spot_img
Homeຂ່າວຕ່າງປະເທດອຶ້ງ ແມ່ເຖົ້າຊາວຈີນມີເຂົາງອກກາງຫົວ ຈົນໄດ້ຊື່ໃໝ່ວ່າ ມະນຸດຍູນິຄອນ

ອຶ້ງ ແມ່ເຖົ້າຊາວຈີນມີເຂົາງອກກາງຫົວ ຈົນໄດ້ຊື່ໃໝ່ວ່າ ມະນຸດຍູນິຄອນ

Published on

หญิงชราชาวจีนมีเขางอกกลางหัว

ແມ່ເຖົ້າ​ຊາວ​ຈີນ​ໄວ 87 ປີ ມີ​ເຂົາ​ສີ​ດຳ​ຂະໜາດ​ໃຫຍ່ ຍາວ​ກວ່າ 13 ເຊນ​ຕິ​ແມັດ ງອກ​ອອກ​ມາ​ຈາກ​ກາງ​ຫົວ ເບິ່ງ​ແລ້ວ​ຄືກັບ​ເຂົາສັດ​ບໍ່​ມີ​ຜິດ ເຈົ້າ​ຕົວ​ບອກວ່າ​ເຈັບ​ປວດ​ຈົນ​ນອນ​ບໍ່​ຫລັບ ແພດ​ກວດ​ແລ້ວ​ເປັນ​ເນື້ອ​ງອກ​ຊະນິດ​ພົບ​ໄດ້​ຍາກ
ວັນທີ່ 27 ສິງ​ຫາ ເວັບ​ໄຊຕ໌​ມິ​ເລີ ເປີດ​ເຜີຍ​ເລື່ອງ​ລາວ​ຂອງ​ແມ່ເຖົ້າ​ຊາວ​ຈີນ​ໄວ 87 ປີ ຊື່​ວ່າຫລຽງ ຊຸຍ​ເຈີນ ຊາວບ້ານ​ຈາກ​ຫມູ່ບ້ານ​ກຸ້ຍ​​ຫຍາງ ເມືອງ​ຊີ່​​ຫຍາງ ມົນ​ທົນ​ເສ​ສວນ ປະເທດ​ຈີນ ປ່ວຍ​ດ້ວຍ​ພະຍາດ​ປະ​ຫລາດ​ຄື ມີ​ເຂົາ​ສີ​ດຳ​ຂະໜາດ​ໃຫຍ່​ແລະ​ແຂງ​ງອກ​ອອກ​ມາ​ຈາກ​ກາງ​ຫົວ ເບິ່ງ​ແລ້ວ​ຄືກັບ​ເຂົາສັດ​ບໍ່​ມີ​ຜິດ ຈົນ​ໄດ້ຮັບ​ຊື່ຈາກ​ຄົນ​ໃນ​ຫມູ່ບ້ານ​ວ່າ ມະນຸດ​ຍູ​ນິ​ຄອ​ນ
ດ້ານ​ລູກ​ຊາຍ ຫວັງ ຈ້າວ​ຈຸ່ນ ເລົ່າ​ວ່າ ກ່ອນ​ໜ້າ​ນີ້​ປະມານ 8 ປີ ພວກເຂົາ​ພົບ​ວ່າ​ແມ່​ມີ​ໄຝ​ສີ​ດຳ​ປາກົດ​ທີ່​ໜ້າ​ຜາກ ກ່ອນ​ທີ່​ໄຝ​ນັ້ນ​ຈະ​ງອກ​ຍາວ​ອອກ​ມາ​ເລື່ອຍ​ໆ ຈົນ​ເປັນ​ຢ່າງ​ທີ່​ເຫັນ ໂດຍ​ແມ່​ຂອງ​ພວກເຂົາ​ບອກວ່າ​ມັນ​ເຮັດໃຫ້​ນາງ​ເຈັບ ​ແລະ ​ຄັນ​ໃນ​ເວລາ​ດຽວ​ກັນ​ດ້ວຍ ອີກ​ທັງ​ນາງ​ຍັງ​ເຄີຍ​ເຮັດ​ເຂົາ​ນີ້​ຫັກ​ມາ​ແລ້ວ​ເທື່ອ​ໜຶ່ງ​ໂດຍ​ບໍ່​ຕັ້ງ​ໃຈ ແຕ່​ຫລັງ​ຈາກ​ນັ້ນ 6 ເດືອນ​ໃຫ້​ຫລັງ ມັນ​ກໍ​ງອກ​ຂຶ້ນ​ມາ​ໃໝ່​ຢ່າງ​ວ່ອງໄວ ເທື່ອນີ້​ມັນ​ເຮັດໃຫ້​ນາງ​ເຈັບ​ປວດ​ຈົນວ່າ​ນອນ​ບໍ່​ຫລັບ ລວມ​ເຖິງ​ຍັງມີ​ເລືອດ​ໄຫລ​ອອກຈາກ​ບໍລິເວນ​ຜິວ​ໜັງ​ທີ່​ເຂົາ​ໃນ​ບາງເທື່ອ​ດ້ວຍ

