Homeວິທະຍາສາດ-ວິທະຍາການກາເຟດື່ມໃຫ້ພໍດີບໍ່ດັ່ງນັ້ນອາດຄວາມຈຳເສື່ອມ

ກາເຟດື່ມໃຫ້ພໍດີບໍ່ດັ່ງນັ້ນອາດຄວາມຈຳເສື່ອມ

Published on

http://www.vcharkarn.com/media/images/

ນັກ​ວິທະຍາ​ສາດ​ອິ​ຕາ​ລີ​ພົບ​ວ່າ ການ​ດື່ມ​ກາເຟ​​ພໍ​ດີ​ແລະ​ສະ​ໝ່ຳ​ສະເໝີ​ຈະ​ເປັນ​ປະໂຫຍດ ແຕ່​ຫາກ​ເພີ່ມ​ປະລິມານ​ການ​ດື່ມ​ຫລື​ບໍ່​ດື່ມ​ເລີຍ​ນັ້ນ ຈະ​ມີ​ໂອ​ກາດ​ເປັນ​ພະຍາດ​ທາງ​ລະບົບ​ປະສາດ​ຫລາຍ​ຂຶ້ນ

ງານ​ວິ​ໄຈ​ຈາກ​ວາລະ​ສານ​ວິ​ຊາ​ການ Journal of Alzheimer’s Disease  ສະບັບ​ໜຶ່ງ ເຜີຍ​ເຖິງ​ຕົວ​ເລກ​ຂອງ​ຄົນ​ອິ​ຕາ​ລີ 5,632 ຄົົນທີ່​ອາ​ຍຸ​ລະຫວ່າງ 65-84 ປີ​ນັ້ນ​ມີ​ອາການ​ບົກຜ່ອງ​ທາງ​ການ​ຮັບ​ຮູ້​ເລັກນ້ອຍ​ນີ້​ເຖິງ 1,445 ຄົນ​ເລີຍ​

“ຄວາມ​ບົກຜ່ອງ​ທາງ​ການ​ຮັບ​ຮູ້​ເລັກນ້ອຍ” ຫລື Mild Cognitive Impairment (MCI) ນີ້​ເປັນ​ອາການ​ບອກ​ເຫດ​ຂອງ​ການ​ເປັນ​ພະຍາດ​ຄວາມ​ຈຳ​ເສື່ອມ ຫລື​ອັນ​ໄຊ​ເມີລ໌​ໃນ​ເວລາ​ຕໍ່​ມາ ປະຈຸບັນ​ຍັງ​ບໍ່​ມີ​ວິທີ​ການ​ປິ່ນປົວ​ທີ່​ມີ​ປະ​ສິດ​ທິ​ພາບ ດັ່ງ​ນັ້ນ ການ​ກວດ​ພົບ​ພະຍາດ​ນີ້​ຕັ້ງ​ແຕ່​ແຮກ​ເລີ່ມ ຫລື​ແມ່ນ​ກະ​ທັ່ງ​ການ​ກວດ​ລັກສະນະ​ອາການ​ຂອງ MCI ຕະຫລອດ​ຈົນ​ພັດທະນາ​ການ​ສູ່​ພະຍາດ​ອັນ​ໄຊ​ເມີລ໌ ກໍ​ອາດຈະ​ເປັນ​ຂັ້ນ​ຕອນ​ທີ່​ມີ​ຄວາມ​ສຳຄັນ​ບໍ່​ນ້ອຍ ພະຍາດ​ເຫລົ່າ​ນີ້​ມີ​ຜົນ​ກະທົບ​ມາ​ຈາກ​ຫລາຍ​ປັດ​ໄຈ ໜຶ່ງ​ໃນ​ນັ້ນ​ກໍ​ຄື​ອາຫານ​ທີ່​ເຮົາ​ທານ​ກັນ​ຢູ່​ທຸກ​ມື້​ນີ້ ແລະ​ແນ່ນອນ​ວ່າ ກາ​ເຟ​ກໍ​ເປັນ​ໜຶ່ງ​ໃນ​ເຄື່ອງ​ດື່ມ​ຍອດ​ຮິດ​ສຳລັບ​ຄົນ​ທົ່ວ​ໂລກ​ຫລາຍ​ລ້ານ​ຄົນ ແລະ​ມີ​ຢູ່​ບໍ່​ນ້ອຍ​ທີ່​ມີ​ອາການ​ຕິດ​ຄາ​ເຟ​ອີນ ສານ​ທີ່​ກໍ່​ໃຫ້​ເກີດ​ການ​ກະຕຸ້ນ​ປະສາດ​ແລະ​ຊ່ວຍ​ພັດທະນາ​ລະບົບ​ການ​ຮັບ​ຮູ້​ນຶກ​ຄິດ​ໃນ​ລະຫວ່າງ​ມື້

