spot_img
Homeຂ່າວຕ່າງປະເທດຂ່າວມົ້ວ! ຍັງບໍ່ມີການຢືນຢັນ ວ່າມີຄົນລາວເສຍຊີວິດ ຈາກເຫດລະເບີດຢູ່ບາງກອກ ປະເທດໄທ!

ຂ່າວມົ້ວ! ຍັງບໍ່ມີການຢືນຢັນ ວ່າມີຄົນລາວເສຍຊີວິດ ຈາກເຫດລະເບີດຢູ່ບາງກອກ ປະເທດໄທ!

Published on

Capture

ເນື່ອງຈາກພາຍຫລັງມີຂ່າວກ່ຽວກັບ ເຫດລະເບີດຢູ່ໃຈກາງນະຄອນຫລວງບາງກອກ (ກຸງເທບ) ປະເທດໄທ ໃນມື້ວັນທີ 17 ສິງຫາ 2015 ຜ່ານມານີ້ ແລ້ວໄດ້ມີການແຊຣ໌ຂໍ້ມູນຂ່າວທີ່ມີເນື້ອໃນລະບຸວ່າ ” ນີ້ແມ່ນໜຶ່ງໃນຄົນລາວທີ່ເສຍຊີວິດ ກັບເຫດການວາງລະເບີດທີ່ແຍກຣາຊະປະສົງ ບາງກອກ ປະເທດໄທ ໃນເວລາ 19 ໂມງປາຍຂອງວັນທີ 17 ສິງຫາ 2015  ແມ່ນ ນາງ ໝວຍ ລິດທິໄຊ ອາຍຸ 17 ປີ ທ່ານໃດຮູ້ຈັກຜູ້ກ່ຽວ ຫລື ຄອບຄົວຜູ້ກ່ຽວ ຊ່ວຍສົ່ງຂ່າວຫາຜູ້ປົກຄອງຂອງລາວແດ່ ” ພ້ອມທັງລະບຸເບີໂທລະສັບຕິດຕໍ່ເຈົ້າໜ້າທີ່ຢູ່ໄທໃສ່ພ້ອມ ໂດຍອ້າງແຫລ່ງຂ່າວຈາກເພຈຊື່ດັງແຫ່ງໜຶ່ງ.

ຜ່ານການກວດສອບຂອງທີມຂ່າວລາວໂພສຕ໌ ແມ່ນພົບວ່າ ຂ່າວດັ່ງກ່າວນີ້ແມ່ນມີແຫລ່ງທີ່ມາຈາກເພຈ ດັ່ງກ່າວ ແທ້ຈິງ ແຕ່ຫາກເປັນຂ່າວເກົ່າ ທີ່ເກີດຂຶ້ນຜ່ານມາແຕ່ປີກາຍນີ້ ໂດຍທີມງານຂ່າວຂອງ ເພຈດັ່ງກ່າວ ໄດ້ໂພສຕ໌ລົງທາງເພຈຂອງຕົນ ຕັ້ງແຕ່ມື້ວັນທີ 1 ພະຈິກ 2014 ຜ່ານມາ ຊຶ່ງເຫັນວ່າ ບໍ່ມີສ່ວນກ່ຽວຂ້ອງກັນກັບເຫດລະເບີດຢູ່ 4 ແຍກຣາຊະປະສົງ ບາງກອກ ປະເທດໄທ ໃນມື້ວານນີ້ແຕ່ປະການໃດ.  ພ້ອມກັນນັ້ນ, ຜ່ານການກວດສອບແຫລ່ງຂ່າວຈາກປະເທດໄທຫລາຍແຫລ່ງ ກໍຍັງບໍ່ພົບມີການລະບຸເຖິງຄົນລາວ ທີ່ເສຍຊີວິດຈາກເຫດການດັ່ງກ່າວນີ້ເທື່ອ ແຕ່ຫາກມີບຸກຄົນຈຳນວນໜຶ່ງທີ່ອາດເຂົ້າໃຈຜິດ ຄິດວ່າແມ່ນເຫດການດຽວກັນ ແລ້ວແຊຣ໌ຂ່າວເກົ່າດັ່ງກ່າວຕໍ່ແບບມົ້ວໆ ໂດຍການແຊຣ໌ຕໍ່ຂໍ້ມູນທີ່ບໍ່ຖືກຕ້ອງຄືດັ່ງກ່າວນີ້ ອາດສ້າງຄວາມເຂົ້າໃຈຜິດໃຫ້ແກ່ສັງຄົມໄດ້.

ສະນັ້ນ, ການເສບຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍຕ່າງໆ ແມ່ນຈະຕ້ອງໄດ້ມີສະຕິ ແລະ ໃຊ້ວິຈາລະນະຍານໃນການວິເຄາະຂໍ້ມູນຂ່າວສານໃຫ້ຈະແຈ້ງເສຍກ່ອນ ເພາະຖ້າຫາກມີການແຊຣ໌ຕໍ່ຂໍ້ມູນທີ່ບໍ່ມີມູນຄວາມຈິງ ແມ່ນອາດເຂົ້າຂ່າຍມີຄວາມຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ ໄດ້.

11902107_1644115305856637_644182844_o Capture

 

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...