spot_img
Homeຂ່າວການພັດທະນາ5 ປີ ນະຄອນຫລວງວຽງຈັນ ສ້າງເສັ້ນທາງໄດ້ 388,48 ກິໂລແມັດ!

5 ປີ ນະຄອນຫລວງວຽງຈັນ ສ້າງເສັ້ນທາງໄດ້ 388,48 ກິໂລແມັດ!

Published on

way

ຂປລ. ​ໃນໄລຍະ 5 ປີ 2011-2015 ນີ້, ນະຄອນຫລວງວຽງຈັນ ກໍຄື ຂະແໜງໂຍທາທິການແລະ ຂົນສົ່ງ ສາມາດຈັດຕັ້ງປະຕິບັດ ການກໍ່ສ້າງເສັ້ນທາງໄດ້ 388,48 ກິໂລແມັດ ທຽບໃສ່ແຜນການ ປະຕິບັດໄດ້ 70,01%, ​ໃນນັ້ນທາງເບຕົງ 56,84 ກວ່າກິໂລແມັດ, ທາງປູດ້ວຍຢາງຂົ້ວ 81,60 ກວ່າກິໂລແມັດ, ທາງປູຢາງສອງຊັ້ນ 53,60 ກວ່າກິໂລແມັດ, ທາງປູແຮ່ 136,57 ກິໂລແມັດແລະ ທາງດິນທຳມະຊາດ 31,37 ກິໂລແມັດ.

ໃນບົດລາຍງານການເມືອງ ຂອງອົງຄະນະພັກ ນະຄອນຫລວງວຽງຈັນໄດ້ໃຫ້ຮູ້ວ່າ: ນອກຈາກຜົນສຳເລັດ ໃນການກໍ່ສ້າງເສັ້ນທາງແລ້ວ, ວຽກ​ງານ​ຄຸ້ມ​ຄອງ​ເຄຫາ-ຜັງ​ເມືອງ ກໍ​ໄດ້​ສຳ​ເລັດ​ການ​ອອກ​ແບບ ​ຜັງ​ເມືອງ​ໃໝ່​ໜອງ​ປີງ, ບຶງ​ທາດຫລວງ ​ແລະ ຜັງ​ເມືອງ​ ລຽບ​ຕາມ​ຖະໜົນ 450 ປີ, ຂະຫຍາຍ​ລະບົບ​ນ້ຳ​ປະປາ ​ເຊິ່ງ​ໃນ​ທ້າຍ​ປີ 2015 ນີ້ ລະບົບ​ໂຮງງານ​ນ້ຳ​ປະປາ​ໃນ​ນະຄອນຫລວງ​ວຽງ​ຈັນ ຈະ​ສາມາດ​ສະໜອງ​ນ້ຳ​ໄດ້ 180.000 ມ3/ມື້, ການ​ບໍລິການ​ກວມ 64,28% ຂອງ 7 ​ເມືອງ; ວຽກ​ງານ​ກໍ່ສ້າງ​ປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ​ ສາມາດ​ປະຕິບັດ​ໄດ້ 21 ​ໂຄງການ.  ນອກຈາກນັ້ນ ​, ຍັງ​​ໄດ້​ຕິດ​ຕາມການ​ຂົນ​ສົ່ງ​ສິນຄ້າ ​ແລະ ​ໂດຍສານ​ຢ່າງ​ເປັນ​ປົກກະຕິ ​ເຊິ່ງ​ໃນ​ຊຸມ​ປີຜ່ານມາ​ ສາມາດ​ຂົນ​ສົ່ງ​ສິນຄ້າ​ ໄດ້​ທັງ​ໝົດ 2.237.200 ​ໂຕນ, ບໍລິ​ມາດ ຈໍລະ​ຈອນ​ສິນຄ້າ ປະຕິບັດ​ໄດ້ 107 ລ້ານ​ກວ່າ​ໂຕນ.

​ ໄປ​ພ້ອມໆ​ກັນ​ນີ້, ຍັງ​ໄດ້​ສຸມ​ໃສ່​ປັບປຸງ​ຖະໜົນ​ອາ​ຊຽນ ​ແລະ ຮ່ອງ​ລະບາຍ​ນ້ຳ ​ໂດຍ​ນຳ​ໃຊ້​ທຶນ​ກູ້​ຢືມ​ຈາກ​ອົງ ການ​ນີດາ ຄື: ກໍ່ສ້າງ​ທາງ T2, ທາງ T2.2, ທາງ T2.3, ກໍ່ສ້າງຮ່ອງ​ລະບາຍ​ນ້ຳ​ທົ່ງ​ສ້າງ​ນາງ, ປັບປຸງ​ສ້ອມ​ແປງ​ລະບົບ​ລະບາຍ​ນ້ຳ​ແຄ​ມທາງ, ​ໄດ້​ເອົາ​ໃຈ​ໃສ່​ອະນາ​ໄມ​ລ້າງ​ທາງ, ຕັດ​ຫຍ້າ, ຫົດ​ສວນ​ດອກ​ໄມ້, ອະນາ​ໄມ​ປັດກວາດ, ບົວລະບັດ​ຮັກສາ​ສວນ​ດອກ​ໄມ້​ແຄມ​ທາງ ​ແລະ ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ຕາມ​ສຳນັກງານ-ອົງການ ​ແລະ ຄົວ​ເຮືອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...