spot_img
HomeມູມໄອທີລາວSkysphere ເຮືອນ​ຕົ້ນ​ໄມ້​ທີ່​ບໍ່​ມີ​ຕົ້ນ​ໄມ້ ແຕ່​ແທນ​ທີ່​ດ້ວຍ​ເທກ​ໂນ​ໂລ​ຍີ​ສຸດ​ລ້ຳ ຄວບ​ຄຸມ​ເຮືອນ​ດ້ວຍ Android

Skysphere ເຮືອນ​ຕົ້ນ​ໄມ້​ທີ່​ບໍ່​ມີ​ຕົ້ນ​ໄມ້ ແຕ່​ແທນ​ທີ່​ດ້ວຍ​ເທກ​ໂນ​ໂລ​ຍີ​ສຸດ​ລ້ຳ ຄວບ​ຄຸມ​ເຮືອນ​ດ້ວຍ Android

Published on

Skysphere บ้านต้นไม้ไฮเทค

ເມື່ອ​ວັນທີ່ 28 ກໍລະກົດ 2015 ທີ່ຜ່ານມາ ເວັບ​ໄຊຕ໌  androidpolice.com ໄດ້​ເຜີຍ​ໄອ​ເດຍ​ສຸດ​ລ້ຳ​ຂອງ​ Jono Williams ວິ​ສະວະກ​ອນ​ພາດ​ຕິກ​ແລະ​ນັກ​ອອກ​ແບບ​ກາ​ບຟິກ​ຊາວ​ນິວ​ຊີ​ແລນດ໌ ເຊີ່ງ​ກ່ອນ​ໜ້າ​ນີ້​ພວກເຂົາ​ເຄີຍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ເຮືອນ​ຕົ້ນ​ໄມ້​ເປັນ​ຂອງ​ຕົວ​ເອງ ແຕ່​ຕິດ​ບັນຫາ​ແລະ​ຂໍ້​ຈຳ​ກັດ​ຫລາຍ​ຢ່າງ ບໍ່​ວ່າ​ຈະ​ເປັນ​ຄວາມ​ສ່ຽງ​ທີ່​ເຮືອນ​ຈະ​ພັງ​ເມື່ອ​ຕົ້ນ​ໄມ້​ເຕີບໂຕ​ຂຶ້ນ ລວມ​ທັງ​ກິ່ງ​ໄມ້​ທີ່​ຍື່ນ​ມາ​ຂວາງ​ທິວທັດ​ຂອງ​ໜ້າ​ຕ່າງ​ເຮືອນ ຈົນ​ສຸດ​ທ້າຍ​ພວກເຂົາ​ກໍ​ປ່ຽນ​ໃຈ​ມາ​ສ້າງ​ເຮືອນ​ລອຍ​ຟ້າ​ທີ່​ພວກເຂົາ​ເອີ້ນວ່າ  Skysphere ຂຶ້ນ​ມາ​ແທນ

Skysphere บ้านต้นไม้ไฮเทค

ພວກເຂົາ​ໄດ້​ໃຊ້​ເງີນ​ເປັນ​ຈຳນວນ $50, 000 ແລະ​ເວລາ​ຫລາຍກວ່າ 3,000 ຊົ່ວ​ໂມງ​ໃນ​ການ​ອອກ​ແບບ​ແລະ​ສ້າງ  Skysphere ຂຶ້ນ​ມາ ດ້ວຍ​ການສ້າງ​ຊິ້ນ​ສ່ວນ​ເທື່ອລະ​ຊິ້ນ​ແລ້ວ​ເອົາ​ມາ​ປະກອບ​ກັນ​ຈົນ​ເປັນ​ເຮືອນ​ຮູບ​ຮ່າງ​​ກົມ​ຕັ້ງ​ຢູ່​ເທິງ​ເສົາ​ເຫລັກ​ທີ່​ສູງ​ລະ​ດັບ​ດຽວ​ກັບ​ເຮືອນ​ຕົ້ນ​ໄມ້​ທົ່ວ​ໄປ ມີ​ໜ້າ​ຕ່າງ​ຮອບ​ຕົວ​ເຮືອນ ພ້ອມ​ທັງ​ຕົກ​ແຕ່ງ​ດ້ວຍ​ເຟີນິເຈີ​ຢູ່​ພາຍ​ໃນ

