spot_img
Homeຂ່າວຕ່າງປະເທດຜູ້ອົບພະຍົບຊາວຊີຣີ ຍ່າງມຸ່ງໜ້າສູ່ສະວີເດັນ ປະຕິເສດລີ້ໄພຢູ່ດານມາກ ຍ້ອນບໍ່ພໍໃຈນະໂຍບາຍ!

ຜູ້ອົບພະຍົບຊາວຊີຣີ ຍ່າງມຸ່ງໜ້າສູ່ສະວີເດັນ ປະຕິເສດລີ້ໄພຢູ່ດານມາກ ຍ້ອນບໍ່ພໍໃຈນະໂຍບາຍ!

Published on

A large group of migrants, mainly from Syria, walk towards the north on a highway in Denmark

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 10 ກັນຍານີ້ວ່າ ທາງການດານມາກ ໄດ້ປິດທາງດ່ວນທີ່ເຊື່ອມຕໍ່ກັບເຢຍລະມັນໃນມື້ວານນີ້ (9 ກັນຍາ) ຫລັງຈາກມີຜູ້ອົບພະຍົບຊາວຊີຣີ ປະມານ 300 ຄົນ ພະຍາຍາມຍ່າງຕາມທາງດ່ວນດັ່ງກ່າວ ເພື່ອມຸ່ງໜ້າໄປສູ່ສະວີເດັນ ຊຶ່ງເປັນປະເທດປາຍທາງທີ່ພວກເຂົາຕ້ອງການເຂົ້າໄປຂໍລີ້ໄພ ໂດຍບໍ່ຍອມລົງທະບຽນລີ້ໄພຢູ່ປະເທດດານມາກ ຍ້ອນບໍ່ພໍໃຈຕໍ່ນະໂຍບາຍຂອງລັດຖະບານດານມາກ ທີ່ຕັດສິດ ແລະ ຜົນປະໂຫຍດຂອງຜູ້ລີ້ໄພລົງເຖິງ 50% ຖ້າທຽບໃສ່ກັບນະໂຍບາຍຂອງລັດຖະບານສະວີເດັນ ຊຶ່ງເປັນປະເທດທີ່ເປີດຮັບຊາວອົບພະຍົບຫລາຍທີ່ສຸດໃນເອີຣົບ ຖ້າຫາກທຽບກັບຈຳນວນປະຊາກອນພາຍໃນປະເທດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...