spot_img
Homeຂ່າວຕ່າງປະເທດສຸດເສົ້າ ຜູ້ສະແຫວງບຸນຢຽບກັນຕາຍ ດັບແລ້ວ 310 ລາຍ

ສຸດເສົ້າ ຜູ້ສະແຫວງບຸນຢຽບກັນຕາຍ ດັບແລ້ວ 310 ລາຍ

Published on

SAUDI-RELIGION-ISLAM-HAJJ SAUDI-RELIGION-ISLAM-HAJJ

ເມື່ອ​ວັນທີ່ 24 ກັນຍາ ສຳ​ນັກ​ຂ່າວ CNN ລາຍ​ງານ​ຂ່າວ​ດ່ວນ​ຈາກ​ປະເທດ​ຊາ​ອຸ​ດີ​ ອາ​ຣັບບິ ເມື່ອ​ເກີດ​ເຫດ​ຜູ້​ສະແຫວງ​ບຸນ​ຢຽບ​ກັນ​ຕາຍ​ລະຫວ່າງ​ປະກອບ​ພິທີ​ຣັຈ ໃນ​ເມືອງ​ມີ​ນາ ເມືອງ​ນ້ອຍ​ໆ ທີ່​ຢູ່​ຫ່າງ​ຈາກ​ນະຄອນ​ເມກ​ກະ​ໄປ​ພຽງ 5 ກິ​ໂລ​ແມັດ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍຊີວິດ​ຢ່າງ​ໜ້ອຍ 310 ລາຍ ແລ ະ​ບາດ​ເຈັບ​ອີກ​ປະ​ມານ 450 ລາຍ 
ຈາກ​ຄຳ​ເປີດ​ເຜີຍ​ຂອງ​ມັນ​ຊູ ອັນຕູກີ ລະ​ບຸ​ວ່າ ເຫດການ​ນີ້​ເກີດ​ຂຶ້ນ​ລະຫວ່າງ​ທີ່​ຜູ້​ສະແຫວງ​ບຸນ​ກຳ​ລັງ​ຮ່ວມ​ພິທີ​ໂຍນ​ເສົາ​ຫິນ ຊຶ່ງ​ຈະ​ເປັນ​ການ​ໂຍນ​ເພື່ອ​ຕໍ່​ຕ້ານ​ຜີຮ້າຍ ອັນ​ເປັນ​ສ່ວນຫນຶ່ງ​ຂອງ​ການ​ປະກອບ​ພິທີ​ຮັຈ ຢ່າງໃດ​ກໍ​ດີ​ຫລັງ​ເກີດ​ເຫດ​ທາງ​ການ​ໄດ້​ນຳ​ກຳ​ລັງ​ເຈົ້າ​ຫນ້າທີ່​ກວ່າ 4,000 ຄົນ ແລະ ​ລົດ​ສົ່ງຄົນເຈັບຫລາຍ​ກວ່າ 220 ຄັນ ຍ່າງ​ໜ້າ​ໄປ​ຍັງ​ທີ່​ເກີດ​ເຫດ​ເພື່ອ​ໃຫ້​ຄວາມ​ຊ່ວຍເຫລືອ​ແລ້ວ
ການ​ປະກອບ​ພິທີ​ຮັຈ​ປີ​ນີ້ ມີ​ຜູ້​ສະແຫວງ​ບຸນ​ເຂົ້າ​ຮ່ວມ​ພິທີ​ປະ​ມານ 2 ລ້ານ​ຄົນ ຂະນະ​ທີ່​ເຫດການ​ທີ່​ຫາກໍ່​ຈະ​ເກີດ​ຂຶ້ນ​ນີ້ ນັບ​ເປັນ​ເຫດການສຸດເສົ້າ​ເທື່ອ​ທີ່ 2 ໃນ​ຮອບ​ເດືອນ​ກັນຍາ ທີ່ເກີດຂື້ນ​ລະຫວ່າງ​ການ​ປະກອບ​ພິທີ​ຮັຈ

12002740_436542389882880_4418966740637137685_n 12027524_436542403216212_8488980459922197460_n

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...