Homeຂ່າວຕ່າງປະເທດໄຟປ່າແຄລິຟໍເນຍຍັງສືບຕໍ່ຄຸກຄາມໜັກ

ໄຟປ່າແຄລິຟໍເນຍຍັງສືບຕໍ່ຄຸກຄາມໜັກ

Published on

1

„ໄຟ​ປ່າ​ແຄ​ລິ​ຟໍ​ເນຍ​ຍັງ​ຄຸກ​ຄາມ​ໜັກ ໄຟ​ປ່າ​ທາງ​ຕອນ​ເໜືອ​ຂອງ​ນະຄອນຫລວງ​ແຄ​ລິ​ຟໍເນຍ ສະ​ຫາລັດ​ອະ​ເມ​ຣິ​ກາ ຍັງ​ໄໝ້​ລາມ​ຮຸນແຮງ​ຫລາຍ​ຈຸດ ເຖິງ​ມື້ວັນເສົາທີ່ຜ່ານມາໄດ້​ເຜົາ​ຜານ​ບ້ານເຮືອນ​ປະຊາຊົນ​ໄປ​ແລ້ວ​ກວ່າ 1,400 ຫລັງ ມື້​ນີ້ວັນຈັນ​ທີ່ 21 ກັນຍາ 2015  ເວລາ 0:17 ນ. ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນ​ລອດ​ແອງ​ເຈ​ລີດ ປະເທດ​ສະ​ຫkລັດ​ອະ​ເມ​ຣິ​ກາ ເມື່ອ​ວັນທີ່ 20 ກັນຍາ. ວ່າ ສະ​ເຫດການ​ໄຟ​ປ່າ​ທີ່​ໄໝ້​ລາມ​ໃນ​ບໍລິເວນ​ກວ້າງ ທາງ​ຕອນ​ເໜືອ​ຂອງ​ນະຄອນຫລວງ​ແຄ​ລິ​ຟໍເນຍສະ​ຫາລັດ ຍັງ​ຢູ່ໃນ​ຂັ້ນ​ຮຸນແຮງ ເຖິງວ່າ​ບາງ​ພື້ນ​ທີ່​ຈະ​ຜ່ອນ​ຄາຍ​ລົງ ເຊັ່ນ​ທີ່​ເມືອງ​ມິດ​ເດີນ​ທາວ ປະຊາຊົນ​ປະມານ 1,300 ຄົົນທີ່​ອົບພະຍົບອອກ​ນອກ​ພື້ນ​ທີ່​ເມື່ອ​ອາທິດ​ທີ່​ແລ້ວ ກຳ​ລັງ​ເດິນທາງ​ກັບ​ຄືນ​ສູ່​ຖິ່ນ​ຖານ ຢ່າງໃດ​ກໍ​ຕາມ ໃນ​ຫລາຍ​ພື້ນ​ທີ່​ໄຟ​ຍັງ​ຮຸນແຮງ​ນອກ​ເໜືອ​ການ​ຄວບ​ຄຸມ ຖະແຫລງ​ການ​ຂອງ​ສຳ​ນັກ​ງານ​ປ່າ​ໄມ້​ ແລະ​ ປ້ອງ​ກັນ​ໄຟ​ນະຄອນຫລວງ​ແຄ​ລິ​ຟໍ​ເນຍ (ແຄ​ໄຟລ໌) ເມື່ອ​ວັນ​ອາທິດ ລະ​ບຸ​ວ່າ ຫລ້າ​ສຸດ​ຍັງມີ​ໄຟ​ປ່າ​ຮຸນແຮງ​ຢ່າງ​ນ້ອຍ 9 ຈຸດ ທີ່​ຍັງ​ໄໝ້​ລາມ ແລະ​ມີ​ຜູ້​ເສຍຊີວິດ​ແລ້ວ 6 ລາຍ ທາງ​ການ​ລະ​ດົມ​ກຳ​ລັງ​ເຈົ້າ​ຫນ້າທີ່​ດັບ​ເພີງ​ເກືອບ 11,000 ຄົນ ຕໍ່ສູ້​ກັບ​ໄຟ​ໃນ​ພາ​ກສະ​ໜາມ ຈຸດ​ທີ່​ຮຸນແຮງ​ທີ່ສຸດ​ຄື “ໄຟ​ປ່າ​ວັນ​ເລີຍ” ທາງ​ຕອນ​ເໜືອ​ຂອງ​ນາ​ປາ ວັນ​ເລີຍ ແຫລ່ງ​ປູກ​ອະງຸ່ນ​ຜະລິດ​ໄວນ໌​​ຊື່ດັງ ຊຶ່ງ​ໄຟ​ປ່າ​ເຜົາ​ຜານ​ພື້ນ​ທີ່​ໄປ​ແລ້ວ 186,250 ໄຮ່ ຫລື​ຫລາຍກວ່າ 2 