spot_img
Homeມູມໄອທີລາວ10 ສິ່ງທີ່ເຈົ້າຍັງບໍ່ຮູ້ກ່ຽວກັບ iPhone 6s/6s Plus, AppleTV, iPad Pro/mini 4

10 ສິ່ງທີ່ເຈົ້າຍັງບໍ່ຮູ້ກ່ຽວກັບ iPhone 6s/6s Plus, AppleTV, iPad Pro/mini 4

Published on

10things_11

ພາຍ​ໃນ​ງານ Hey Siri ນັ້ນ​ແອັບ​ເປີ້ນ​ໄດ້​ເປີດ​ຕົວ​ອຸປະກອນ​ໃໝ່​ໆ ຫລວງຫລາຍ ບໍ່​ວ່າ​ຈະ​ເປັນ iPhone 6s, iPhone 6s Plus, AppleTV, iPad Pro ແລະ iPad mini 4 ຊຶ່ງ​ກໍ​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ຄົນຮັກແອັບ​ເປີ້ນ​ແລະ​ຄົນ​ທົ່ວ​ໄປ​ຂ້ອນຂ້າງ​ຫລາຍ ແລະ​ມື້​ນີ້​ທາງ Laopost ກໍ​ມີ​ຂໍ້​ມູນ​​ທີ່​ຫລາຍ​ຄົນ​ຢາກ​ຮູ້​ແຕ່​ອາດຈະ​ຍັງ​ບໍ່​ຮູ້​ມາ​ຝາກ​ກັນ ຈະ​ມີ​ຫຍັງ​ແດ່​ນັ້ນ​ມາ​ເບິ່ງ​ພ້ອມໆ ກັນ​ເລີຍ
1.
ຮອງ​ຮັບ Bluetooth 4.2
ອຸປະກອນ​ໃໝ່​ທຸກ​ອັນ (ຍົກ​ເວັ້ນ Apple TV) ຈະ​ຮອງ​ຮັບ Bluetooth 4.2 ຊຶ່ງ​ເປັນ​ເວີລ໌​ຊັ່ນ​ໃໝ່​ຫລ້າ​ສຸດ​ຂອງ​ລະບົບ Bluetooth ປັບປຸງ​ລະບົບ​ຄວາມ​ປອດ​ໄພ​ແລະ​ຄວາມ​ເປັນ​ສ່ວນ​ຕົວ ສົ່ງ​ຂໍ້​ມູນ​ໄດ້​ໄວ​ຂຶ້ນ 2.5 ເທົ່າ ຊຶ່ງ​ຖື​ວ່າ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ໃນ​ຍຸກ Internet of Things ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່ iPhone, iPad ແລະ iPod touch ທີ່​ເປີດ​ຕົວ​ໃນ​ປີ​ນີ້​ຈະ​ຮອງ​ຮັບ Bluetooth 4.2 ກັນ​ທັງ​ໝົດ ແຕ່​ກໍ​ໜ້າ​ເສຍ​ດາຍ​ທີ່ Apple TV ລຸ້ນ​ໃໝ່​ຍັງ​​ຮອງ​ຮັບ​ແຕ່ Bluetooth 4.0 ເທົ່າ​ນັ້ນ
2. iPhone 6s/6s Plus ໜັກ​ກວ່າ​ເກົ່າ

10things_2_1
iPhone 6s ແລະ  iPhone 6s Plus ຈະ​ມີ​ນ້ຳ​ໜັກ​ທີ່​ຫລາຍກວ່າ​ລຸ້ນ​ກ່ອນ​ໜ້າ​ເລັກນ້ອຍ (ປະ​ມານ 15-20 ກຣາມ) ລວມ​ທັງ​ຂະໜາດ​ເຄື່ອງ​ທີ່​ໃຫຍ່​ຂຶ້ນ​ປະ​ມານ 0.1-0.2 ມມ. ແຕ່​ໃນ​ການ​ໃຊ້​ງານ​ຈິງ​ອາດ​ບໍ່​ຄ່ອຍ​ຮູ້ສຶກ​ແຕກ​ຕ່າງ​ປານໃດ ທັງ​ນີ້​ອາດ​ເນື່ອງ​ມາ​ຈາກ​ການ​ເພີ່ມ​ລະບົບ 3D Touch ເຂົ້າໄປ
3.
ທີ່​ມາ​ຂອງ​ພາບ Wallpaper iPhone 6s

