spot_img
HomeມູມໄອທີລາວLINE HERE ເຊັກ​ວ່າ​ສະມາຊິກ​ຄອບຄົວ​ແລະ​ເພື່ອນ​ຂອງ​ເຈົ້າ​ຢູ່​ໃສໄດ້​ທຸກ​ທີ່ ທຸກ​ເວລາ

LINE HERE ເຊັກ​ວ່າ​ສະມາຊິກ​ຄອບຄົວ​ແລະ​ເພື່ອນ​ຂອງ​ເຈົ້າ​ຢູ່​ໃສໄດ້​ທຸກ​ທີ່ ທຸກ​ເວລາ

Published on

ເຊັກ​ວ່າ​ສະມາຊິກ​ຄອບຄົວ​ແລະ​ເພື່ອນ​ຂອງ​ເຈົ້າ​ຢູ່​ໃສໄດ້​ທຸກ​ທີ່ ທຸກ​ເວລາ​ທີ່​ເຈົ້າ​ຕ້ອງ​ການ
ຮູ້​ວ່າ​ສະມາຊິກ​ຄອບຄົວ​ແລະ​ເພື່ອນ​ຂອງ​ເຈົ້າ​ຢູ່​ໃສ​ໄດ້​ງ່າຍ​ກວ່າ​ເກົ່າ​ດ້ວຍ LINE HERE!

ຖ້າ​ບໍ່​ຢາກ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ຂອງ​ເຈົ້າ​ຕະຫລອດ​ເວລາ ໃຊ້​ຕົວ​ຈັບ​ເວລາ​ເພື່ອ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ຂອງ​ເຈົ້າ​ສະເພາະ​ຊ່ວງ​ເວລາ​ທີ່​ກຳໜົດ
ການ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ຈະ​ສີ້ນສຸດ​ໂດຍ​ອັດ​ໂນ​ມັດ​ເມື່ອ​ໝົດ​ຊ່ວງ​ເວລາ​ທີ່​ຕັ້ງ​ໄວ້

★ ໃຊ້ LINE HERE ເມື່ອ

  1. ພົບ​ປະ​ໝູ່ເພື່ອນ​
    ພ້ອມ​ຈະ​ພົບ​ກັບ​ໝູ່​ຂອງ​ເຈົ້າ​ແລ້ວ​​ບໍ ແລ້ວຕອນ​ນີ້​ທຸກ​ຄົນ​ຢູ່​ໃສລະ
  2. ຊົມ​ລົມ​ແລະ​ກິດຈະກຳ​ກາງ​ແຈ້ງ
    ຂີ່​ລົດຖີບ ກິນເຂົ້າປ່າ… ກິດຈະກຳ​​ນີ້​ສຸດ​ຍອດ​ໄປ​ເລີຍ! ມ່ວນໄດ້​ທຸກ​ຊ່ວງ​ເວລາ​ແລະ​ບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ການ​​ຫລົງ​ຈາກ​ກຸ່ມ​ອີກ
  3. ຢູ່​ນຳກັນ ຢ່າງ​ປອດ​ໄພ
    ເຈົ້າ​ເຄີຍ​ຢູ່ໃນ​ສວນ​ສາທາລະນະ​ທີ່​ມີ​ຜູ້​ຄົນ​ຫລວງຫລາຍ ແລະ​ຫາ​ຄອບຄົວ​ຂອງ​ເຈົ້າ​ບໍ່​ເຫັນແມ່ນບໍ່
    ລູກ​ສາວ​ຂອງ​ຂ້ອຍ​ຍັງ​ກັບມາ​ບໍ່​ຮອດເຮືອນ ລູກ​ຢູ່​ໃສ

