spot_img
Homeປ່ອງຢ້ຽມດວງດາວNASA ທົດລອງປູກຜັກໃນຍານອາວະກາດໄວ້ກິນໄດ້ແລ້ວ

NASA ທົດລອງປູກຜັກໃນຍານອາວະກາດໄວ້ກິນໄດ້ແລ້ວ

Published on

ปลูกผักในอวกาศ

ໃຜ​ເປັນ​ນັກ​ບິ​ນອາວ​ະກາດ​ທີ່​ຝັນ​ຈະ​ອອກ​ໄປ​ສຳຫ​ລວດ​ນອກ​ໂລກ​ ຕ້ອງ​ທຳ​ໃຈ​ໄວ້​ກ່ອນ ບ່ອນທີ່ວ່າຢູ່ໃນ​ຢາ​ນອາວະ​ກາດ​ຄືຊິບໍ່​ມີ​ອາຫານ​ສົດໆ ໃໝ່​ໆ ໄວ້​ກິນ​ຄືຢູ່​ໂລກ ແຕ່​ຫລ້າ​ສຸດ​ນາ​ຊ່າ​ກໍ​ໄດ້​ເປີດ​ປະຫວັດສາດ​ໜ້າ​ໃໝ່​ໃນ​ການ​ໃຊ້​ຊີວິດ​ຢູ່ອາວະ​ກາດ ເມື່ອ​ນັກ​ບິນ​ສາມາດ​ປູກ​ຜັກ​ສົດໆ ໄວ້​ກິນ​ເອງ​ໃນ​ອາ​ວະ​ກາດ​ໄດ້​ແລ້ວ 
          ເວັບ​ໄຊຕ໌ມິ​ເລີລ໌ ເຜີຍ​ໃນ​ວັນທີ່ 10 ສິງ​ຫາ 2015 ວ່າ ນັກ​ບິ​ນອາວ​ະກາດ​ເທິງ​ສະຖານີອາວະ​ກາດ​ນານາ​ຊາດ (ISS) ສາມາດ​ປູກ​ຜັກ​ກາດ​ເລດ​ໂລ​ເມນ​ໄດ້​ສຳ​ເລັດ ແລະ​ກາຍ​ເປັນ​ນັກ​ບິ​ນອາວະ​ກາດ​ຊຸດ​ທຳອິດ​ທີ່​ໄດ້​​ລອງ​ລົດ​ຊາດ​ຜັກ​ອາວະ​ກາດ ຢ່າງໃດ​ກໍ​ດີ​ບັນດາ​ນັກ​ບິນ​ຕ້ອງ​ໃຊ້​ຜ້າ​ຊຸບ​ກົດ​ຊິ​ຕິກ​ເຊັດ​ໃບ​ຜັກ​ກ່ອນກິນ
          ສຳລັບ​ຜັກ​ອາ​ວະ​ກາດ​ນີ້ ຖືກ​ປູກ​ອຸປະກອນ​ທີ່​ເອີ້ນວ່າ  “Veggie” ມີ​ລັກສະນະ​ເປັນ​ກ່ອງ​ສີ່​ຫລ່ຽມ​ ຂະໜາດ​ກວ້າງ 11.5 ນິ້ວ ຍາວ 14.5 ນິ້ວ ມີ​ຖາດ​ສຳລັບ​ວາງ​ຖົງ​ເພາະ​ພັນ ແລະ​ດ້ານ​ເທິງ​ຕິດ​ຫລອດ​ໄຟ​​ LED ທີ່​ໃຫ້​ແສງ​ສີ​ແດງ ນ້ຳ​ເງີນ ແລະ​ຂຽວ ຊຸດ​ປູກ​ຜັກ​ຍັງ​ພັບ​ເກັບ​ໄດ້ ເຮັດໃຫ້​ບໍ່​ເປືອງ​ພື້ນ​ທີ່​ໃນ​ຢາ​ນອາວ​ະກາດເວລາທີ່​ບໍ່​ໄດ້​ໃຊ້​ງານ

ปลูกผักในอวกาศ
          ນາ​ຊ່າ​ຄາດ​ຫວັງ​ວ່າ ການ​ປູກ​ຜັກ​ອາວະ​ກາດ​ໄດ້​ຈະ​ເປັນ​ປະໂຫຍດ​ຕໍ່​ການ​ທີ່​ນັກ​ບິນ​ຕ້ອງ​ໄປ​ປະຕິບັດ​ພາລະ​ກິດ​ກາ​ງອາວະ​ກາດ​ເປັນ​ເວລາ​ດົນ ນອກ​ຈາກ​ຈະ​ຊ່ວຍ​ໃຫ້​ນັກ​ບິນ​ມີ​ຜັກ​ສົດໆ ກິນ​ແລ້ວ ກໍ​ຍັງ​ເປັນ​ກິດຈະກຳ​ຜ່ອນ​ຄາຍ​ໃນ​ຮູບ​ແບບ​ຂອງ​ການ​ຈັດ​ສວນ​ໃຫ້​ກັບ​ນັກ​ບິນ​ໄດ້ອີກ​ດ້ວຍ

ปลูกผักในอวกาศ

ปลูกผักในอวกาศ

ปลูกผักในอวกาศ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...