หญิงชราชาวจีนมีเขางอกกลางหัว

ກ່ອນ​ໜ້າ​ນີ້ ຫວັງ ເຄີຍ​ພາ​ແມ່​ໄປ​ປິ່ນປົວ​ແຜນ​ບູຮານ​ ແລະ​ ໃຊ້​ຢາ​ຈີນ​ມາ​ແລ້ວ ແຕ່​ອາການ​ກໍ​ບໍ່​ດີ​ຂຶ້ນ​ເລີຍ ຈຶ່ງ​ຕັດ​ສິນ​ໃຈ​ພາ​ແມ່​ມາ​ທີ່​ໂຮງໝໍ​ເພື່ອ​ພົບ​ແພດ​ແຜນ​ປະຈຸບັນ ໂດຍ​ແພດ​ພິຈາລະນາ​ວ່າ​ເຂົາ​ຂອງ​ນາງ​ຄື Cornu Cutaneum ຫລື​ເນື້ອ​ງອກ​ຊະນິດ​ໜຶ່ງ​ທີ່​ຫາ​ໄດ້​ຍາກ ເກີດ​ຈາກ​ຄວາມ​ຜິດ​ປົກກະຕິ​ທີ່​ຜິວ​ຫລືບຫນັງ​ຊັ້ນ​ນອກ​ສຸດ​ ແຕ່​ເກີດ​ໃໝ່​ຊ້ອນ​ກັນ​ໄປ​ເລື່ອຍ​ໆ ຈົນ​ກາຍ​ເປັນ​ເຂົາ ມັກ​ພົບ​ໄດ້​ໃນ​ຜູ້​ມີ​ອາ​ຍຸ 50 ປີ​ຂຶ້ນ​ໄປ​ໃນ​ບໍລິເວນ​ທີ່​ຖືກ​ແສງ​ອາທິດ​ເປັນ​ປະຈຳ ທັງ​ນີ້ 60% ຂອງ​ເຂົາ​ຖື​ເປັນ​ເນື້ອ​ດີ ແຕ່​ສ່ວນ​ທີ່​ເຫລືອ​ມີ​ໂອ​ກາດ​ເປັນ​ມະ​ເຮັງ​ໄດ້
ແພດ​ກ່າວ​ວ່າ ພວກເຂົາ​ສາມາດ​ຜ່າ​ຕັດ​ເພື່ອ​ນຳ​ເອົາເຂົາ​ອອກຈາກ​ຫົວ​ຂອງ​ແມ່ເຖົ້ານີ້ໄດ້ ແຕ່​ຂໍ​ໃຫ້​ຄອບຄົວ​ກຽມ​ໃຈ​ໄວ້​ກ່ອນ​ ເນື່ອງ​ຈາກ​ນາງ​ຫລຽງ​ມີ​ອາ​ຍຸ​ຫລາຍ​ແລ້ວ ອາດ​ເກີດ​ເຫດ​ບໍ່​ຄາດ​ຝັນ​ລະຫວ່າງ​ຜ່າ​ຕັດ​ກໍ​ເປັນ​ໄດ້

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...