spot_img
Homeຂ່າວພາຍ​ໃນກະຊວງການເງິນຊີ້ ຢາກເກັບລາຍຮັບໃຫ້ໄດ້ຕາມເປົ້າ ຕ້ອງປະຕິບັດມາດຕະການເຄັ່ງຄັດ!

ກະຊວງການເງິນຊີ້ ຢາກເກັບລາຍຮັບໃຫ້ໄດ້ຕາມເປົ້າ ຕ້ອງປະຕິບັດມາດຕະການເຄັ່ງຄັດ!

Published on

taxmo2
(ພາບປະກອບ)

ຂປລ. ກະຊວງການເງິນ ຕັ້ງເປົ້າຈະປະຕິບັດ ການຈັດເກັບລາຍຮັບ ໃຫ້ໄດ້ຕ່ຳສຸດ 25.815 ຕື້ກີບ ໃນສົກປີ 2014-2015 ຕາມທີ່ສະພາແຫ່ງຊາດຮັບຮອງ, ເທົ່າກັບ 25,23% ຂອງ GDP ໃນນີ້ ລາຍຮັບພາຍໃນໃຫ້ໄດ້ 20.536 ຕື້ກີບ ເທ່ົາກັບ 20% ກວ່າຂອງ GDP ແລະ ລາຍຈ່າຍ ທັງໝົດບໍ່ໃຫ້ເກີນ 31.000 ຕື້ກີບ ເທົ່າກັບ 30% ກວ່າ ຂອງ GDP, ການລົງທຶນພາຍໃນ ແລະ ຕ່າງປະເທດ 10.534 ຕື້ກີບ ເທົ່າກັບ 10,30% ຂອງ GDP ສະເພາະ ການລົງທຶນຈາກແຫລ່ງ ງົບປະມານພາຍໃນ 3.300 ຕື້ກີບ ເທົ່າກັບ 3,30% ຂອງ GDP ; ຮັກສາການຂາດດຸນ ໄວ້ບໍ່ໃຫ້ເກີນ 5,07% ຂອງ GDP.

ກະຊວງການເງິນ ຍັງ​ເປີດ​ເຜີຍຫວ່າງບໍ່ດົນນີ້ວ່າ: ເພື່ອສູ້ຊົນ​ໃຫ້ບັນລຸຕົວເລກ ທີ່ຕັ້ງໄວ້ນັ້ນຈະຕ້ອງ ດຳເນີນບັນດາ ມາດຕະການຕ່າງໆ ຢ່າງ​ເຂັ້ມ​ແຂງ​ຮອບ​ຄອບ​ຄັ​ກ​ແນ່ເຊັ່ນ: ສຳຫລວດບັນດາຫົວໜ່ວຍວິສາຫະກິດຢູ່ທົ່ວປະເທດ​ ໃຫ້​ເປັນ​ຈຸດ​ສຸມຕົ້ນຕໍ ພາຍ​ໃນ 5 ແຂວງໃຫຍ່ ລວມທັງ ນະຄອນຫລວງ ຊຸກຍູ້ການກວດກາ ໄລ່ລຽງເອົາອາກອນ ແລະ ພັນທະຕ່າງໆ ທີ່ຕ້ອງມອບໃຫ້ຖືກຕ້ອງຕາມກົດໝາຍ-ທັນກຳນົດເວລາ, ຄົ້ນຄວ້າປັບປຸງລັດຖະບັນຍັດອາກອນ ຊົມໃຊ້ພາຫະນະ (ລົດໃຫຍ່) ແລະ ສິນຄ້າຟຸມເຟືອຍ, ລັດຖະບັນຍັດວ່າ ດ້ວຍການປະຢັດ, ຜັນຂະຫຍາຍ ຄົ້ນຄວ້າອອກບົດແນະນຳ ປະຕິບັດກົດໝາຍບັນຊີ, ປະກາດໃຊ້ກົດໝາຍວ່າ​ດ້ວຍ​ການຈ່າຍບໍລິຫານສະບັບໃໝ່ເລີ່ມນຳໃຊ້ ສົກປີ 2015-2016, ສືບຕໍ່ແກ້ໄຂໜີ້ສິນຄຸມເຄືອຂອງໂຄງການລົງທຶນຂອງລັດ ເຊັ່ນ: ໜີ້ແບບມີສ່ວນຫລຸດທີ່ຍັງຄ້າງຈ່າຍ, ພັດທະບັດຊຳລະໜີ້ ແລະ ໜີ້ລົງທຶນອື່ນໆ ເພື່ອແກ້ໄຂສະພາບຄ່ອງຂອງທຸລະກິດ, ທະນາຄານ ແລະ ຮັກສາ ການເຕີບໂຕ ຂອງເສດຖະກິດໃຫ້ຕໍ່ເນື່ອງ.

ກະຊວງການເງີນແຈ້ງຕື່ມວ່າ: ການຈັດຕັ້ງປະຕິບັດລາຍຮັບ 9 ເດືອນ (ຮອດວັນທີ 26/6/2015) ປະຕິບັດໄດ້ພຽງ 17.320 ຕື້ກີບ ເທົ່າກັບ 67,10% ຂອງແຜນການປີ, ສະເພາະລາຍຮັບພາຍໃນ ປະຕິບັດໄດ້ 13.900 ຕື້ກວ່າກີບ ເທົ່າກັບ 68,05% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງ ສົກປີຜ່ານມາ ເພີ່ມຂຶ້ນປະມານ 18% ໃນນັ້ນ ສູນກາງປະຕິບັດໄດ້ 71,19%, ທ້ອງຖິ່ນ 57,71 % ຂອງແຜນການປີ.
ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...