ເທົ່າ​ຂອງ​ພື້ນ​ທີ່​ເມືອງ​ໃຫຍ່​ຊານ​ຟຣານ​ຊິດ​ໂກ ມີ​ຜູ້​ເສຍຊີວິດ 3 ລາຍ ບ້ານເຮືອນ​ຖືກ​ໄຟ​ເຜົາ​ 585 ຫລັງ ແຕ່​ໄຟ​ປ່າ​ວັນ​ເລີຍ​ຖືກ​ຄວບ​ຄຸມ​ໄດ້​ເກືອບ​ຄຶ່ງ​ໜຶ່ງ​ແລ້ວ ແລະ ​ອີກ​ຈຸດ​ຄື “ໄຟ​ປ່າ​ບັດ” ໄໝ້​ລາມ​ກິນ​ເນື້ອທີ່​ກວ່າ 181,750 ໄຮ່ ແຕ່​ນັກ​ດັບ​ເພີງ​ຄວບ​ຄຸມ​ໄຟ​ໄດ້​ແລ້ວ​ປະມານຮ້ອຍ​ລະ 70 ເຈົ້າ​ຫນ້າທີ່​ແຄ​ໄຟລ໌ ເຜີຍ​ອີກວ່າ ​ຕັ້ງແຕ່ວັນ​ເສົາ ໄຟ​ປ່າ​ເຜົາ​ໄໝ້​ບ້ານເຮືອນ​ປະຊາຊົນ​ໃນ​ເຂ​ດນະຄອນຫລວງແຄ​ລິ​ຟໍ​ເນຍ ຈົນ​ເສຍ​ຫາຍ​ທັງ​ໝົດ​ຫລາຍກວ່າ 1,400 ຫລັງ ໄຟ​ປ່າ​ລຸກໃໝ່ “ທາດ​ຊາ​ຮາ​ຣາ” ທີ່​ເລີ່ມ​ໄໝ້​ລາມ​ຕັ້ງ​ແຕ່​ຕອນສວຍຂອງມື້ວັນເສົາ ໃນ​ມອນ​ເທີ​ເຣເຄົາ​ຕີ ຕາມ​ແນວ​ຊາຍ​ຝັ່ງ​ມະຫາ​ທະເລ​ແປ​ຊິ​ຟິກ ທາງ​ຕອນ​ກາງ​ຂອງ​ນະຄອນຫລວງ ຫລ້າ​ສຸດ​ໄຟ​ລາມ​ກິນ​ເນື້ອທີ່ 3,000 ໄຮ່ ແລະ​ ຫນ່ວຍ​ດັບ​ເພີງ​ສາ​ມາດ​​ຢຸດໄຟ​ຈຸດ​ນີ້​ໄດ້​ພຽງ​ຮ້ອຍ​ລະ 10 ໄຟ​ປ່າ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ນະຄອນຫລວງ​ແຄ​ລິ​ຟໍ​ເນຍ ຄິດ​ເປັນ​ມູນ​ຄ່າ​ຢ່າງ​ນ້ອຍ 244 ລ້ານ​ດອນ​ ນັບ​ຕັ້ງ​ແຕ່​ວັນທີ່ 1 ກັນຍາ ເປັນ​ຕົ້ນ​ມາ ທຽບ​ກັບ 434 ລ້ານ​ດອນ​ຂອງ​ຕະຫລອດ​ທັງ​ປີ 2014  ແລະ 240 ລ້ານ​ດອນ​ຂອງ​ປີ 2013 ໄຟ​ປ່າ​ເທື່ອ​ຮ້າຍແຮງ​ທີ່ສຸດ​ໃນ​ປະຫວັດສາດ​ຂອງ​ນະຄອນຫລວງ​ແຄ​ລິ​ຟໍ​ເນຍ ເກີດ​ຂຶ້ນ​ເມື່ອ​ເດືອນ ຕຸລາ 1991 ຈາກ”ໄຟ​ປ່າ​ທັນ​ເນນ” ມີ​ຜູ້​ເສຍຊີວິດ 25 ລາຍ ອາ​ຄານ​ບ້ານເຮືອນ​ຖືກ​ໄຟ​ເຜົາ 2,900 ຫລັງ ແຕ່​ໃນ​ແງ່​ຂອງ​ຂະໜາດ​ພື້ນ​ທີ່​ທີ່​ຖືກ​ໄຟ​ປ່າ​ເຜົາ​ຜານ “ໄຟ​ປ່າ​ຊີ​ອາລ໌” ໃນ​ປີ 2003 ເຮັດ​ສະ​ຖິ​ຕິ​ໄໝ້​ລາມ​ພື້ນ​ທີ່​ກວ້າງ​ເຖິງ 682,500 ໄຮ່. “

2 3 4

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...