Homeຂ່າວຕ່າງປະເທດລືສະໜັ່ນ!! ຂຸດພົບ ‘ກະໂຫລກເອລ່ຽນ’ ໃກ້ສະໂຕນເຮນຈ໌ ອາຍຸ 6 ພັນປີ

ລືສະໜັ່ນ!! ຂຸດພົບ ‘ກະໂຫລກເອລ່ຽນ’ ໃກ້ສະໂຕນເຮນຈ໌ ອາຍຸ 6 ພັນປີ

Published on

ພົບ​ກະ​ໂຫລກ​ປິດ​ສະໜາ ໃນ​ຍຸກ​ບູຮານ ບໍລິເວນສະ​ໂຕນ​ເຮນ ອະນຸສອນ​ສະຖານ​ ຍຸກ​ກ່ອນ​ປະຫວັດສາດ ໃນ​ປະເທດລັດ​ເຊຍ ເຊີ່ງ​ຄາດ​ວ່າ​ໜ້າ​ຈະ​ມີ​ອາ​ຍຸ​ເກົ່າ​ແກ່​ກວ່າ 4,000 ປີ ກ່ອນ ຄ.

กะโหลกเอเลี่ยน,หัวเอเลี่ยน,หัวกระโหลกมนุษย์ต่างดาว,รัสเซีย,สโตนเฮนจ์

ວັນທີ່ 27 ທີ່ຜ່ານມາ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ ການ​ຂຸດ​ພົບ​ກະ​ໂຫລກ​ປິດ​ສະໜາ ໃນ​ຍຸກ​ບູຮານ ບໍລິເວນ​ສະ​ໂຕນ​ເຮນ ອະນຸສອນ​ສະຖານ ​ຍຸກ​ກ່ອນ​ປະຫວັດສາດ ກາງ​ທຸ່ງ​ລາບ​ກວ້າງ​ໃຫຍ່​ເທິງ​ທົ່ງຮາບ​ຊອນບຣີ ໃນ​ປະເທດ​ລັດ​ເຊຍ ເຊີ່ງ​ຄາດ​ວ່າ​ໜ້າ​ຈະ​ມີ​ອາ​ຍຸ​ເກົ່າ​ແກ່​ກວ່າ 4,000 ປີ ກ່ອນ​ ຄ.ສ

ແຕ່​ທີ່​ໜ້າ​ປະ​ຫລາດ​ໃຈ​ກໍ​ຄື ຫົວ​ກະ​ໂຫລກ​ຂອງ​ໂຄງ​ກະດູກ​ດັ່ງ​ກ່າວ ມີ​ຄວາມ​ແຕກ​ຕ່າງ​ໄປ​ຈາກ​ຫົວ​ກະ​ໂຫລກ​ຂອງ​ມະນຸດ​ທົ່ວ​ໆ​ໄປ ໂດຍ​ໄດ້​ມີ​ການ​ສະແດງ​ຄວາມ​ຄິດ​ເຫັນ​ວ່າ​ກະ​ໂຫລກ​ນີ້​ອາດ​ເປັນ​ຂອງ​ມະນຸດ​ຕ່າງ​ດາວ ຂະນະ​ທີ່​ບາງ​ຝ່າຍ​ໃຫ້​ຄວາມ​ເຫັນ​ວ່າ​ເປັນ​ຫົວ​ກະ​ໂຫລກ​ມະນຸດ​ຂອງ​ຊົນ​ເຜົ່າ​ແປກ​ພິເສດ

