spot_img
Homeຂ່າວການສຶກສາໂຮງຮຽນວຽງໄຊເປີດສົກຮຽນໃໝ່ 2013 - 2014

ໂຮງຮຽນວຽງໄຊເປີດສົກຮຽນໃໝ່ 2013 – 2014

Published on

tue24sep4

ໂຮງຮຽນກໍ່ສ້າງນາຍສິບ ທະຫານຮາບເລກ 2 ວຽງໄຊ ເປີດສົກຮຽນໃໝ່ສົກປີ 2013-2014 ຂຶ້ນໃນຕອນເຊົ້າຂອງ ວັນທີ 20 ກັນຍາປີ 2013 ນີ້, ພາຍໃຕ້ການເປັນປະທານ ຂອງສະຫາຍພົນຈັດຕະວາ ສາຍພອນ ມີລາກົງ ຫົວຫນ້າ ການທະການໂຮງຮຽນພ້ອມ ດ້ວຍຄະນະເຂົ້າຮ່ວມພິທີຍັງ ມີ ສະຫາຍພັນເອກ ສາຍໃຈ ກົມມະສິດ     ຫົວຫນ້າກົມກຳ
ລັງພົນ-ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ມີ ບັນດາກຳລັງຫລວງກຳລັງ ທ້ອງຖິ່ນຕະຫລອດຮອດຫ້ອງ ວ່າການພະແນກການກ່ຽວ ຂ້ອງພາຍໃນແຂວງ ແລະ ຄະ ນະຫ້ອງການ, ພະແນກການ ພ້ອມດ້ວຍບັນດາຄູ-ອາຈານ ນັກຮຽນໃນທົ່ວໂຮງຮຽນເຂົ້າ ຮ່ວມ.
ໃນພິທີສະຫາຍພັນໂທ  ບັນດິດ ບົວສຸທິຕາ ຮອງຫົວ ຫນ້າການທະຫານໂຮງຮຽນ ໄດ້ຂຶ້ນຜ່ານແຜນການສຶກສາ ຮ່ຳຮຽນອົບຮົມ-ຫັດແອບປະ
ຈຳສົກປີ 2013-2014 ຂອງ ໂຮງຮຽນວຽງໄຊຂຶ້ນຢ່າງເປັນ ທາງການ ໂດຍສະເພາະນັກ ຮຽນກຳລັງຫຼວງ-ກຳລັງທ້ອງ ຖິ່ນທີ່ມາເຂົ້າຮຽນໃນສົກ ຮຽນປີ 2013-2014 ແມ່ນ 628 ຄົນ, ໃນນັ້ນຊັ້ນມັດທະ ຍົມສຶກສາຕອນປາຍລະບົບ ບຳລຸງຊັ້ນ ມ 5, ມ7 ມີນັກຮຽນ 122 ຄົນ, ຊັ້ນມັດທະຍົມສຶກ ສາຕອນປາຍລະບົບສາມັນ ຊັ້ນມໍ6,ມໍ7,ແມ່ນ238ຄົນ ແລະລະບົບກໍ່ສ້າງນາຍສິບ ທະຫານຮາບມີນັກຮຽນເຂົ້າ ຮຽນ268ຄົນໃນນີ້ສ້າງລະ ບົບຄູສາມັນ ແລະ ບຳລຸງ ສອນດີ, ສອນເກັ່ງກວມເອົາ 40% ຂຶ້ນໄປ,ສ້າງນັກຮຽນ ດີ-ຮຽນເກັ່ງໃນແຕ່ລະຫ້ອງ ຮຽນກວມເອົາ 5-10% ຂຶ້ນ ໄປ, ສອບເສັງປະຈຳເດືອນ ໃຫ້ໄດ້ 50% ຂຶ້ນໄປສອບ ເສັງເລື່ອນຊັ້ນ ແລະ ຈົບຊັ້ນ ໃຫ້ໄດ້ 95% ຂຶ້ນໄປ, ( ສະ  ເພາະລະບົບສາມັນບັນລຸໃຫ້ ໄດ້ຄະແນນ 7 ຂຶ້ນໄປກວມ ເອົາ 