spot_img
Homeປ່ອງຢ້ຽມດວງດາວຜອ ສູນ​ວິ​ໄຈ​ເອມສ໌ ຂອງ​ນາ​ຊ່າ ກ່າວ! ພົບແສງ​ເຄື່ອນ​ທີ່​ໄດ້ ເທິງ​ດາວ​ເຄາະ ເຊື່ອວ່າເປັນ​ມະນຸດ​ຕ່າງ​ດາວ

ຜອ ສູນ​ວິ​ໄຈ​ເອມສ໌ ຂອງ​ນາ​ຊ່າ ກ່າວ! ພົບແສງ​ເຄື່ອນ​ທີ່​ໄດ້ ເທິງ​ດາວ​ເຄາະ ເຊື່ອວ່າເປັນ​ມະນຸດ​ຕ່າງ​ດາວ

Published on

นาซ่า แถลงยันมีสิ่งมีชีวิตบนดาวเคปเลอร์-22บี

ຜອ ສູນ​ວິ​ໄຈ​ເອມສ໌ ຂອງ​ນາ​ຊ່າ ອອກ​ມາ​ກ່າວເທື່ອ​ທຳອິດວ່າ ກວດ​ພົບແສງ​ເຄື່ອນ​ທີ່​ໄດ້ ເທິງ​ດາວ​ເຄາະ​ຊື່​ເຄບ​ເລີ-22ບີ (Kepler-22b) ເຊື່ອວ່າເປັນ​ມະນຸດ​ຕ່າງ​ດາວ

ອົງ​ການ​ບໍລິຫານ​ການ​ບິນ ແລະ​ອາ​ວະ​ກາດ​ແຫ່ງ​ຊາດ (ນາ​ຊ່າ) ຂອງສະ​ຫາລັດ​ອະ​ເມ​ລິ​ກາ ໄດ້​ອອກ​ມາ​ຖະແຫລງ​ຂ່າວ​ຢືນຢັນ​ເທື່ອ​ທຳອິດກ່ຽວກັບ​ການ​ຄົ້ນ​ພົບ ທີ່​ຄາດ​ວ່າ​ເປັນ​ສິ່ງ​ມີ​ຊີວິດ​ເທິງ​ດາວ​ເຄາະ ເຄບ​ເລີ-22ບີ (Kepler-22b) ທີ່​ຢູ່​ຫ່າງ​ໄປ​ຈາກ​ໂລກ​ປະ​ມານ 600 ປີ​ແສງ ອີກ​ທັງ​ຍັງ​ພົບ​ວ່າ​ມີ​ແຫລ່ງ​ນ້ຳ ລວມ​ທັງ​ອຸນຫະພູມ​ເທິງ​ດາວ​ເຄາະ​ດັ່ງ​ກ່າວ ຍັງ​ໃກ້​ຄຽງ​ກັບ​ໂລກ​ອີກ​ໂດຍ​ຢູ່​ທີ່ ປະ​ມານ 22 ອົງ​ສາ​ໂດຍ​ກ້ອງ​ຂອງ​ຍານ​ສຳຫ​ລວດ​ອາວະ​ກາດ​ຂອງ​ນາ​ຊ່າ ຍັງ​ສາມາດ​ຈັບ​ພາບ​ແສງ​ສະຫວ່າງ​ກຳ​ລັງ​ເຄື່ອນ​ທີ່​ເທິງ ເຄບ​ເລີ-22ບີ ແລະ​ຍັງມີ​ຮ່ອງ​ຮອຍ​ນ້ອຍ​ໆ ຕາມ​ມາ​ຫລັງ​ຈາກ​ແສງ​ເດິນທາງ​ຜ່ານ​ໄປ ເຊີ່ງ​ທາງ​ນາ​ຊ່າ ເຊື່ອ​ວ່າ​ໜ້າ​ຈະ​ເປັນ​ສິ່ງ​ທີ່​ມີ​ຊີວິດ ຫລື​ທີ່​ເອີ້ນວ່າ​ມະນຸດ​ຕ່າງ​ດາວ

ດ້ານ​ພີດ ວໍ​ເດນ ຜູ້​ອຳ​ນວຍ​ການ​ສູນ​ວິ​ໄຈ​ເອມສ໌ ຂອງ​ນາ​ຊ່າ ໃນ​ລັດ​ແຄ​ລິ​ຟໍ​ເນຍ ກ່າວ​ຍອມ​ຮັບ​ວ່າ ເຮົາ​ໄດ້​ເຂົ້າໄປ​ໃກ້​ດາວ​ເຄາະ​ຫລາຍ ແລະ​ໃກ້​ທີ່​ຈະ​ພົບ​ສິ່ງ​ມີ​ຊີວິດ​ເທິງ​ດາວ​ເຄາະ​ແລ້ວ

ທັງ​ນີ້​ເຄບ​ເລີ-22ບີ (Kepler-22b) ຢູ່​ຫ່າງ​ໄປ​ຈາກ​ໂລກ 600 ປີ​ແສງ ໃຫຍ່​ກວ່າ​ໂລກ​ປະ​ມານ 2.4 ເທົ່າ ໂຄຈອນ​ຮອບ​ດາວ​ເລິກ​ທີ່​ຄ້າຍ​ດວງ​ອາທິດ ແລະ​ເປັນ​ໜຶ່ງ​ໃນ​ດາວ​ເຄາະ​ທີ່​ຢູ່​ນອກ​ລະບົບ​ສຸ​ລິ​ຍະ​ທີ່​ອົງການ​ນາ​ຊ່າ​ຄົ້ນ​ພົບ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...