10things_3
ຮູບ​ພາບ Wallpaper ທີ່​ຢູ່​ເທິງ​ໜ້າ​ຈໍ​ຂອງ iPhone 6s ໃນ​ງານ​ເປີດ​ຕົວ​ນັ້ນ​ຄື​ພາບ​ຂອງ​ປາ​ກັດ​ຮາບ​ມູນ​ທີ່​ທີມ​ງານ​ແອັບ​ເປີ້ນ​ໄດ້​ເດີນທາງ​ມາ​ຖ່າຍ​ພາບ​ເຖິງ​ປະເທດ​ໄທ​
4.
ກ່ຽວກັບ​ກ້ອງ​ຂອງ iPhone 6s

10things_4_1
iPhone 6s ມາ​ພ້ອມ​ກັບ​ກ້ອງ​ທີ່​ປະ​ສິດ​ທິ​ພາບ​ດີກວ່າ​ລຸ້ນ​ກ່ອນ​ໜ້າ ບໍ່​ວ່າ​ຈະ​ເປັນ​ກ້ອງ​ຫລັງ​ທີ່​ຖ່າຍ​ພາບ​ໄດ້​ຄວາມ​ລະອຽດ​ສູງ​ສຸດ 12 ລ້ານ​ພິກ​ເຊລ ຮອງ​ຮັບ​ການ​ຖ່າຍ​ພາບ​ພາ​ໂນ​ລາ​ມາ​ຄວາມ​ລະອຽດ​ສູງ​ສຸດ 63 ລ້ານ​ພິກ​ເຊລ (ຈາກ​ແຕ່ກ່ອນ 43 ລ້ານ​ພິກ​ເຊລ) ແລະ​ກ້ອງ​ຫນ້າທີ່​ເພີ່ມ​ຈາກ 1.2 ລ້ານ​ພິກ​ເຊລ​ເປັນ 5 ລ້ານ​ພິກ​ເຊລ ຊ່ວຍ​ໃຫ້​ຖ່າຍ​ເຊລ​ຟີ່​ໄດ້​ດີ​ຂຶ້ນ ແຕ່​ໜ້າ​ເສຍ​ດາຍ​ທີ່​ຟັງຊັ່ນປ້ອງ​ກັນ​ພາບ​ຖ່າຍ​ສັ່ນ​ໄຫວ​ກັບ​ມີ​ສະເພາະ​ໃນ iPhone 6s Plus ເທົ່າ​ນັ້ນ ນອກ​ຈາກ​ນີ້ iPhone 6s ຍັງ​ສາມາດ​ຖ່າຍ​ວິ​ດີ​ໂອ 4K ໄດ້ ແລະ​ມາ​ພ້ອມ​ຟັງຊັ່ນ Playback Zoom ສາມາດ​ຊູມ​ເບິ່ງ​ວິ​ດີ​ໂອ​ທີ່​ຖ່າຍ​ມາ​ແບບ​ສະເພາະ​ຈຸດໄດ້
5. iPhone 6s
ເຄື່ອງ​ດຽວ​ຍັງ​ຮອງ​ຮັບ​ເຄືອ​ຂ່າຍ​ໄດ້​ບໍ່​ທົ່ວ​ໂລກ
iPhone 6s ແລະ  iPhone 6s Plus ແຕ່​ລະ​ລຸ້ນ​ຈະ​ຮອງ​ຮັບ​ສັນຍາ​ນ LTE ໄດ້​ເກືອບ​ທຸກ​ປະເທດ​ໃນ​ໂລກ ແຕ່​ຢ່າງ​ໃນ​ສະ​ຫາຣັດ​ອາເມ​ຣິ​ກາ​ນັ້ນ​ຈະ​ຕ້ອງ​ເຮັດ​ແຍກ​ອອກ​ເປັນ 2 ລຸ້ນ ຄື​ລຸ້ນ CDMA EV-DO Rev ທີ່​ຮອງ​ຮັບ​ສັນຍາ​ນ CDMA ຂອງ​ເຄືອ​ຂ່າຍ​ຢ່າງ Verizon ແລະ​ລຸ້ນ​ທີ່​ຮອງ​ຮັບ LTE Band 30 ສຳລັບ​ເຄືອ​ຂ່າຍ AT&T ແຕ່​ສຳລັບ iPad mini 4 ແລະ iPad Pro ຈະ​ມີ​ສະເພາະ​ລຸ້ນ CDMA Rev. A ແລະ B ເທົ່າ​ນັ້ນ ແຕ່​ບໍ່​ມີ​ລຸ້ນ LTE Band 30
6.
ປະ​ສິດ​ທິ​ພາບ​ຂອງ iPad mini 4

