spot_img
Homeມູມໄອທີລາວວິທີຕັ້ງຄ່າໂມງ Android Wear ເຊື່ອມຕໍ່ກັບ iPhone ແລະຂໍ້ຈຳກັດທີ່ຄວນຮູ້

ວິທີຕັ້ງຄ່າໂມງ Android Wear ເຊື່ອມຕໍ່ກັບ iPhone ແລະຂໍ້ຈຳກັດທີ່ຄວນຮູ້

Published on

iphone-connect-android-wear-00

ຜູ້​ໃຊ້ iPhone ທີ່​ກຳ​ລັງ​​ຊື້​ໂມງ​ Smartwatch ຄືຊິ​ຮູ້​ຂ່າວ​ກ່ຽວກັບ​ເລື່ອງ​ໂມງ​ລະບົບ​ປະຕິບັດການ Android Wear ຂອງ​ທາງ Google ​ແລ້ວ​ວ່າ ຫລັງ​ຈາກ​ນີ້​ຈະ​ມີ​ໂມງ Android Wear ລຸ້ນ​ໃໝ່ ທີ່​ສາມາດ​ຮອງ​ຮັບ​ການ​ເຊື່ອມ​ຕໍ່​ທັງ ມື​ຖື Android ແລະ iPhone ໄດ້ ແລະ ​ຕອນ​ນີ້​ກໍ​ຄ່ອຍໆ​ເຜີຍ​​ອອກ​ມາ​ແລ້ວ​ຊຶ່ງ​ມີ​ຫລາຍ​ແບ​ຣນ​ເຊັ່ນ LG , Moto360 ລຸ້ນ2 , Huawei Watch ແລະ ​ລຸ້ນ​ອື່ນໆ​ທີ່​ຈະ​ຕາມ​ມາ ມື້​ນີ້​ເລີຍ​ມາ​ເບິ່ງ ວິທີ​ຕັ້ງ​ຄ່າ iPhone ເຊື່ອມ​ຕໍ່​ກັບ​ໂມງ Android Wear

ການ​ເຊື່ອມ​ຕໍ່​ລະຫວ່າງ iPhone ກັບ ໂມງ Android Wear

iphone-connect-android-wear-01

ເລີ່ມ​ຈາກຍົກ iPhone ເຂົ້າ App Store ທຳການ​ໂຫລດ​ແອັບ Android Wear ລົງ​ໃນ​ເຄື່ອງ iPhone ຂອງ​ເຈົ້າ

iphone-connect-android-wear-02

ຈາກ​ນັ້ນ​ທຳການ​ເປີດ Bluetooth ທັງ​ຕົວ​ເຄື່ອງ iPhone ແລະ​ໂມງ Android Wear  ແລະ​ ກໍ​ໃສ່​ໝາຍ​ເລກ​ທີ່​ປາກົດ​ເທິງ​ໂມງ Android Wear ລົງ​ໃນ iPhone

iphone-connect-android-wear-03

ຫາກ​ຕ້ອງ​ການ​ຕິດ​ຕັ້ງ​ແອັບ​ເທິງ Android Wear ກໍ​ທຳການ​ເຂົ້າ​ແອັບ Android Wear ແລ້ວ login ເຂົ້າ​ສູ່​ລະບົບ​ດ້ວຍ​ບັນ​ຊີ google ແລ້ວ​ທຳການ activate google now ເພື່ອ​ສາມາດ​ສັ່ງ​ຫາ​ຂໍ້​ມູນ​ຜ່ານ​ທາງ​ໂມງ ດ້ວຍສຽງ​ຂອງ​ເຈົ້າ ຜ່ານ​ທາງ google now ເທິງ Android Wear ເປີດ​ການ​ແຈ້ງ​ເຕືອນ ແລະ​ເປີດ Location ເພື່ອ​ໃຫ້​ແອັບ​ແຈ້ງ​ເຕືອນ​ຫາ location ຮອບ​ຕົວ​ເຈົ້າ​ໄດ້

ສຳລັບ​ຂໍ້​ຈຳ​ກັດ​ຂອງ iPhone ໃນ​ການ​ເຊື່ອມ​ຕໍ່​ກັບ​ໂມງ Android

  • ຕ້ອງ​ໃຊ້ Bluetooth ໃນ​ການ​ເຊື່ອມ​ຕໍ່​ລະຫວ່າງ iPhone ກັບ Android Wear ບໍ່​ສາມາດ​ເຊື່ອມ​ຕໍ່​ຜ່ານ​ທາງ Wi-Fi ໄດ້​ໃນ​ຕອນ​ນີ້ ໃນ​ຂະນະ​ທີ່ Android ເຊື່ອມ​ຕໍ່​ກັບ Android Wear ໄດ້​ທັງ Bluetooth ແລະ wifi
  • google ອາດ​ປ່ອຍ​ອັບ​ເດດ​ໃຫ້ android wear ເຊື່ອມ​ຕໍ່​ກັບ iPhone ຂອງ​ເຈົ້າ​ຜ່ານ​ທາງ wifi ໄດ້​ໃນ​ອະນາຄົດ
  • ໂມງ Android Wear ທີ່​ຮອງ​ຮັບ​ການ​ເຊື່ອມ​ຕໍ່​ກັບ iPhone ນັ້ນ ຕອນ​ນີ້​ມີ LG Watch Urbane ລຸ້ນ​ດຽວ​ທີ່​ຮອງ​ຮັບ ຍັງ​ບໍ່​ສາມາດ​ເຊື່ອມ​ຕໍ່​ກັບ​ໂມງ​ລຸ້ນ​ອື່ນໆ​ທີ່​ວາ​ງຂາຍ​ຕອນ​ນີ້​ໄດ້ ແຕ່​ໃນ​ອະນາຄົດ​ອັນ​ຈະມາຮອດນີ້ ຈະ​ມີ Android Wear ລຸ້ນ​ໃໝ່ ເຊັ່ນ LG , Moto360 ລຸ້ນ 2 , Huawei Watch , Asus Zen Watch ລຸ້ນ​ໃໝ່ ແລະ ​ລຸ້ນ​ອື່ນໆ​ອີກ​ຫລວງຫລາຍ​ຫລັງ​ຈາກ​ນີ້​ຈະ​ຮອງ​ຮັບ​ເຊື່ອມ​ຕໍ່​ກັບ iPhone ໄດ້​ແລ້ວ
  • iPhone ທີ່​ເຊື່ອມ​ຕໍ່​ກັບ Android Wear ໄດ້ ໃຊ້​ໄດ້​ຕັ້ງ​ແຕ່ iPhone 5 ຂຶ້ນ​ໄປ ແລະ​ ​ລະບົບ​ປະຕິບັດການ​ຕ້ອງ​ເປັນ iOS 8.2 ຂຶ້ນ​ໄປ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...