ຫລວງພະບາງ ເລັ່ງແກ້ໄຂຜົນກະທົບ ເຫດພູເຈືອນຢູ່ເມືອງນານ ໃຫ້ຄືນສູ່ປົກກະຕິໂດຍໄວ!

lpb

ພາຍຫລັງເກີດເຫດການພູເຈື່ອນກະທັນຫັນໃນບໍລິເວນຈຸດແຫລງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຮ່ຽນ ເຂດບ້ານນາຝາຍ ແລະ ບ້ານສີບຸນເຮືອງ ເມືອງນານແຂວງຫລວງພະບາງ ເມື່ອຕອນບ່າຍວັນທີ 8 ກັນຍາຜ່ານມານີ້, ໄດ້ສົ່ງຜົນເຮັດໃຫ້ກະແສນໍ້າ, ຕົ້ນໄມ້ ແລະ ດິນໄດ້ໄຫລຊຸເຂົ້າຖ້ວມເຮືອນຊານຂອງປະຊາຊົນທີ່ຢູ່ລຽບຕາມແຄມແມ່ນໍ້າສະນານເສຍຫາຍຈໍານວນຫລາຍຄື: ມີເຮືອນປະຊາຊົນຢູ່ບ້ານນາຝາຍ 9 ຫລັງຖືກນໍ້າພັດສູນຫາຍ, 24 ຫລັງເປ່ເພ ແລະ ອີກ 8 ຫລັງຢູ່ບ້ານສີບຸນເຮືອງ, ໃນນີ້ມີຜູ້ເສຍຊີວິດທັງໝົດ 4 ຄົນຍ້ອນຖືກດິນຖົມ, ໃນນັ້ນເປັນຍິງ 2 ຄົນອາຍຸ 6 ປີແລະ 32 ປີ, ຊາຍ 2 ຄົນອາຍຸ 18 ປີ ແລະ 70 ປີ, ຂະນະດຽວກັນເສັ້ນທາງຫລວງແຫ່ງຊາດເລກ 4 ບໍລິເວນລຽບຕີນພູສະແກກໍຖືກດີນເຈື່ອນໄຫລ່ມາຖົມເປັນບໍລິເວນກວ້າງເຮັດໃຫ້ການສອນຈອນຖືກຕັດຂາດຊົ່ວຄາວ ແລະ ພາຍຫລັງ

ເກີດສະພາບຮ້າຍແຮງດັ່ງກ່າວອໍານາດການປົກຄອງຖິ່ນໄດ້ຈັດກໍາລັງເຈົ້າໜ້າທີ່ຫລາຍພາກສ່ວນເຂົ້າໄປໃຫ້ການຊ່ວຍເຫລືອຢ່າງຮີບດ່ວນ, ພ້ອມແຕ່ງໜ່ວຍງານຮັບຜິດຊອບແກ້ໄຂແຕ່ລະໜ້າວຽກຄື: ໜ່ວຍງານຄົ້ນຫາຜູ້ເສຍຊີວິດ ແລະ ສູນຫາຍ, ເຊິ່ງມາຮອດປັດຈຸບັນສາມາດຄົ້ນຫາສົບຜູ້ເສຍຊີວິດໄດ້ທັງໝົດແລ້ວ. ໜ່ວຍງານເກັບກໍາຂໍ້ມູນຜົນເສຍຫາຍຂອງເຮືອນ,ເນື້ອທີ່ການຜະລິດ, ສັດລ້ຽງ ແລະ ອື່ນໆ, ເຊິ່ງຄາດວ່າຈະສາມາດສັງລວມຜົນເສຍຫາຍທັງໝົດໄດ້ໃນອີກບໍ່ດົນນີ້, ເພື່ອລະດົມທຶນ

ເພື່ອຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໄພທໍາມະຊາດດັ່ງກ່າວ, ເຊິ່ງປັດຈຸບັນໄດ້ມີຫ້ອງວ່າການແຂວງຫລວງພະບາງ ແລະ ຫ້ອງວ່າການແຂວງໄຊຍະບູລີໄດ້ມອບເງິນຊ່ວຍເຫລືອເພື່ອບັນເທົາທຸກເບື້ອງຕົ້ນແລ້ວພາກສ່ວນລະ 10 ລ້ານກີບ, ນອກຈາກນີ້ຍັງມີອົງການກາແດງແຂວງຫລວງພະບາງໄດ້ມອບເຂົ້າສານຈໍານວນ 1 ໂຕນ ແລະ ນໍ້າດື່ມອີກຈໍານວນໜຶ່ງ ແລະ ຫລາຍພາກສ່ວນກໍໄດ້ມີການແຈ້ງເຈດຈໍານົງເພື່ອໃຫ້ການຊ່ວຍເຫລືອຕື່ມອີກ.

ເຈົ້າເມືອງນານໃຫ້ຮູ້ວ່າ: ສໍາລັບຜູ້ທີ່ໄດ້ຮັບຜົນກະທົບປັດຈຸບັນແມ່ນໄດ້ຈັດສັນໃຫ້ໄປພັກເຊົາຊົ່ວຄາວຢູ່ໂຮງ ຮຽນຂອງບ້ານ ແລະ ຈໍານວນໜຶ່ງແມ່ນພັກເຊົາຢູ່ນໍາຍາດພີ່ນ້ອງຈົນກວ່າຈະມີການປຸກສ້າງເຮືອນຢູ່ໃໝ່ ແລະ ສິ່ງທີ່ຕ້ອງການຊ່ວຍເຫລືອຮີບດ່ວນແມ່ນເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ສັງກະສີແລະ ເຄື່ອງອຸປະໂພກ-ບໍລິໂພກອັນຈໍາເປັນອື່ນໆ, ສະນັ້ນ ຫາກພາກສ່ວນໃດ, ບໍລິສັດ-ຫ້າງຮ້ານ, ຫົວໜ່ວຍທຸລະກິດ,ບຸກຄົນຫລືນິຕິບຸກຄົນໃດຕ້ອງການບໍລິຈາກວັດຖຸສິ່ງຂອງ ແລະ ເງິນເພື່ອຊ່ວຍເຫລືອຜູ້ປະສົບໄພທໍາມະຊາດຄັ້ງນີ້ ແມ່ນສາມາດຕິດຕໍ່ໄດ້ທີ່ໂທລະສັບໝາຍເລກ 071-450242, 020 22350209, 020 22350108 ແລະ 030 9010151 ຕາມເວລາລັດຖະການ.

 

ແຫລ່ງຂ່າວ:

ລພນ