10things_6
iPad mini 4 ມີ​ຕົວ​ເຄື່ອງ​ທີ່​ບາງ​ແລະ​ເບົາ​ກວ່າ​ເກົ່າ ພ້ອມ​ທັງ​ໜ້າ​ຈໍ​ທີ່​ດີກວ່າ​ເກົ່າ ສະແດງ​ສີ​ສັນ​ໄດ້​ງາມ​  ພາບ​ຄົມ​ແຈ້ງ ເຊັ່ນ​ດຽວ​ກັບ iPad Air 2 ແຕ່​ສະ​ເປັກ​ອື່ນໆ ກໍ​ຍັງ​ບໍ່​ທຽບ​ເທົ່າ iPad Air 2 ຢ່າງ​ຊິບ​ກໍ​ໃຊ້ A8 ແທນ​ທີ່​ຈະ​ເປັນ A8X ລວມ​ທັງ​ແບດ​ເຕີ​ຣີ່​ທີ່​ມີ​ຄວາມ​ຈຸ​ນ້ອຍ​ກວ່າ​ລຸ້ນ​ກ່ອນ​ໜ້າ​ຢູ່ 20% ແຕ່​ກໍ​ຍັງ​ດີ​ທີ່​ກ້ອງ​ຂອງ iPad mini 4 ນັ້ນ​ມີ​ປະ​ສິດ​ທິ​ພາບ​ທຽບ​ເທົ່າ iPad Air 2
7. iPad Pro
ໃຊ້​ສາຍສາກ​ຂອງ​ລຸ້ນອື່ນໆ​ໄດ້

10things_7
iPad Pro ສາມາດ​ໃຊ້​ສາຍສາກຮ່ວມ​ກັບ Adapter ຂອງ iPad ລຸ້ນ​ອື່ນໆ ໄດ້ ແຕ່​ແບດ​ເຕີ​ຣີ່​ຂອງ iPad Pro ນັ້ນ​ມີ​ຄວາມ​ຈຸ​ນ້ອຍ​ກວ່າ​ຂອງ iPad 3 ແລະ iPad 4 ປະ​ມານ 10% ໂດຍ​ບ່ອນສາກ​ຂອງ iPad 4 ນັ້ນ​ມີ​ກຳ​ລັງ​ໄຟ 12 ວັດ ແລະ​ໃຊ້​ເວລາ​ສາກ​ປະ​ມານ 5 ຊົ່ວ​ໂມງ ຊຶ່ງ​ຄາດ​ວ່າ​ຖ້າ​ນຳ​ມາ​ໃຊ້​ກັບ iPad Pro ໜ້າ​ຈະ​ໃຊ້​ເວລາ​ສາກຕ່ຳ​ກວ່າ 5 ຊົ່ວ​ໂມງ​ຢູ່​ເລັກນ້ອຍ
8.
ກ່ຽວກັບ Smart Keyboard ຂອງ iPad Pro

10things_8
Smart Keyboard ຂອງ  iPad Pro ນັ້ນ​ມີ​ດີ​ໄຊນ໌​ຄ້າຍ​ກັບ Fabric Skin Keyboard Folio ທີ່ Logitech ໄດ້​ຜະລິດ​ອອກ​ມາ​ສຳລັບ​ໃຊ້​ງານ​ກັບ iPad Air ກ່ອນ​ໜ້າ​ນີ້ ໂດຍ Smart Keyboard ສາມາດ​ເຊື່ອມ​ຕໍ່​ຫລື​ຖອດ​ອອກ​ໄດ້​ທີ່ Smart Connector ຊຶ່ງ​ຢູ່​ບໍລິເວນ​ຂອບ​ຂອງ​ຕົວ​ເຄື່ອງ iPad Pro ແຕ່​ດີ​ໄຊນ໌​ຂະນະ​ພັບ​ເກັບ​ນັ້ນ​ຍັງ​ເບິ່ງ​ດີ​ບໍ່​ເທົ່າ​ຂອງ Logitech ນອກ​ຈາກ​ນີ້​ເບິ່ງຄືວ່າ Smart Connector ອາດ​ຖືກ​ອອກ​ແບບ​ມາ​ເພື່ອ​ໃຊ້​ກັບ Dock ສາກ​ແບດ​ເຕີ​ຣີ່​ຂອງ iPad Pro ໃນ​ອະນາຄົດ​ກໍ​ເປັນ​ໄດ້ ສ່ວນ​ຄີບອ​ດອາດ​ປ່ຽນ​ໄປ​ໃຊ້​ການ​ເຊື່ອມ​ຕໍ່​ແບບ Bluetooth ແທນ
9.
ກ່ຽວກັບ Apple TV ລຸ້ນ​ໃໝ່