ນອກ​ຈາກ​ເຄື່ອງ​ດື່ມ​ທີ່​ມີ​ກາ​ເຟ​ຈະ​ມີ​ຜົນ​ໃນ​ໄລ​ຍະ​ສັ້ນ​ແລ້ວ ຍັງມີ​ງານ​ວິ​ໄຈ​ພົບ​ວ່າ​ກາ​ເຟ ຊາ ຫລື​ເຄື່ອງ​ດື່ມ​ທີ່​ປະສົມ​ຄາ​ເຟ​ອີນ​ນັ້ນ​ມີ​ຜົນ​ກະທົບ​ໃນ​ໄລ​ຍະ​ຍາວ​ດ້ວຍ ອາດຈະ​ຊ່ວຍ​ປ້ອງ​ກັນ​ການ​ເສື່ອມ​ສະພາບ​ທາງ​ລະບົບ​ການ​ຮັບ​ຮູ້ ຄວາມ​ຈຳ​ເສື່ອມ ແລະ​ພະຍາດ​ອື່ນໆ​ອີກ

ແຕ່​ສິ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ການ​ວິ​ໄຈ​ເທື່ອ​ນີ້​ຄື ນັກ​ວິ​ໄຈ​ໄດ້​ພົບ​ວ່າ​ໃນ​ກຸ່ມ​ຄົົນທີ່​ມີ​ລະບົບ​ປະສາດ​ປົກກະຕິ ເມື່ອ​ປ່ຽນ​ພຶດຕິກຳ​ຕົວ​ເອງ​ມາ​ດື່ມ​ກາ​ເຟ​ເລື້ອຍ​ຂຶ້ນ (ດື່ມ​ຫລາຍ​ຂຶ້ນ​ໜຶ່ງ​ແກ້ວ​ຕໍ່​ມື້) ກັບ​ມີ​ອັດຕາ​ການ​ເກີດ​ຂອງ​ພະຍາດ MCI ຫລາຍ​ຂຶ້ນ​ເຖິງ 2 ເທົ່າ​ເມື່ອ​ທຽບ​ກັບ​ຄົົນທີ່​ດື່ມ​ກາ​ເຟ​ລຸດລົງ (ດື່ມ​ນ້ອຍ​ກວ່າ​ໜຶ່ງ​ແກ້ວ​ຕໍ່​ມື້) ແລະ​ມີ​ຄວາມ​ສ່ຽງ​ຫລາຍກວ່າ​ຜູ້​ທີ່​ດື່ມ​ເທົ່າ​ເດີມ​ຄິດ​ເປັນ 1.5 ເທົ່າ ຍິ່ງ​ໄປ​ກວ່າ​ນັ້ນ ພຶດຕິກຳ​ການ​ດື່ມ​ໃນ​ປະລິມານ​ປົກກະຕິ (ປະ​ມານ 1-2 ແກ້ວ​ຕໍ່​ມື້) ນັ້ນ​ຊ່ວຍ​ລຸດ​ການ​ເກີດ MCI ກວ່າ​ຄົົນທີ່​ບໍ່​ດື່ມ​ຫລື​ບໍ່​ຄ່ອຍ​ດື່ມ​ກາ​ເຟ​ເລີຍ ແຕ່​ເມື່ອ​ທຽບ​ລະຫວ່າງ​ຜູ້​ທີ່​ດື່ມ​ຫລາຍ​ໆ (ຫລາຍກວ່າ 2 ແກ້ວ​ຕໍ່​ມື້) ກັບ​ຜູ້​ທີ່​ບໍ່​ດື່ມ​ເລີຍ ກັບ​ບໍ່​ໄດ້​ພົບ​ຄວາມ​ສຳພັນ​ໃດໆ​ກັບ​ອາການ MCI ເລີຍ

