spot_img
Homeຂ່າວຕ່າງປະເທດເມັກ​ຊິ​ໂກ ກວດ​ພົບອຸ​ໂມງ​ໃຕ້​ດິນ ເພື່ອ​ໃຊ້​ລັກ​ລອບ​ຂົນ​ອາ​ວຸດເສິກ​ແລະຢາ​ເສບ​ຕິດ

ເມັກ​ຊິ​ໂກ ກວດ​ພົບອຸ​ໂມງ​ໃຕ້​ດິນ ເພື່ອ​ໃຊ້​ລັກ​ລອບ​ຂົນ​ອາ​ວຸດເສິກ​ແລະຢາ​ເສບ​ຕິດ

Published on

ເມັກ​ຊິ​ໂກ ກວດ​ພົບອຸ​ໂມງ​ໃຕ້​ດິນບໍລິເວນ​ເຂດ​ແດນ​ເມືອງ​ທິ​ຮົວ​ນາ ເພື່ອ​ໃຊ້​ລັກ​ລອບ​ຂົນ​ອາ​ວຸດເສິກ​ແລະຢາ​ເສບ​ຕິດເຂົ້າ​ສະ​ຫາຣັດ​ອະ​ເມ​ຣິກາ

ວັນທີ່ 4 ສິງຫາ 2015 ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ຫນ່ວຍ​ງານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ເມັກ​ຊິ​ໂກ ໄດ້​ກວດ​ພົບ​ອຸ​ໂມງໃຕ້​ດິນ​ຄວາມ​ຍາວ​ປະ​ມານ 123 ແມັດ ບໍລິເວນ​ເຂດແດນ​ເມືອງ​ທິ​ຮົວ​ນາ ເພື່ອ​ລັກ​ລອບ​ຂົນ​ອາ​ວຸດເສິກ ແລະ​ ຢາ​ເສບ​ຕິດ​ເຂົ້າ​ມາ​ປະເທດ​ສະ​ຫາຣັດ​ອະ​ເມ​ຣິກາ

10

ໃນນັ້ນ ທາງ​ການ​ເມັກ​ຊິ​ໂກ ເຊື່ອ​ວ່າ​ເປັນ​ຝີ​ມື​ຂອງ​ກອງ​ກຳ​ລັງ Sinaloa Cartel ເພື່ອ​ໃຊ້​ໃນ​ການ​ລັກ​ລອບ​ຂົນ​ອາ​ວຸດ​ເສິກ ແລະ​ ຢາ​ເສບ​ຕິດ​ເຂົ້າ​ມາ​ສະ​ຫາຣັດໂດຍ​ເມື່ອ​ເດືອນ​ທີ່​ຜ່ານມາ ນາຍ​ຮົວ​ຄິນ ກຸ​ຊະ​ມັນ ຫລື ເອນ ຊາ​ໂປ ເຈົ້າ​ພໍ່​ຄ້າ​ຢາ​ຫາກໍ່​ແຫກ​ຄຸກ​ຄວາມ​ປອດ​ໄພ​ສູງ​ສຸດ​ດ້ວຍ​ກາ​ນ​ເຈາະ​ອຸ​ໂມງຫລົບ​ໜີ​ອອກ​ມາ​ເຊັ່ນ​ດຽວ​ກັນ

ຢ່າງໃດ​ກໍ​ຕາມ ການ​ຄົ້ນ​ພົບ​ອຸ​ໂມງໃຕ້​ດິນ​ເທື່ອ​ນີ້ ນັບ​ເປັນ​ເທື່ອ​ທີ່ 3 ເຊີ່ງ​ໜຶ່ງ​ໃນ​ອຸ​ໂມງທີ່​ກວດ​ພົບ​ກ່ອນ​ຫນ້າທີ່​ມີ​ການ​ຕິດ​ຕັ້ງ​ລະບົບ​ໄຟ​ຟ້າ​ແລະ​ລາງ​ລົດ​ໄຟ​ຢ່າງ​ສົມບູນ ແລະ​ລະບົບ​ລະບາຍ​ອາ​ກາດພ້ອມ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...