ທັງ​ນີ້​ທັງ​ນັ້ນ ກະ​ໂຫລກ​ທີ່​ພົບ ມີ​ຄວາມ​ຄ້າຍ​ຄືກັບ​ກະ​ໂຫລກ​ມະນຸດ​ແຕ່​ມີ​ລັກສະນະ​ຍາວ​ກວ່າ ຮູບ​ຮ່າງ​ຄືກັບ​ໄຂ່ ເຊີ່ງ​ຜູ້​ຊ່ຽວຊານ​ດ້ານ​ UFO ໃຫ້​ຄວາມ​ສົນ​ໃຈ​ກັບ​ກະ​ໂຫລ​ກ​ນີ້​ແລະ​ຢືນຢັນ​ວ່າ​ນິ້ເປັນ​ຫລັກ​ຖານ​ຂອງ​ມະນຸດ​ຕ່າງ​ດາວ​ທີ່​ເຄີຍ​ມາ​ເຍືອນ​ໂລກ​ເທື່ອ​ໜຶ່ງ

ສ່ວນ​ທາງ​ດ້ານ​ນັກ​ບູຮານຄະດີ​ໄດ້​ຢືນຢັນ​ວ່າ​ຫົວ​ກະ​ໂຫລກ​ນີ້​ເປັນ​ຂອງ​ມະນຸດ​ເພດ​ຍິງ​ເມື່ອ 4,000 ປີ​ກ່ອນ​ ຄ.ສ ​ຫົວ​ກະ​ໂຫລກ​ນີ້​ຈຶ່ງ​ມີ​ຄວາມ​ຍາວ​ກວ່າ​ກະ​ໂຫລກ​ມະນຸດ​ໃນ​ປະຈຸບັນ

ໂດຍ​ນັກ​ວິ​ໄຈ​ນາມ​ວ່າ ມາ​ເລຍ ມາກຸ ​ໂລ​ວາ ໄດ້​ເປີດ​ເຜີຍ​ຜ່ານ ສື່ ລັດ​ເຊຍ ເອດ​ເອດ ກະ​ໂຫລກ​ນີ້​ຖືກ​ເກັບ​ຮັກສາ​ສະພາບ​ໄວ້​ເປັນ​ຢ່າງ​ດີ ແລະ​ອາດຈະ​ເປັນ​ມະນຸດ​ຂອງ​ເຜົ່າ​ທີ່​ອາໄສ​ໃນ​ບໍລິເວນ​ເມືອງ​ອາ​ເຄມ ໃກ້​ເມືອງ​ເຊນ​ຢາ​ບິ​ນກ໌ ໃນ​ພາກ​ກາງ​ຂອງ​ລັດ​ເຊຍ ເຊີ່ງ​ເຜົ່າ​ນີ້​ມີ​ປະເພນີ​ມັດ​ຫົວ​ຜູ້​ທີ່​ຍັງ​ຢູ່ໃນ​ໄວ​ຫນຸ່ມ ເພື່ອ​ໃຫ້​ຫົວ​ຍາວ​ຜິດ​ຮູບ​ຊົງ ເນື່ອງ​ຈາກ​ເປັນ​ປະເພນີ​ປະຈຳ​ຊົນ​ເຜົ່າ

ຢ່າງໃດ​ກໍ​ຕາມ​ຈາກ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ວິທະຍາ​ສາດ ຄາດ​ການວ່າ​ຫົວ​ກະ​ໂຫລກ​ຫົວ​​ນີ້ ອາດຈະ​ມາ​ຈາກ​ມະນຸດ​ໃນ​ຊ່ວງ​ທົດສະ​ວັດ​ທີ່ 2 ຫລື 3

ທັງ​ນີ້ ເຊື່ອ​ວ່າ​ສະ​ໂຕນ​ເຮນຈ໌​ຂອງ​ລັດ​ເຊຍ​ຖືກ​ສ້າງ​ 4,000 ປີ​ກ່ອນ​ ຄ.ສ ສ່ວນ​ບໍລິເວນ​ແຖບ​ອາ​ເຄມ​ຖືກ​ຄົ້ນ​ພົບ​ໃນ​ປີ 1987 ແລະ​ກາຍ​ເປັນ​ບູຮານ​ສະຖານ​ສຳຄັນ​ສຳລັບ​ການສຶກສາ​ຍຸກ​ສຳ​ລິດ

 

ບົດຄວາມຫຼ້າສຸດ

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...