spot_img
Homeຂ່າວຕ່າງປະເທດຈີນຈັບທະນາຄານປອມ ຝາກໄດ້ ແຕ່ ຖອນບໍ່ໄດ້

ຈີນຈັບທະນາຄານປອມ ຝາກໄດ້ ແຕ່ ຖອນບໍ່ໄດ້

Published on

จีนจับธนาคารปลอม ฝากเงินได้แต่ถอนไม่ได้

ເຈົ້າ​ຫນ້າທີ່​ຕຳຫ​ລວດ​ບຸກ​ຈັບ​ທະ​ນາ​ຄານ​ປອມ​ຜິດ​ກົດຫມາຍ​ຂອງ​ຈີນ ຫລັງ​ຈາກທີ່ໄດ້ປະ​ຕິເສດ​ບໍ່​ໃຫ້​ລູກ​ຄ້າ​ຖອນ​ເງີນ​ສົດ​ຈາກ​ບັນ​ຊີ
ເກີດ​ເລື່ອງຮືຮາໃນ​ປະເທດ​ຈີນ​ຜູ້​ໂດ່ງ​ດັ່ງ​ເລື່ອງ​ການ​ກັອບ​ປີ້​ອີກ​ເທື່ອ ຫລັງ​ຈາກ​ເມື່ອ​ບໍ່ດົນ​ມາ​ນີ້​ມີ​ຂ່າວ​ຄາວ​ການ​ກັອບ​ປີ້​ສະ​ຖາ​ນີ​ຕຳ​ຫລວດ​ໄປ​ແລ້ວ ຫລ້າ​ສຸດ​ວັນທີ່ 19 ສິງ​ຫາ 2015 ເວັບ​ໄຊຕ໌​ລັອກ​ເກັດ​ນິວສ໌ 24 ມີ​ລາຍ​ງານ​ວ່າ ເຈົ້າ​ຫນ້າທີ່​ຕຳ​ຫລວດ​ບຸກ​ເຂົ້າ​ກວດ​ສອບທະ​ນາ​ຄານ​ປອມ​ກັອບ​ເກດ​ເອ​ແຫ່ງ​ໜຶ່ງ​ໃນ​ມົນ​ທົນ​ຊານ​ຕົງ ຂອງ​ຈີນ ຫລັງ​ຈາກທີ່ມີ​ລູກ​ຄ້າ​ລາຍ​ງານ​ວ່າ​ຖືກທະ​ນາ​ຄານ​ແຫ່ງ​ນີ້​ປະຕິເສດ​ການ​ຖອນ​ເງີນ​ສົດ​ຈາກ​ບັນ​ຊີ​ຂອງ​ຕົນເອງ​ຢູ່​ຫລາຍ​ເທື່ອ
ເມື່ອ​ເຈົ້າ​ຫນ້າທີ່​ຕຳ​ຫລວດ​ເຂົ້າ​ກວດ​ສອບ​ຮູ້ວ່າ ທະ​ນາ​ຄານ​ປອມ​ແຫ່ງນີ້​ໄດ້​ຮຽນ​ແບ​ບທະ​ນາ​ຄານ ໄຊ​ໜ້າ ຄອນສ໌​ຕັກ​ຊັ່ນ ແບ້ງ ຈົນ​ເຮັດໃຫ້​ຄົນ​ເຊື່ອ​ວ່າ​ເປັນ​ທະ​ນາ​ຄານ​ຂອງແທ້ ໂດຍ​ມີ​ຜູ້​ກໍ່​ຕັ້ງ​ຄື​ ທ້າວ ຈາງ ພວກເຂົາ​ຕ້ອງ​ການເຮັດ​ກິດຈະການ​ປ່ອຍ​ເງີນ​ກູ້​ໃຫ້​ກັບ​ທຸລະກິດ​ນ້ອຍ​ໆ ໃນ​ຍ່ານ​ນັ້ນ ແຕ່​ ທ້າວ ​ຈາງ ​ບໍ່​ເຄີຍ​ມີ​ປະສົບການ​​ກ່ຽວກັບ​ການເຮັດວຽກກ່ຽວກັບ​ທະ​ນາ​ຄານ​ເລີຍ ເຄີຍ​ເປີດ​ແຕ່​ທຸລະກິດ​ຂາຍ​ເຟີນິເຈີ​ເທົ່າ​ນັ້ນ
ລາຍ​ງານ​ລະ​ບຸ​ວ່າ ເມື່ອ​ເດືອ​ນກໍລະກົດ​ທີ່​ຜ່ານມາ ພວກເຂົາ​ໄດ້ຮັບ​ເງີນ​ຝາກ​ຂອງ​ລູກ​ຄ້າ​ຫລາຍ​ເຖິງ 40, 000 ຫຍວນ ຫລື​ປະມານ 50.000.000 ກີບ ໂດຍ​ທີ່​ລູກ​ຄ້າ​ບໍ່​ຮູ້​ເລີຍ​ວ່າ​​ພວກເຂົາ​ກຳ​ລັງ​ຝາກ​ເງີນ​ກັບ​ທະ​ນາ​ຄານ​ຜິດ​ກົດຫມາຍ
ຢ່າງໃດ​ກໍ​ດີ ທາງ​ເຈົ້າ​ຫນ້າທີ່​ໄດ້​ຈັບ​ກຸມ​ ທ້າວ ​ຈາງ​ ເພື່ອ​ໄປ​ສືບ​ສວນ ແລະ​ຂະນະ​ນີ້​ຢູ່​ລະຫວ່າງ​ການ​ດຳ​ເນີນ​ຄະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...