ກອງ​ປະຊຸມ​ລັດຖະບານ​ເປີດກວ້າງ ປະຈຳ​ສົກປີ​ 2014-2015 ໄຂຂຶ້ນຢ່າງເປັນທາງການ

meeting

ຂປລ. ກອງ​ປະ​ຊຸມ​ລັດ​ຖະ​ບານ​​ເປີດກວ້າງປະ​ຈຳ​ປີ 2014-2015 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 23 ກັນ​ຍາ​ນີ້ ທີ່ ​ຫ້ອງວ່າ​ການ​ລັດ​ຖະ​ບານ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ ທອງ​ສິງ ​ທຳ​ມະ​ວົງນາ ​ຍົກ​ລັດ​ຖະ​ມົນ​ຕີ, ມີ​ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄະ​ນະ​ລັດ​ຖະ​ບານ ພ້ອມດ້ວຍ​ເຈົ້າ​ແຂວງ​ເຂົ້າ​ຮ່ວມ.

ໃນກອງ​ປະ​ຊຸມພາຍຫລັງ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ເປີດ​ຢ່າງ​ເປັນ​ທາງ​ການ​ແລ້ວ, ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກ​ບັນດາ​ລັດຖະມົນຕີ​ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ຂອງ​ຂະ​ແໜງ​ການ​ຕ່າງໆ​​ ເຊັ່ນ​: ບົດ​ລາຍ​ງານ​ຫ​ຍໍ້​ກ່ຽວ​ກັບ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ ​ສົກ​ປີ 2014-2015, ເຜີຍ ​ແຜ່​ດຳ​ລັດ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ສົກ​ປີ 2015-2016, ຮັບ​ຟັງ​ການ​ລາຍ​ງານ​ຫ​ຍໍ້​ ກ່ຽວ​ກັບສະ​ພາບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ແຜນ​ງົບ​ປະ​ມານ ​ປະ​ຈຳ​ປີ 2014-2015 ແລະ ​ເຜີຍ​ແຜ່​ແຜນ​ງົບ​ປະ​ມານ​ມານ​ປະ​ຈໍາ​ສົກ​ປີ 2015-2016, ຮັບ​ຟັງ​ລາຍ​ງານ​ຫ​ຍໍ້​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ເງິນ​ຕາ​ ປະ​ຈຳ​ສົກ​ປີ 2014-2015 ແລະ ເຜີຍ​ແຜ່​ແຜນ​ເງິນ​ຕາ​ປະ​ຈຳ​ປີ 2015-2016, ຮັບ​ຟັງ​ການ​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໂຄງ​ການ​ທາງ​ລົດ​ໄຟ ແລະ ໂຄງ​ການ​ກໍ່​ສ້າງ​ສະໜາມ​ບິນ​ສາ​ກົນ ​ຢູ່ ສ​ປ​ປ ລາວ, ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ແກ້​ໄຂ​ໜີ້ສິນ ໂຄງ​ການ​ລົງ​ທຶນ​ຂອງ​ລັດ, ມາດ​ຕະ​ການ​ແກ້​ໄຂ ແລະ ແຜນ​ໃນ​ຕໍ່​ຫ​ນ້າ.

ນອກ​ຈາກ​ນີ້ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກ​ຄະ​ນະພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ກະ​ຊວງ​ພາຍ​ໃນ ກ່ຽວ ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ 10 ເຂດ​ຈຸດ​ສຸມ​ ຂອງ​ລັດ​ຖະ​ບານ, 54 ຈຸດ​ສຸມ​ຂອງ​ທ້ອງ​ຖິ່ນ, ການ​ຈັດ​ສັນ​ພູມ​ລຳ​ເນົາ ແລະ ບ່ອນ ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ, ຈາກ​ນັ້ນ​ໄດ້​ຮັບ​ຟັງ​ບົດ​ສະຫລຸບ​ການ​ຕີ​ລາ​ຄາ​ການ​ບໍ​ລິ​ຫານ​ງານ​ຂອງ​ລັດ​ ຖະ​ບານ ສົກ​ປີ 2014-2015 ແລະ ແຜນ​ວຽກ​ຈຸດ​ສຸມ ສົກປີ 2015-2016.

ພ້ອມ​ນີ້, ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ​ຍັງໄດ້ພ້ອມ​ກັນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ບັນ​ດາ​ບົດ​ລາຍ​ງານ​ດັ່ງ​ກ່າວຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ເຮັດ​ໃຫ້​ບົດ​ລາຍ​ງານ​ດັ່ງ​ກ່າວ​ມີ​ຄ​ວາມ​ສົມ​ບູນ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