“ການ​ຄົ້ນ​ພົບ​ເທື່ອ​ນີ້​ເປັນ​ການ​ຄົ້ນ​ພົບ​ທີ່​ບອກ​ເຮົາ​ວ່າ ລະບົບ​ການ​ຮັບ​ຮູ້​ຂອງ​ຜູ້​ສູງ​ອາ​ຍຸ​ທີ່​ບໍ່​ເຄີຍ​ດື່ມ​ກາ​ເຟ​ຫລື​ດື່ມ​ແຕ່​ນ້ອຍ​ກັບ​ຜູ້​ທີ່​ເພີ່ມ​ປະລິມານ​ກາ​ເຟ​ທີ່​ດື່ມ​ນັ້ນ​ຈະ​ມີ​ຄວາມ​ສ່ຽງ​ຕໍ່​ການ​ພັດທະນາ​ເປັນ​ພະຍາດ MCI ທີ່​ຫລາຍ​ຂຶ້ນ ດັ່ງ​ນັ້ນ ການ​ດື່ມ​ແຕ່​ພໍ​ດີ​ແລະ​ສະ​ໝ່ຳ​ສະເໝີ​ຈະ​ຊ່ວຍ​ປ້ອງ​ກັນ​ລະບົບ​ປະສາດ​ບໍ່​ໃຫ້ເປັນ​ພະຍາດ MCI ໄດ້ ເຊີ່ງ​ຖື​ວ່າ​ສອດ​ຄ້ອງ​ກັບ​ງານ​ວິ​ໄຈ​ກ່ອນ​ຫນ້າທີ່​ກ່ຽວ​ຂ້ອງ​ກັບ​ຜົນ​ກະທົບ​ຂອງ​ການ​ດື່ມ​ກາ​ເຟ ຊາ ແລະ​ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ​ໃນ​ໄລ​ຍະ​ຍາວ​ທີ່​ພົບ​ວ່າ​ເຄື່ອງ​ດື່ມ​ເຫລົ່າ​ນີ້​ຊ່ວຍ​ປ້ອງ​ກັນ​ລະບົບ​ປະສາດ​ບໍ່​ໃຫ້ເປັນ​ພະຍາດ​ຄວາມ​ຈຳ​ເສື່ອມ” ດຮ. ວິນ​ເຊນ​ໂກ ໂຊນ​ຟຣິ​ຊະ​ຊີ ແລະ ດຮ. ຟຣານ​ເຊດ​ໂກ ແພນ​ຊາ ແຫ່ງ​ມະຫາ​ວິທະຍາ​ໄລ​ບາ​ລີ ອັນ​ໂດ ໂມ​ໂລ ແຫ່ງ​ອິ​ຕາ​ລີ ເຜີຍ

