​ນ້ຳ​ຝົນ​ໃນ​ໄລຍະ 24 ຊົ່ວໂມງ. ໄດ້​ສູງ​ເຖິງ​ກວ່າ 900 ມິນ​ລິ​ແມັດ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ ແລ້ວ​ຢ່າງ​ນ້ອຍ 2 ຄົນ ເປັນ​ຜູ້​ສູງ​ອາ​ຍຸ 1 ຄົນ ແລະ ​ຄົນ​ງານ​ກໍ່​ສ້າງ 1 ຄົນ ຂະນະ​ທີ່​ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ກວ່າ 300 ຄົນ ແລະ​ ປະຊາຊົນ​ປະ​ມານ 1.8 ລ້ານ​ຄົວ​ເຮືອນ ປະສົບ​ບັນຫາ​ໄຟ​ຟ້າ​ດັບ ຕົ້ນ​ໄມ້​ຫັກ​ຈຳນວນ​ຫລາຍ

NjpUs24nCQKx5e1D68I8XiGOFShS0czELt1ZuL5sv2i

ບີ​ບີ​ຊີ ແຈ້ງ​ວ່າ ໂຮງຮຽນ​ໃນ​ໄຕ້​​ຫວັນ​ຕ້ອງ​ປິດ​ໂຮງຮຽນ​ເປັນ​ວັນທີ່ 2 ຕິດ​ຕໍ່​ກັນ ລວມ​ທັງ​ການ​ຄົມ​ມະນາ​ຄົມ​ທາງ​ລົດ​ໄຟ ແລະ​ ​ທາງອາກາດ ​ຖືກ​ຍົກ​ເລີກ​ຢຸດ​ໃຫ້​ບໍລິການ ໂດຍ​ທາງ​ການ​ໄຕ້​​ຫວັນ​ຍັງ​ອອກ​ຄຳ​ເຕືອນ​ປະຊາຊົນ​ໃຫ້​ລະ​ວັງ​ໄພ ຈາກ​ດິນ​ເຈື່ອນ​ຫລັງ​ເກີດ​ຝົນ​ຕົກ​ໜັກ

NjpUs24nCQKx5e1D68I8XiGOFShS0c1FWYznBk61xXh

ເມື່ອ​ວັນທີ່ 28 ກັນຍາ ທາງ​ການ​ໄຕ້​​ຫວັນ​ໄດ້​ດຳ​ເນີນ​ການ​ອົບພະ​ຍົບ​ປະຊາຊົນ​ຫລາຍ​ພັນ​ຄົນ​ໜີ​ໄພ ກ່ອນ​ພາ​ຍຸ​ຈະ​ເຄື່ອນ​ຕົວ​ມາ​ຮອດ ແລະ​ ລະ​ດົມ​ກຳ​ລັງ​ທະຫານ​ກວ່າ 2.4 ໝື່ນ​ຄົນ ກຽມ​ພ້ອມ​ຮັບ​ມື​ສະຖານະການ​ສຸກ​ເສີນ ໂດຍ​ຂະນະ​ນີ້ ໄຕ້​ຝຸ່ນ​ຕູ້​ຈຽນ ໄດ້​ອ່ອນ​ກຳ​ລັງ​ລົງ ຂະນະ​ມຸ່ງ​ໜ້າ​ໄປ​ຍັງ​ມົນ​ທົນ​ຟູ​ຈ້ຽນ​ຂອງ​ຈີນ ແລະ​ຄາດ​ວ່າ​ຈະ​ຂຶ້ນ​ຝັ່ງ​ແຜ່ນດິນ​ໃຫຍ່​ຈີນ​ໃນ​ມື້​ນີ້ 29 ກັນຍາ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...