spot_img
Homeຂ່າວຕ່າງປະເທດພົບພະຍາດສາຍພັນໃໝ່ຢູ່ນິວຢອກ ມີຜູ້ເສຍຊີວິດ 8 ຄົນ!

ພົບພະຍາດສາຍພັນໃໝ່ຢູ່ນິວຢອກ ມີຜູ້ເສຍຊີວິດ 8 ຄົນ!

Published on

400ytr

 

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 6 ສິງຫາ 2015, ​ທ່ານ ບິ​ລ​ ເດ​ບ ລາ ​ຊີ​ໂອ, ນາຍົກ​ເທດ​ມົນຕີ ນະຄອນ​ ນີວຢອກຂອງ​ສະຫະລັດ​ ອາ​ເມ​ລິ​ກາ ​ກ່າວ​ວ່າ: ​ພະຍາດສາຍ​ພັນ​ໃໝ່ (ລີ​ຈຽນ​ແນຣ໌) ທີ່ ​​ເກີດມາ​ ຈາກ​ການ​ຕິດ​ເຊື້ອ ​ແບ​ັກທິ​ເຣຍ ທີ່ສະ​ສົມ​ໃນ ລະບົບ​ເກັບ​ຄວາມ​ເຢັນ ​ເຄື່ອງ​ປັບ​ອາກາດ ​ພາຍ​ໃນ​ອາຄານ​ ແລະ ​ໃນ​ສິ່ງ​ແວດ​ລ້ອມ ​ເຮັດ​ໃຫ້ມີ​ຜູ້ຕິດ​ເຊື້ອ 97 ຄົນ ​ໃນ​ນີ້ ​ເສຍຊີວິດ8 ຄົນ ​ສ່ວນ​ໃຫຍ່ ເປັນ​ກຸ່ມຜູ້​ສູງ​ອາຍຸ ທີ່ມີ​ບັນຫາ ດ້ານ​ສຸຂະພາບ. ​ແຕ່​ພະຍາດ​ນີ້​ ຈະ​ບໍ່​ລະບາດຈາກ​ຄົນ​ສູ່​ຄົນ​ໄດ້​ ແລະ​ ສາມາດ​ປິ່ນ​ປົ່ວ ​ໄດ້​ດ້ວຍ​ຢາ​ຕ້ານ​ເຊື້ອ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...