ໃນ​ການສຶກສາ​ເທື່ອ​ນີ້ ນັກ​ວິ​ໄຈ​ຢາກ​ຈະ​ຮູ້​ກົນ​ໄກ​ທີ່​ຢູ່​ເບື້ອງ​ເລິກ​ເບື້ອງ​ຫລັງ​ຂອງ​ຜົນ​ຂອງ​ການ​ດື່ມ​ກາ​ເຟ​ຕໍ່​ການ​ປ້ອງ​ກັນ​ລະບົບ​ປະສາດ​ບໍ່​ໃຫ້​ເສື່ອມ ໃນ​ໄລ​ຍະ​ຍາວ​ນັ້ນ​ການ​ດື່ມ​ກາ​ເຟ​ຈະ​ປິ່ນປົວ​ສົມ​ດຸນ​ຂອງ​ລະບົບ Adenosine ຈະ​ຊ່ວຍ​ຫລຸດ​ຜົນ​ກະທົບ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ “ແອ​ມີ​ລອຍບີ​ຕາ” ​ທີ່​ເປັນ​ອົງ​ປະກອບ​ຫລັກ​ຂອງ​ຄາບ​ທີ່​ໄປ​ເກາະ​ໃນ​ສະໝອງ​ຜູ້​ປ່ວຍ​ພະຍາດ​ອັນ​ໄຊ​ເມີລ໌ ໃນ​ຄວາມ​ເປັນ​ຈິງ​ແລ້ວ ການ​ດື່ມ​ກາ​ເຟ​ເອງ​ກໍ​ຊ່ວຍ​ລຸດ​ລະ​ດັບ​ຂອງ​ແອ​ມີ​ລອຍ​ບີ​ຕາ​ໃນ​ສະໝອງ​ທີ່​ເປັນ​ພະຍາດ​ອັນ​ໄຊ​ເມີລ໌​ທັງ​ໃນ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ຍາວ ເຮັດໃຫ້​ເກີດ​ການ​ຄືນ​ຄວາມ​ຊົງ​ຈຳ​ແລະ​ພະຍາດ​ອັນ​ໄຊ​ເມີລ໌​​ເລີ່ມ​ຫາຍ​ໄປ

ນັກ​ວິ​ໄຈ​ຕັ້ງ​ສົມມຸດ​ວ່າ ສົມ​ດຸນ​ຂອງ​ສ່ວນ​ປະກອບ​ຍ່ອຍ​ຂອງ​ລະບົບ Adenosine ອັນ​ປະກອບ​ໄປ​ດ້ວຍ Adenosine A1 receptors (A1Rs) ແລະ Adenosine A2A receptors (A2ARs) ນັ້ນ ໜ້າ​ຈະ​ມີ​ຄວາມ​ສຳຄັນ​ຕໍ່​ລະບົບ​ປະສາດ ຫາກ​ສົມ​ດຸນ​ນີ້​ສູນ​ເສຍ​ໄປ ເຊັ່ນ ກະຕຸ້ນ​ຫລາຍ​ຫລື​ນ້ອຍ​ໄປ ຈະ​ເຮັດໃຫ້​ລະບົບ​ຄວາມ​ຊົງ​ຈຳ​ເສຍ​ຫາຍ​ໄປ

ນັກ​ວິ​ໄຈ​ເຊື່ອ​ວ່າ ເມື່ອ​ຄາ​ເຟ​ອີນ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຊົງ​ຈຳ​ເສື່ອມ​ໄປ​ກໍ​ໝາຍ​ຄວາມ​ວ່າ​ຄາ​ເຟ​ອີນ​ກໍ​ໜ້າ​ຈະ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ A2ARs ຫລາຍກວ່າ A1Rs ເພາະ​ສົມມຸດ​ນີ້​ສາມາດ​ອະທິບາຍ​ໄດ້​ບາງ​ສ່ວນ​ວ່າ ເຫດ​ໃດ​ຄົົນທີ່​ບໍ່​ດື່ມ​ກາ​ເຟ​ກັບ​ດື່ມ​ກາ​ເຟ​ຫລາຍ​ໄປ​ຈຶ່ງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ມີ​ອາການ MCI ຫລາຍ ໃນ​ຂະນະ​ທີ່​ການ​ດື່ມ​ກາ​ເຟ​ຢ່າງ​ປານ​ກາງ​ນັ້ນ​ກັບ​ຊ່ວຍ​ໃຫ້​ຄວາມ​ຊົງ​ຈຳ​ຂອງ​ເຮົາ​ດີ​ຂຶ້ນ ຂະນະ​ທີ່​ການ​ດື່ມ​ຫລາຍ​ນັ້ນ​ເຮັດໃຫ້​ຄວາມ​ຊົງ​ຈຳ​ຮ້າຍກວ່າເກົ່າ ແຕ່​ຍັງ​ຄົງ​ຕ້ອງ​ມີ​ການສຶກສາ​ເພິ່ມເຕິມ​ເພື່ອ​ຫາ​ຄຳ​ຕອບ​ທີ່​ແທ້​ຈິງ​ຕໍ່ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...