spot_img
Homeປ່ອງຢ້ຽມດວງດາວດາວທຽມນາຊ່າ ຈັບພາບດ້ານມືດຂອງດວງຈັນ

ດາວທຽມນາຊ່າ ຈັບພາບດ້ານມືດຂອງດວງຈັນ

Published on

Waning crescent Moon, time-exposure image

ວັນທີ່ 6 ສິງຫາທີ່ຜ່ານມານີ້ ສຳ​ນັກ​ຂ່າວ ຊີ​ເອັນ​ເອັນ’ ລາຍ​ງານ​ຄວາມ​ເຄື່ອນ​ໄຫວ​ໃນ​ການ​ສຳ​ຫລວດ​ທາ​ງອາວະກາດ ເຊີ່ງ​ຫຼ້າ​ສຸດ ດາວ​ທຽມ​ຈາກ​ອົງການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາດ ຫລື  ນາ​ຊ່າ ທີ່​ຢູ່ໃນ​ຕຳແໜ່ງ​ຫ່າງ​ຈາກ​ໂລກ 1, 609, 344 ກິ​ໂລ​ແມັດ ແລະ​ຂັ້ນ​ກາງ​ຢູ່​ລະຫວ່າງ​ດວງຈັນ​ແລະ​ດວງ​ອາທິດ ໄດ້​ທຳການ​ບັນ​ທຶກ​ພາ​ບຫຼ້ສຸດ ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ດ້ານ​ມືດ​ຂອງ​ດວງຈັນ ທີ່​ບໍ່​ສາມາດ​ເບິ່ງເຫັນ​ໄດ້​ຈາກ​ໂລກ ເຊີ່ງ​ໃນ​ພາບ​ນີ້​ໄດ້​ເຫັນ​ດວງຈັນ​ກຳ​ລັງ​ເຄື່ອນ​ຜ່ານ​ໂລກ ບໍລິເວນ​ມະຫາ​ສະມຸດ​ປ​າຊິ​ຟິກ​ໄປ​ທາ​ງທະ​ວີ​ບອາ​ເມ​ຣິ​ກາ​ເໜືອ

ນອກຈາກນີ້​ພາບ​ເຄື່ອນ​ໄຫວ​ດັ່ງ​ກ່າວ ບັນ​ທຶກ​ໂດຍ​ກ້ອງ​ທີ່​ຕິດ​ຕັ້ງ​ຢູ່​ເທິງ​ດາວ​ທຽມ​ສຳ​ຫລວດ​ບັນ​ຍາ​ກາດ​ຈາ​ກອາວະກາດ​ (DSCOVR) ຄວາມ​ລະອຽດ 4 ລ້ານ​ພິກ​ເຊວ ພາຍໃຕ້​ພາລະ​ກິດຈະ​ສຳ​ຫລວດ​ລະບົບ​ສຸ​ລິ​ຍະ ຈາກ​ອົງ​ການ​ນາ​ຊ່າ ແລະ​ເປັນ​ພາບ​ເຄື່ອນ​ໄຫວ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ດວງຈັນ​ກຳ​ລັງ​ເຄື່ອນ​ຕົວ​ໝຸນ​ຮອບ​ຕົວ​ເອງ​ຜ່ານ​ໂລກ ເຊີ່ງ​ພາລະ​ກິດ​ດັ່ງ​ກ່າວ ເປັນ​ປັດ​ໄຈ​ໃນ​ການ​ປະກອບ​ຄາດ​ເດົາ ແລະ​ການ​ແຈ້ງ​ເຕືອນ​ສະພາບ​ອາ​ກາດ ໂດຍ​ການ​ບັນ​ທຶກ​ພາບ​ດ້ານ​ມືດ​ຂອງ​ດວງຈັນ ເກີດ​ຂຶ້ນ​ເປັນ​ເທື່ອ​ທຳອິດ​ເມື່ອ​ປີ 1955 ໂດຍ​ຢາ​ນອາວ​ະກາດ​ລູ​ນ່າ 3 ຂອງ​ໂຊ​ວຽດ

ພ້ອມ​ກັນ​ນີ້ ອົງ​ການ​ນາ​ຊ່າ ລະ​ບຸ​ວ່າ ໃນ​ເດືອນ​ກັນຍານີ້ ກ້ອງ​ຕົວ​ນີ້​ຈະ​ຖືກ​ໃຊ້​ບັນ​ທຶກ​ພາບ​ແລະ​ສັງເກດ​ການໂອ​ໂຊນ ເມກ ແລະ​ລະ​ອອງ​ຂອງ​ແຫລວ​ໃນ​ຊັ້ນ​ບັນ​ຍາ​ກາດ​ຂອງ​ໂລກ ຈາກ​ນັ້ນ​ທາ​ງອົງ​ການ​ຈະ​ໂພດ​ພາ​ບລົງໃນ​ສື່​ສັງຄົມ​ອອນ​ໄລນ໌ ມື້​ລະ 12 ເຖິງ 36 ຊົ່ວ​ໂມງ ຫລັງ​ການ​ບັນ​ທຶກ​ພາບ

 

ບົດຄວາມຫຼ້າສຸດ

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...