Skysphere บ้านต้นไม้ไฮเทค

ເມື່ອ​ສະ​ແກນ​ລາຍ​ນິ້ວ​ມື​ເພື່ອ​ປົດ​ລັອກ​ປະ​ຕູ​ທາງ​ເຂົ້າ​ເຮືອນ​ແລ້ວ ຈະ​ມີ​ບັນ​ໃດ​ທີ່​ຢູ່​ພາຍ​ໃນ​ເສົາ​ເຫລັກ​ໃຫ້​ສາມາດ​ປີນ​ຂຶ້ນ​ໄປ​ເທິງ​ຕົວ​ເຮືອນ​ຫລື​ດາດ​ຟ້າ​ໄດ້ ພາຍ​ໃນ​ເຮືອນ​ຈະ​ມີ​ທັງ​ຕຽງ​ນອນ, ໂຊ​ຟາ, ຕູ້​ແຊ່​ ປະ​ດັບ​ດ້ວຍ​ໄຟ LED ແຖມ​ຍັງມີ​ເຄື່ອງ​ສາຍ​ພາບ ລຳ​ໂພງ​ລະບົບ​ສຽງ​ແບບ​ໄຮ້​ສາຍ ແລະ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ອີກ​ດ້ວຍ ເຊີ່ງ​ທັງ​ໝົດ​ນີ້​ຈະ​ໃຊ້​ພະລັງ​ງານ​ໄຟ​ຟ້າ​ຈາກ​ແຜງ​ໂຊ​ລ່າ​ເທິງ​ຕົວ​ເຮືອນ​ທີ່​ສາມາດ​ເກັບ​ພະລັງ​ງານ​ເອົາ​ໄວ້​ໃຊ້​ເຄື່ອງ​ໃຊ້​ໄຟ​ຟ້າ​ຕ່າງໆ ໃນ​ຕົວ​ເຮືອນ​ໄດ້​ດົນ​ເຖິງ 2 ມື້​ຕໍ່​ອາທິດ​ເລີຍ​ ແຕ່​ພາຍ​ໃນ​ເຮືອນ​ຍັງ​ບໍ່​ມີ​ຫ້ອງ​ອາບ​ນ້ຳ​ເນື່ອງ​ຈາກ​ພວກເຂົາ​ຍັງ​ບໍ່​ໄດ້​ເຮັດ​ລະບົບ​ປ້ຳ​ນ້ຳ

Skysphere บ้านต้นไม้ไฮเทค

ສິ່ງ​ທີ່​ລ້ຳ​ທີ່ສຸດ​ຂອງ  Skysphere ນີ້​ກໍ​ຄື ພວກເຂົາ​ສາມາດ​ໃຊ້​ສະ​ມາດ​ໂຟນ​ແອ​ນ​ດຣອຍ​ຄວບ​ຄຸ້ມ​ສິ່ງ​ຕ່າງໆ ໃນ​ເຮືອນ​ໄດ້ ບໍ່​ວ່າ​ຈະ​ເປັນ​ສີ​ຫລອດ​ໄຟ LED ດ້ວຍ​ສຽງ, ຕູ້​ແຊ່​, ຜ້າ​ມ່ານ ລວມ​ທັງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ ນອກ​ຈາກ​ນີ້​ຍັງມີ​ລະບົບ​ແຈ້ງ​ເຕືອນ​ເມື່ອ​ຂອງໃນ​ຕູ້​ແຊ່ໃກ້​ໝົດ​ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...