★ ຟັງ​ຊັ່ນ​ຫລັກ

  1. ເບິ່ງ​ວ່າ​ເພື່ອນ​ຂອງ​ເຈົ້າ​ຢູ່​ໃສ​ແບບ​ວ່ອງໄວ
    ສາມາດ​ເບິ່ງ​ຕຳແໜ່ງ​ທີ່​ຢູ່​ຂອງ​ສະມາຊິກ​ທຸກ​ຄົນ​ໃນ​ຫ້ອງ​ແຊລ໌​ທີ່​ຢູ່​ໄດ້​ແບບ​ວ່ອງໄວ
  2. ການ​ແຈ້ງ​ບອກ​ສະຖານ​ທີ່​
    ບໍ່​ຕ້ອງ​ຄອຍຖ້າ​ເບິ່ງ​ໂທລະ​ສັບ​ທຸກ​ເທື່ອ​ທີ່​ຕ້ອງ​ການ​ຮູ້​ວ່າ​ສະມາຊິກ​ຄອບຄົວ​ຫລື​ໝູ່ເພື່ອນ​ ຢູ່​ໃສ​ອີກ​ຕໍ່ໄປ
    ການ​ແຈ້ງ​ບອກ​ສະຖານ​ທີ່​​ຂອງ LINE HERE ຊ່ວຍ​ໃຫ້​ເຈົ້າ​ຮູ້​ເມື່ອ​ເພື່ອນ​ເດິນທາງ​ມາ​ເຖິງ ​ຫລື ​ອອກຈາກ​ສະຖານ​ທີ່​ທີ່​ກຳນົດ
  3. ແຊລ໌​ຕຳແໜ່ງ​ທີ່​ຢູ່​ຂອງ​ເຈົ້າ​ຢ່າງ​ປອດ​ໄພ​ດ້ວຍ​ຕົວ​ຈັບ​ເວລາ
    ໃຊ້​ຕົວ​ຈັບ​ເວລາ​ເພື່ອ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ຂອງ​ເຈົ້າ​ກັບ​ເພື່ອນ​ແບບ​ຊົ່ວ​ຄາວ
    ຕັ້ງ​ເວລາ​ຕົວ​ຈັບ​ເວລາ​ໄດ້ 1 ເຖິງ 24 ຊົ່ວ​ໂມງ
  4. ສ້າງ​ແລະ​ຈັດການ​ຫ້ອງ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ໄດ້​ທຸກ​ເມື່ອ​ທີ່​ເຈົ້າ​ຕ້ອງ​ການ
    ເຈົ້າ​ສາມາດ​ສ້າງ​ແລະ​ຈັດການ​ຫ້ອງ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ໄດ້​ທຸກ​ເມື່ອ​ທີ່​ເຈົ້າ​ຕ້ອງ​ການ ບໍ່​ວ່າ​ຈະ​ອອກ​ໄປ​ທ່ຽວ​ກັບ​ເພື່ອນ​ແລະ​ຄອບຄົວ​ຫລື​ພົບ​ປະ​ກັບ​ຜູ້​ຄົນ
  5. ແຊລ໌​ຕຳແໜ່ງ​ທີ່​ຢູ່​ໄດ້​ໃນ​ສະ​ໄຕລ໌​ຂອງ​ເຈົ້າ
    ເປີດ​ແລະ​ປິດ​ໃຊ້​ງານ​ການ​ແຊລ໌​ຕຳແໜ່ງ​ທີ່​ຢູ່​ໄດ້​ທຸກ​ເມື່ອ​ຕາມ​ຕ້ອງ​ການ
  6. ຊວນ​ເພື່ອນ​ຈາກ​ໂຊ​ຊ່ຽວ​ເນັດ​ເວີກ​ອື່ນ
    ເຈົ້າ​ສາມາດ​ຊວນ​ເພື່ອນ​ຈາກ​ໂຊ​ຊ່ຽວ​ເນັດ​ເວີກ​ອື່ນເຊັ່ນ LINE, Facebook Messenger, WhatApp ແລະ WeChat

ໝາຍ​ເຫດ: LINE HERE ໃຊ້​ເທກ​ໂນ​ໂລ​ຍີ GPS ຂໍ້​ມູນ​ຕຳແໜ່ງ​ທີ່​ຢູ່​ຂອງ​ເຈົ້າ​ຈຶ່ງ​ອາດ​ມີ​ຄວາມ​ເຄື່ອນຍ້າຍ​ຫາກ​ຢູ່ໃນ​ອາ​ຄານ

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...