spot_img
Homeມູມໄອທີລາວເຕືອນຜູ້ໃຊ້ Galaxy Note 5 ທີ່ໃຊ້ບິກ sPen ຢ່າໃສ່ກັບຫົວ ຜິດດ້ານ ເພາະຈະເປັນແບບນີ້

ເຕືອນຜູ້ໃຊ້ Galaxy Note 5 ທີ່ໃຊ້ບິກ sPen ຢ່າໃສ່ກັບຫົວ ຜິດດ້ານ ເພາະຈະເປັນແບບນີ້

Published on

ໃຜ​ທີ່​ມີ Samsung Galaxy Note ໂດຍ​ສະເພາະ​ລຸ້ນ​ຫລ້າ​ສຸດ​ຢ່າງ Galaxy Note 5 ແລະ​ເປັນ​ຄົົນທີ່​ມັກ​ດຶງ​ບິກ sPen  ໃຊ້ໃນ​ການ​ຈົດ ການ​ແຕ້ມ ເປັນ​ປະຈຳ​ແລ້ວ​ ຈົ່ງລະມັດລະ​ວັງ​ການ​ໃສ່​ໃນ​ຊ່ອງ​ສຽບ​ປາກ​ກາ sPen  ເທິງ​ມື​ຖື​ໃຫ້​ດີ ເພາະ​ຫາກ​ເຈົ້າ​ຫລົງ​ນຳ​ເອົາບິກ​ນັ້ນ​ໃສ່​ກັບ​ຫົວ ຈະ​ຄ້າງ​ຕິດ​ກັບ​ເຄື່ອງ​ແລະ​ບໍ່​ສາມາດ​ດຶງ​ອອກ​ໄດ້ ແລະ​ຫາກ​ພະຍາຍາມ​ດຶງ ຈະ​ເຮັດໃຫ້​ຊິ້ນ​ສ່ວນ​ພາຍ​ໃນ​ເສຍ​ຫາຍ​ໄດ້

ເຫດການ​ນີ້​ເກີດ​ຂຶ້ນ​ທົ່ວ​ໂລກ​ທັງ​ທີ່​ຕ່າງ​ປະເທດ​ມີ​ຄົນ​ເຮັດ​ຄລິບ​ພີ​ວິວ​ຕົວ​ເຄື່ອງ Galaxy Note 5 ຢູ່​ແຕ່​ຫລົງ​ໃສ່​ຜິດ​ດ້ານ​ແລ້ວ ຄ້າງ​ແບບ​ນີ້​ຕະຫລອດ​ໄປ​ບໍ່​ສາມາດ​ຖອດ​ໄດ້ ແລະ​ຖອດ​ຍາກ​ຫລາຍ ແລະ​ບໍ່​ເວັ້ນ​ປະເທດ​ລາວເຮົາ​ກໍ​ມີ​ຄົນ​ຫລົງ​ເຮັດ​ລັກສະນະ​ນີ້​ເຊັ່ນ​ກັນ​ແລະ​ຢືນຢັນ​ວ່າ​ຕິດ​ແທ້ ຈະ​ຖອດ​ຫລັງ​ຈາກທີ່ບິກ sPen ຕິດ​ແບບ​ນີ້​ກໍ​ບໍ່​ໄດ້​ອີກດ້ວຍ

ຫາກ​ຈະ​ແກ້​ບັນຫາ​ນີ້​ຕ້ອງ​ນຳ​ເຄື່ອງ Galaxy Note 5 ໄປ​ສົ່ງ​ສູນ​ບໍລິການ Samsung ດ້ວຍ ແຕ່​ບໍ່​ຢືນຢັນ​ວ່າ​ເມື່ອ​ເອົາ​ບິກ sPen ທີ່​ຄ້າງ​ອອກ​ມາ​ແລ້ວ​ຈະ​ສາມາດ​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ ໂດຍ​ສະເພາະ​ຊິ້ນ​ສ່ວນ​ພາຍ​ໃນ​ຕົວ​ເຄື່ອງ ແລະ​ລະບົບ​ຕິດ​ຕາມ​ບິກ sPen ຈະ​ເສຍ​ຫາຍ

ເທົ່າ​ທີ່​ຮູ້​ຕອນ​ສຽບ​ ຫລື ​ຖອດ​ sPen ອອກຈາກ​ເຄື່ອງ Galaxy Note 5 ກໍ​ເປັນ​ລຸ້ນ​ທຳອິດ​ທີ່​ໃຊ້​ແບບ​ໃໝ່ ໂດຍ​ຕ້ອງ​ກົດ​ກ່ອນ​ນຳ​ບິກອອກຈາກ​ເຄື່ອງ ແລະ​ຕອນ​ໃສ່​​ເຂົ້າ​ເຄື່ອງ​ປົກກະຕິ​ກໍ​ຕ້ອງ​ກົດ​ເພື່ອ​ລັອກ​​ຢູ່ໃນ​ເຄື່ອງ​ເຊັ່ນ​ກັນ

ທີມ​ງານ Samsung Mobile ເປີດ​ເຜີຍ​ເຫດການ​ນີ້​ວ່າ ຫາກ​ຕ້ອງພົບກໍລະນີ​ແບບ​ນີ້ ຕ້ອງ​ນຳ​ເຄື່ອງ​ມາ​ທີ່​ສູນ ຊຶ່ງ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປ່ຽນ​ອາໄຫລ່ ແລະ​ຂະນະ​ນີ້​ອາໄຫລ່​ຂອງ Galaxy Note 5 ຍັງ​ບໍ່​ເຂົ້າ​ມາ​ຮອດບ້ານເຮົາເທື່ອ​

ດັ່ງ​ນັ້ນ​ໃຜ​ທີ່​ມີ Galaxy Note 5 ຕ້ອງ​ເພີ່ມ​ຄວາມ​ລະ​ມັດ​ລະ​ວັງ​ໃນ​ການ​ໃສ່​ບິກ sPen ເຂົ້າ​ເຄື່ອງ​ດ້ວຍ ແລະ​ຢ່າ​ລອກ​ຮຽນ​ແບບ​ດັ່ງ​ຄລິບ ເພາະ​ຈະ​ເຮັດໃຫ້​​ຕິດ​ຄ້າງ​ກັບ​ເຄື່ອງ​ແບບ​ນີ້​ຕະຫລອດ​ໄປ

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...