10things_9
Apple TV ລຸ້ນ​ໃໝ່​ເປັນ Apple TV ເຄື່ອງ​ທີ່ 4 ມີ​ຄວາມ​ໜາ​ແລະ​ນ້ຳ​ໜັກ​ຫລາຍກວ່າ​ເກົ່າ​ປະ​ມານ 50% ຄາດ​ວ່າ​ໜ້າ​ຈະ​ມາ​ຈາກ​ການເຮັດໃຫ້​ຮອງ​ຮັບ Wi-Fi 802.11ac ພ້ອມ MIMO ເພາະ​ຕ້ອງ​ໃຊ້​ຕົວ​ຮັບ​ສັນ​ຍານ​ຂະໜາດ​ໃຫຍ່​ຂຶ້ນ ຮອງ​ຮັບ Dolby Digital 7.1, HDMI 1.4 ແລະ USB-C ມາ​ພ້ອມ​ແລມ 2GB ຊຶ່ງ​ຄາດ​ວ່າ​ໜ້າ​ຈະ​ສາມາດ​ຫລິ້ນ​ເກມ​ທີ່​ພັດທະນາ​ສຳລັບ iPhone 6 Plus ໄດ້ ແຕ່​ບໍ່​ມີ​ຊ່ອງ Optical Audio ແລ້ວ ຮອງ​ຮັບ​ພຽງແຕ່ Bluetooth 5.0 ແລະ​ຍັງ​ບໍ່​ມີ​ການ​ຢືນຢັນ​ວ່າ​ຈະ​ຮອງ​ຮັບ​ກາ​ຫລິ້ນ​ເພງ​ຈາກ iTunes Music ໂດຍ​ບໍ່​ຕ້ອງ​ຜ່ານ Apple Music ຫລື​ບໍ່ ສ່ວນ​ຄວາມ​ຈຸ 32/64GB ນັ້ນ​ຈະ​ມີ​ພຽງ​ພໍ​ຕໍ່​ການ​ໃຊ້​ງານ​ຫລື​ບໍ່
10. Apple TV ຈະ​ໃຊ້ Siri Remote ແລະ​ຈອຍ​ຫລິ້ນ​ເກມ​ໄດ້

10things_10
Siri Remote ສຳລັບ​ໃຊ້​ງານ​ກັບ Apple TV ລຸ້ນ​ໃໝ່​ຈະ​ມີ​ຊ່ອງ Lightning port ສາມາດ​ສາກແບດ​ເຕີ​ຣີ່ ຊຶ່ງ​ສາມາດ​ໃຊ້​ສຽບ​ສາຍ​ຄ້ອງ​ມື​ທີ່​ແອບ​ເປີນ​ຈະ​ຂາຍ​ແຍກ​ໄດ້ ສຳລັບ​ປ້ອງ​ກັນ​ຣີໂມດ​ຫລຸດ​ມື​ເມື່ອ​ໃຊ້​ຫລິ້ນ​ເກມ (ເຊັ່ນ​ດຽວ​ກັບ​ເຄື່ອງ Wii ຂອງ​ນິນ​ເທນ​ໂດ) ນອກ​ຈາກ​ນີ້​ຍັງມີ​ຈອຍ​ເກມ Nimbus ຂອງ Steelseries ທີ່​ຈະ​ຜະລິດ​ອອກ​ມາ​ຮອງ​ຮັບ​ການ​ຫລິ້ນ​ເກມ​ເທິງ Apple TV ອີກ​ດ້ວຍ ຊຶ່ງ​ໃນ​ອະນາຄົດ​ອາດຈະ​ມີ ຈອຍ​ເກມ​ຫລື​ອຸປະກອນ​ອື່ນໆ ສຳລັບ​ໃຊ້​ຫລິ້ນ​ເກມ​ອອກ​ມາ​ອີກ​ກໍ​ເປັນ​ໄດ້

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...