Homeຂ່າວການພັດທະນາເຊັນສັນຍາ ແລະ ວາງສີລາເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຮຸ່ງ 1 ແຂວງໄຊຍະບູລີ

ເຊັນສັນຍາ ແລະ ວາງສີລາເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳຮຸ່ງ 1 ແຂວງໄຊຍະບູລີ

Published on

11825792_1475064052810344_7859865794398619439_n

ຂປລ. ວັນທີ 1 ສິງຫ2015 ທີ່​ ​ແຂວງໄຊຍະບູລີໄດ້ມີພິທີເຊັນສັນຍາ ການຄຸ້ມຄອງເຂື່ອນ​​ໄຟຟ້ານ້ຳຕົກ ຂະໜາດນ້ອຍ ນ້ຳຮຸ່ງ 1 ລະຫວ່າງແຂວງໄຊຍະບູລີ ຕາງໜ້າໂດຍ ພະແນແຜນການແລະ ການລົງທຶນ​ ​ຂອງແຂວງແລະ ບໍລິສັດສີເມືອງກຣຸບ ຕາງໜ້າໂດຍ  ບໍລິສັດເຂື່ອນໄຟຟ້ານ້ຳຮຸ່ງ 1 ຈຳກັດຜູ້ດຽວ. ​ໃຫ້ກຽດ​​ໃນພິທີ ມີທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ການຜະລິດແລະ ຈໍລະຈອນ; ທ່ານ ພົງສະຫວັດ ສິດທະວົງເຈົ້າແຂວງໆໄຊຍະບູລີ; ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານແລະ ບໍ່ແຮ່; ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທ່ານເອກະພັນ ພະພິທັກ ປະທານບໍລິສັດສີເມືອງຣຸບ, ພ້ອມດ້ວຍຄະນະນຳຂອງສອງຝ່າຍແລະແຂກທີ່ຖືກເຊີນເຂົ້າຮ່ວມ.

ໂຄງການດັ່ງກ່າວ, ຕັ້ງຢູ່ຫ່າງຈາກເທສະບານ ​​ແຂວງໄຊຍະບູລີໄປທາງທິດຕາເວັນອອກສ່ຽງໄຕ້ ປະມານ 15 ກິໂລແມັດ; ​​ເຊິ່ງໄດ້ມີການສຳວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ, ​ເຕັກນິກ, ຜົນກະທົບທາງດ້ານ ສັງຄົມສິ່ງແວດລ້ອມແລະ ອື່ນໆ ມາແຕ່ປີ 2010 ​ແລະ ສຳເລັດໃນປີ 2014; ມີເນື້ອທີ່ອ່າງໂຕ່ງ 2.915 ກິໂລຕາແມັດ; ເນື້ອ ທີ່ອ່າງເກັບນ້ຳ 1,52 ກິໂລຕາແມັດ; ອັດຕາການໄຫຂອງນ້ຳ 34 ກວ່າແມັດກ້ອນ/ວິນາທີ. ເຊິ່ງໄດ້ອອກແບບການ ກໍ່ສ້າງມີຄວາມຍາວຂອງສັນເຂື່ອນ 235 ແມັດ, ຄວາມສູງຂອງເຂື່ອນ 34 ກວ່າແມັດ, ມີກຳລັງຕິດຕັ້ງເຄື່ອງປັ່ນໄຟຟ້າ 5 ເມກາວັດ ຈຳນວນ 3 ເຄື່ອງ ລວມ 15 ​ເມກາວັດ, ມີມູນຄ່າການກໍ່ສ້າງ 34 ລ້ານກວ່າໂດລາສະຫະລັດ, ​ໂດຍແມ່ນ​ ບໍລິສັດ​ ສີ​ເມືອງ​ກຣຸບ ​ເປັນ​ຜູ້​ລົງທຶນ​ 100 ສ່ວນ​ຮ້ອຍ ​ແລະ ບໍລິສັດ ​ໂດ​ອູ ອີຊີ ​ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ. ​ເຊິ່ງ​ຈະ​ເລີ່​ມລົງມື​ກໍ່ສ້າງ ​ໃນ​ທ້າຍປີ 2015 ​ແລະ ຈະ​​ໃຫ້​ສຳ​ເລັດ​ ໃນ​ທ້າຍປີ 2017. ​​ພາຍຫລັງ​ການກໍ່ສ້າງ​ໂຄງການນີ້​ສຳ​ເລັດ ຕາມ​ແຜນການທີ່​ວາງ​ໄວ້ ຄາດວ່າຈະ​ມີ​ລາຍຮັບປະມານ 3,55 ລ້ານ​ໂດ​ ລາສະຫະລັດ​ຕໍ່​ປີ. ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ ຂະ ໜາດນ້ອຍນ້ຳ​ຮຸ່ງ 1​ ຖື​ວ່າເປັນການລົງທຶນ ຂອງ​ນັກທຸລະກິດ​ລາວ 100 ສ່ວນ​ຮ້ອຍ ​ແລະ ​ເປັນຄົນ​ທຳ​ອິດ ​ໃນຂະ​ແໜງ​ພະລັງງານ​ໄຟຟ້າ ​ ຢູ່ ​ສປປ ລາວ.

ລັງ ​ຈາກນັ້ນ, ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 2 ສິງຫາ 2015 ກໍໄດ້​ມີ​ພິທີ​ວາງສີ​ລາເລີກ ​ການກໍ່ສ້າງໂຄງການດັ່ງກ່າວ ແລະ ​ໄດ້​ຮັບ​ກຽດ​ລັ່ນຄ້ອງ 9 ບາດ ຈາກທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ເພື່ອ​ເປັນ​ສີ​ລິ​ມຸງຄຸນ ​ແກ່​ການກໍ່ສ້າງ​ເຂື່ອນ​​ໄຟຟ້າດັ່ງກ່າວ ​ໃຫ້​ມີ​ຜົນສຳ​ເລັດ​ຢ່າງຈົບງາມ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...

ຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ປັບລົງ 50,000 ກີບ ເມືອງຜາອຸດົມ ແຂວງບໍ່ແກ້ວ ແຈ້ງປັບລົງຄ່າໂດຍສານສາຍທາງລະ 50,000 ກີບ

ຫ້ອງການ ຍທຂ ເມືອງຜາອຸດົມ ແຂວງບໍ່ແກ້ວ ອອກແຈ້ງການເລກທີ 270/ຍທຂ,ຜດ ວັນທີ 24 ມິຖຸນາ 2026 ເຖິງ: ບັນດາຫົວໜ້າສະມາຄົມລົດ, ບັນດາຜູ້ປະກອບການຂົນສົ່ງໂດຍສານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ...