Homeຂ່າວຕ່າງປະເທດຊວຍອີກແລ້ວ ຊາຍຊາວຈີນຖືກຂັ້ນໄດເລື່ອນດູດຂາ ຕ້ອງໄດ້ຕັດຂາຖີ້ມ

ຊວຍອີກແລ້ວ ຊາຍຊາວຈີນຖືກຂັ້ນໄດເລື່ອນດູດຂາ ຕ້ອງໄດ້ຕັດຂາຖີ້ມ

Published on

จีน,บันไดเลื่อน,ตัดขาทิ้ง,อันตราย,เตือนภัย

ວັນທີ່ 2 ສິງຫາທີ່ຜ່ານມາ  ສຳ​ນັກ​ຂ່າວ ຊ່ຽງ​ໄຮ້​ອິດ ສື່​ທ້ອງ​ຖິ່ນ​ໃນ​ປະເທດ​ຈີນ ລາຍ​ງານ​ເຫດການ​ສຸດ​ສະເທືອນໃຈ ທີ່ເກິດຂື້ນ (ອີກ​ເທື່ອ) ໃນ​ກໍລະນີ ຂັ້ນ​ໄດ​ເລື່ອນ​ມໍລະນະ ທີ່​ກ່ອນໜ້າ​ນີ້​ເປັນ​ເຫດ​ສະ​ເທືອນ​ໃຈ ທີ່ເກິດຂື້ນ​ທັງ​ໃນ​ແລະ​ຕ່າງ​ປະເທດ ໂດຍ​ລ່າ​ສຸດ ປະຫວັດສາດ​ຊ້ຳ​ຮອຍ​ອີກ​ເທື່ອ ເມື່ອ​ພະ​ນັກ​ງານ​ເຮັດ​ຄວາມ​ສະ​ອາດ​ອາຍຸ 35 ປີ ຕ້ອງ​ຕັດ​ຂາ​ຂ້າງ​ໜຶ່ງ​ຖິ້ມ ຫລັງ​ຈາກ​ປະ​ສົບ​ອຸປະຕິເຫດ ຂະນະ​ເຮັດ​ຄວາມ​ສະ​ອາດ​ບໍລິເວນ​ຂັ້ນ​ໄດ​ເລື່ອນ​ໃນ​ຫ້າງ​​ສິນ​ຄ້າ​ທີ່​ຈົ່ງ​ຊານ ພານ ໃນ​ນະຄອນ​ຊ່ຽງ​ໄຮ້​ຂອງ​ຈີນ ແລະ​ກາຍ​ເປັນ​ຜູ້​ພິ​ການ​ເນື່ອງ​ຈາກ​ຂາ​ຂ້າງ​ໜຶ່ງ​ໄດ້ຮັບ​ບາດ​ເຈັບ​ສາ​ຫັດ ແລະ​ແພດ​ໄດ້​ລົງ​ຄວາມ​ເຫັນ​ໃຫ້​ຕັດ​ຂາ​ຂ້າງ​ດັ່ງ​ກ່າວ​ຖິ້ມ​ໄປ​ເພື່ອ​ຮັກສາ​ຊີວິດ​ຜູ້​ເຄາະຮ້າຍໄວ້

ຢ່າງໃດ​ກໍ​ຕາມ ຫລັງ​ຈາກ​ເກີດ​ເຫດ ຫ້າງ​​ສິນ​ຄ້າ​ແຫ່ງ​ນັ້ນ ຕ້ອງ​ປິດ​ໃຫ້​ບໍລິການ​ຈາກ​ເຫດການ​ດັ່ງ​ກ່າວ ເຊີ່ງ​ເທື່ອ​ນີ້​ຖື​ເປັນ​ເຫດການ​ ຈາກ​ການ​ໃຊ້​ຂັ້ນໄດ​ເລື່ອນ ເທື່ອ​ທີ່ 3 ໃນ​ຮອບ 1 ອາທິດ ​ໜຶ່ງ​ໃນ​ນັ້ນ​ຄື​ເຫດການ​ເກີດ​ຂຶ້ນ​ຂະນະ​ທີ່​ກ້ອງ​ວົງ​ຈອນ​ປິດ ສາມາດ​ຈັບ​ພາບ​ເຫດການ​ທີ່​​ແມ່​ລູກອ່ອນຄົນໜຶ່ງ ເຊີ່ງ​ພະຍາຍາມ​ຊ່ວຍ​ຊີວິດ​ລູກ​ນ້ອຍ ກ່ອນ​ທີ່​ຮ່າງ​ຕົນເອງ​ຈະ​ຖືກ​ຂັ້ນ​ໄດ​ເລື່ອນ​ດູດ​ໄປ ແລະ​ພົບ​ເປັນ​ສົບ​ຢູ່​ພາຍ​ໃນ​ເຄື່ອງ​ໃນ​ເວລາ​ຕໍ່​ມາ

ສ່ວນ​ຈາກ​ຂັ້ນ​ຕອນ​ການ​ກວດ​ສອບ ດ້ານ​ຜູ້​ຈັດການ​ຫ້າງ​ສິນ​ຄ້າ​ແຫ່ງ​ນີ້ ສັນ​ນິ​ຖານ​ວ່າ ສາ​ເຫດ​ຂອງ​ເຫດ​ບໍ່​ຄາດ​ຝັນ​ໃນ​ເທື່ອ​ນີ້ ເກີດ​ຈາກ​ກົນ​ໄກ​ການເຮັດວຽກ​ທີ່​ບໍ່​ເໝາະ​ສົມ​ຂອງ​ຂັ້ນ​ໄດ​ເລື່ອນ

จีน,บันไดเลื่อน,ตัดขาทิ้ง,อันตราย,เตือนภัย

จีน,บันไดเลื่อน,ตัดขาทิ้ง,อันตราย,เตือนภัย

 

ບົດຄວາມຫຼ້າສຸດ

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...