Homeຂ່າວຕ່າງປະເທດທະນາຄານກາງຣັດເຊຍ ຫລຸດຜ່ອນອັດຕາດອກເບ້ຍ ຄັ້ງທີ 5 ໃນຮອບປີ!

ທະນາຄານກາງຣັດເຊຍ ຫລຸດຜ່ອນອັດຕາດອກເບ້ຍ ຄັ້ງທີ 5 ໃນຮອບປີ!

Published on

400ppool

ຂປລ. ຕາມຂ່າວສານຫວຽດນາມ, ​ເມື່ອບໍ່ດົນມານີ້, ທະນາຄານກາງຣັດ​ເຊຍຕົກລົງສືບຕໍ່ຫລຸດຜ່ອນອັດຕາອກເບ້ຍພື້ນຖານ ຈາກລະດັບ 11,5% ​ເຫລືອ 11%  ຕາມທ່ີສະເໜີຂຶ້ນຊື່ເປັນຄັ້ງທີ 5 ນັບແຕ່ຕົ້ນປີນີ້.

ທະນາຄານກາງຣັດເຊຍໃຫ້ຮູ້ວ່າ ອັດຕາເງິນເຟີ້ໃນເດືອນກໍລະກົດເພີ່ມຂຶ້ນ 15,8%, ​​ເມື່ອທຽບໃສ່​​ ເດືອນຜ່ານມາ. ທະນາຄານນີ້ ຄາດວ່າ ອັດຕາ​​ເງິນຟີ້ ຈະຢູ່ໃນລະດັບ 7% ​ແລະ ບັນລຸ 4% ​ໃນປີ 2017 ຍ້ອນແຫລ່ງ ການສະໜອງ​​ເງິນ​ ​ແລະ ຄວາມຕ້ອງການ​​ ພາຍໃນຫລຸດລົງໃນໄລຍະ 6 ​ເດືອນຜ່ານມາ. ນອກຈາກນັ້ນ, ທະນາຄານນີ້ ຈະສືບຕໍ່ຫລຸດເປົ້າໝາຍການຈະເລີເຕີບໃຫຍ່ເສ​​ດຖະກິດຣັດ​ເຊຍໃນປີ 2015.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...