Homeມູມໄອທີລາວເຟສບຸກເພີ່ມຟັງຊັ່ນແຕ່ງພາບກ່ອນໂພສຕ໌ໃຫ້ໃຊ້ງານໄດ້ເທິງເວັບແລ້ວ

ເຟສບຸກເພີ່ມຟັງຊັ່ນແຕ່ງພາບກ່ອນໂພສຕ໌ໃຫ້ໃຊ້ງານໄດ້ເທິງເວັບແລ້ວ

Published on

 

เฟซบุ๊กเพิ่มฟีเจอร์แต่งภาพก่อนโพสต์

ເຟ​ສ​ບຸກ​ເພີ່ມ​ຟັງຊັ່ນ​ແຕ່ງ​ຮູບ​ພາບ​ກ່ອນ​ໂພສຕ໌​ໃຫ້​ໃຊ້​ງານ​ໄດ້​ເທິງ​ເວັບ​ແລ້ວ ເລືອກ​ໃສ່​ຟິນ​ເຕີລ໌, ໃສ່ສະຕິກເກີ​ໄດ້​ຄືກັບ​ກັບ iOS ແລະ Android

ເມື່ອ​ວັນທີ່ 28 ສິງ​ຫາ ເຟ​ສບຸກໄດ້​ເລີ່ມ​ປ່ອຍ​ຟັງຊັ່ນ​ແຕ່ງ​ພາບ​ກ່ອນ​ໂພສຕ໌​ໃຫ້​ໃຊ້​ງານ​ໄດ້​ເທິງ​ເວັບ​ໄຊຕ໌  facebook.com  ແລ້ວ ຫລັງ​ຈາກ​ທີ່​ມີ​ໃຫ້​ໃຊ້​ງານ​ໄດ້​ເທິງ​ແອບ ເທິງ iOS ແລະ Android ມາ​ຕັ້ງ​ແຕ່​ໄລຍະ​ຕົ້ນ​ປີ​ທີ່​ຜ່ານມາ ໂດຍ​ຟັງຊັ່ນ​ຫລັກໆ ຈະ​ຄ້າຍ​ກັບ​ເທິງ​ແອບ ກໍ​ຄື ສາມາດ​ເລືອກ​ໃສ່​ຟິນ​ເຕີ, ໃສ່ສະຕິກເກີ​, ໃສ່​ຕົວ​ຫນັງສື ຫລື​ຄອບ​ຮູບ​ພາບ​ໄດ້ ຊຶ່ງສະຕິກເກີ​ທຸກ​ແບບ​ທີ່​ມີ​ໃຫ້​ເລືອກ​ໃຊ້​ຕົກ​ແຕ່ງ​ໄດ້​ເທິງ​ແອບ ກໍ​ຈະ​ມີ​ມາ​ໃຫ້​ເລືອກ​ໃຊ້​ໄດ້​ເທິງ​ເວັບ​ຄືກັນ​ທັງ​ໝົດ

เฟซบุ๊กเพิ่มฟีเจอร์แต่งภาพก่อนโพสต์

ທັງ​ນີ້​ທາງ​ເຟສບຸກ​ກຳ​ລັງ​​ປ່ອຍ​ອັບ​ເດດ​ຟັງຊັ່ນ​ດັ່ງ​ກ່າວ​ໃຫ້​ກັບ​ຜູ້​ໃຊ້​ແຕ່​ລະ​ຄົນ ສຳລັບ​ທ່ານ​ໃດ​ທີ່​ສາມາດ​ໃຊ້​ງານ​ໄດ້​ແລ້ວ​ຈະ​ປາກົດ​ໄອ​ຄອນ​ຮູບ​​ຢູ່​ເທິງ​ຮູບ​ພາບ​ທີ່​ອັບ​ໂຫລດ​ກ່ອນ​ໂພສຕ໌ ສາມາດ​ຄລິກ​ເພື່ອ​ຕົກ​ແຕ່ງ​ຮູບ​ພາບ​ໄດ້​ທັນ​ທີ

เฟซบุ๊กเพิ่มฟีเจอร์แต่งภาพก่อนโพสต์

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...