5-10% ສ່ວນລະບົບກໍ່ ສ້າງນາຍສິບທະຫານຮາບ ແມ່ນສ້າງນັກຮຽນເກັ່ງໃຫ້ໄດ້ 1% ຂຶ້ນໄປ, ສ້າງນັກຍິງປືນ ເກັ່ງໃຫ້ໄດ້ 5% ຂຶ້ນໄປ, ໝູ່ຍິງ ປືນເກັ່ງ 35%, ໝວດຍິງປືນ ເກັ່ງ 35%, ສ້າງຜູ້ບັນຊາຂັ້ນ ຮອງໝວດໃຫ້ໄດ້ 55% ຂຶ້ນ ໄປ, ສອບເສັງຈົບຊັ້ນໃຫ້ໄດ້ 100% ຂອງແຜນການ ແລະ ສ້າງຄູສອນດີ-ສອນເກັ່ງກວມ ເອົາ 38% ຂຶ້ນໄປ, ກ່ອນຈະ ເຮັດໄດ້ຄືແນວນັ້ນຍ້ອນຄະ ນະພັກ-ຄະນະອຳນວຍການ ຕະຫຼອດຮອດຄະນະບັນຊາ ແຕ່ລະຂັ້ນຈັດຕັ້ງເຊື່ອມຊຶມ ໃຫ້ພະນັກງານ-ນັກຮົບ, ຄູ- ອາຈານ, ນັກຮຽນໃຫ້ເຂົ້າໃຈ ຢ່າງຈະແຈ້ງເລິກເຊິ່ງ,ທົ່ວເຖິງ  ເພື່ອສ້າງໃຫ້ພະນັກງານຜູ້ສືບ ທອດຂອງກອງທັບທີ່ດີ.
ໂອກາດນີ້ໃນພິທີສະຫາຍ ພົນຈັດຕະວາ ສາຍພອນ ມີ ລາກົງ ຫົວໜ້າການທະຫານ ໂຮງຮຽນໄດ້ໂອ້ລົມ ແລະ ຕີ ລາຄາສູງຕໍ່ຜົນສຳເລັດໃນ ການກໍ່ສ້າງພະນັກງານຮຸ້ນສືບ ທອດຂອງກອງທັບໃນຊຸມປີທີ່ ຜ່ານມາ, ສະຫາຍໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຂອງໂຮງຮຽນຕ້ອງ ກຳແໜ້ນເຊື່ອມຊຶມ ແລະ ບົດ ບາດ-ໜ້າທີ່ຂອງຕົນເອງໄດ້ ຢ່າງເລິກເຊິ່ງ, ນຳເອົາມະຕິ IX ຂອງພັກ. ດ້ວຍສ້າງບາດ ກ້າວ 4 ບຸກທະລຸໂດຍຕິດພັນ ແໜ້ນກັບ 4 ແຜນງານໃຫຍ່ 26 ໂຄງການທີ່ຄະນະພັກກະ ຊວງປ້ອງກັນປະເທດວາງ ອອກ, ພ້ອມກັນຜັນຂະຫຍາຍ ຢູ່ໃນກົມກອງໃຫ້ປະກົດຜົນ ເປັນຈິງ. ເຊິ່ງໃນນັ້ນຕ້ອງບຸກ ທະລຸຢ່າງແຂງແຮງດ້ານການ ພັດທະນາຊັບພະຍາກອນມະ ນຸດ ໂດຍສະເພາະດ້ານການ ກໍ່ສ້າງ ແລະ ບຳລຸງຍົກລະດັບ ຄວາມຮູ້ຄວາມສາມາດໃນ ດ້ານຕ່າງໆຂອງພະນັກງານ ໃຫ້ສົມຄູ່ກັບຄວາມຮຽກຮ້ອງ ຕ້ອງການຂອງການພັດທະ ນາໃນໄລຍະໃໝ່. ພ້ອມນີ້ສະ ຫາຍໄດ້ກ່າວເປີດສົກຮຽນ ຢ່າງເປັນທາງການພ້ອມນຳ ພາແຂກໄປທ່ຽວຊົມຫໍສະໝຸດ ຂອງໂຮງຮຽນຕື່ມອີກ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...