spot_img
HomeມູມໄອທີລາວLINE ສາມາດຫຼິ້ນຜ່ານຄອມໄດ້ແລ້ວ (Browser)

LINE ສາມາດຫຼິ້ນຜ່ານຄອມໄດ້ແລ້ວ (Browser)

Published on

LINE ສາມາດຫຼິ້ນຜ່ານຄອມໄດ້ແລ້ວ (Browser)

LINE ສາມາດຫຼິ້ນຜ່ານຄອມໄດ້ແລ້ວ (Browser)

ຫຼັງຈາກປ່ອຍໃຫ້ອ້າຍໃຫຍ່ WhatsApp ແລະ ນ້ອງ​ນ້ອຍ WeChat ນຳ​ໜ້າ​ໄປ​ດົນ​ເຕີບ​ກັບ​ເວັບ​ແອັບ​ເທິງ Google Chrome, ເມື່ອ​ສອງ​ສາມ​ມື້ ​ທີ່​ຜ່ານ​ມາ​ນີ້ LINE, ແອັບຯ​ສົນ​ທະ​ນາ​ຍອດ​ນິ​ຍົມ​ຈາກ​ຝັ່ງ​ເກົາ​ຫຼີ​ກໍ​ໄດ້​ຖື​ໂອ ກາດ​ປ່ອຍ LINE ໃຫ້​ຜູ່​ໃຊ້​ບຣາວ​ເຊີ Chrome ເທິງ Windows, Linux, Chrome OS ແລະ OSX ໄດ້​ໃຊ້​ກັນ ເປັນ​ທີ່​ຮຽບ​ຮ້ອຍ​.​ທີ່​ຈິງ​ແລ້ວ LINE ກໍ​ມີ​ເວີ​ຊັນ Windows ອອກ​ມາ​ໃຫ້​ໃຊ້​ກັນ​ດົນ​ເຕີບ​ແລ້ວ ແຕ່​ວ່າ​ປະ​ສົບ​ການ​ການ​ໃຊ້​ງານ ຍັງ​ບໍ່​ທັນ​ເຮັດ​ອອກ​ມາ​ໄດ້​ດີ​ເທົ່າ​ທີ່​ຄວນ ແລະ LINE for Chrome ນີ້​ກໍ​ຖື​ວ່າ​ສາ​ມາດ​ມາ​ເຕີມ​ເຕັມ ໃນ​ສ່ວນ​ດັ່ງ ກ່າວ​ໄດ້​ດີ​ພໍ​ສົມ​ຄວນ ບໍ່​ວ່າ​ຈະ​ເປັນ​ດ້ານ​ໜ້າ​ຕາ ແລະ ຄວາມ​ລື່ນ​ໄຫຼ​ໃນ​ການ​ໃຊ້​ງານ​.

 

ສຳລັບການຕິດຕັ້ງ
ແມ່ນໃຫ້ປະຕິບັດດັ່ງນີ້:

    1. ເປີດບຣາວເຊີ Chrome ຂຶ້ນມາແລ້ວໄປທີ່ນີ້ເລີຍເພື່ອຕິດຕັ້ງສ່ວນເສີມດັ່ງກ່າວ
    2. ຄຼິກທີ່ Add to Chrome
      Line-Chrome-1

 

    1. ຄຼິກໃສ່ Add
      Line-Chrome-2

 

    1. ລໍຖ້າໃຫ້ການຕິດຕັ້ງສຳເລັດ ແລ້ວຄຼິກໃສ່ LAUNCH APP
      Line-Chrome-3

 

    1. ພິມອີເມລ ແລະ ລະຫັດຜ່ານໃສ່ເພື່ອເຂົ້າສູ່ລະບົບ ເປັນອັນວ່າສຳເລັດຂັ້ນຕອນການຕິດຕັ້ງ
      Line-Chrome-4

 

    1. ໜ້າຕາຂອງ LINE for Chrome ກໍອອກມາປະມານນີ້
      Line-Chrome-5

 

    1. ໜ້າຈໍຈະແບ່ງເປັນສອງສ່ວນຄື ສ່ວນເບື້ອງຊ້າຍຄືສ່ວນຄວບຄຸມທີ່ມີແຖບລາຍການສົນທະນາ, ລາຍຊື່ໝູ່, ກຸ່ມ ແລະ ຄົ້ນຫາໝູ່ໃໝ່ ແລະ ກ້ຳຂວາແມ່ນໜ້າຈໍສະແດງຜົນໜ້າຈໍສົນທະນາ ແລະ ຂໍ້ມູນຕ່າງໆ
      Line-Chrome-6

 

    1. ຮອງຮັບການໃຊ້ງານສະຕິກເກີ, ສົ່ງຮູບ ແລະ ຖ່າຍຮູບໜ້າຈໍສົນທະນາໄດ້ຢ່າງງ່າຍດາຍ
      Line-Chrome-7

 

  1. ເບິ່ງຂໍ້ມູນຂອງຜູ່ໃຊ້ໄດ້ ພ້ອມທັງສາມາດບຼັອກລາຍຊື່ຕິດຕໍໄດ້ອີກ
    Line-Chrome-8

ສະຫຼຸບຄື LINE for Chrome ເຮັດອອກມາໄດ້ໃນລະດັບທີ່ໜ້າພໍໃຈ ຄື ໜ້າຕາສວຍງາມ ແລະ ມື່ນດີ ການ ຕອບສະໜອງຕໍ່ການຄຼິກຖືວ່າໄວໃຊ້ໄດ້ ຖ້າທຽບໃສ່ເວີຊັນ Desktop ທີ່ອອກມາກ່ອນໜ້ານັ້ນ. ຕອນນີ້ຍັງບໍ່ ທັນຮອງຮັບສະຕິກເກີແບບເໜັງຕີງໄດ້ ແລະ ມີສຽງເທື່ອ ແລະ ຍັງບໍ່ທັນສາມາດເບິ່ງ timeline ຂອງຜູ່ໃຊ້ໄດ້. ທ່ານຜູ່ອ່າານໃຊ້ແລ້ວຮູ້ສຶກແນວໃດກໍມາແບ່ງປັນຄວາມຄິດເຫັນນຳກັນທີ່ກ່ອງຄວາມເຫັນດ້ານລຸ່ມໄດ້ເລີຍ

ຂໍຂອບໃຈ ຂໍ້ມູນດີໆຈາກ Moblie Talk TV

MobileTalk.TV | ລົມທຸກເລື່ອງບັນຫາໂທລະສັບ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...