spot_img
Homeປ່ອງຢ້ຽມດວງດາວເປັນຫຍັງສິ່ງມີຊີວິດບໍ່ເກີດເທິງດາວສຸກ?

ເປັນຫຍັງສິ່ງມີຊີວິດບໍ່ເກີດເທິງດາວສຸກ?

Published on

http://www.vcharkarn.com/media/images/

ນັບ​ວ່າ​ເປັນ​ໂຊ​ກດີ​ທີ່​ໂລກ​ຢູ່ໃນ​ບໍລິເວນ​ທີ່​ເໝາະ​ກັບ​ການ​ດຳ​ລົງ​ຢູ່​ຂອງ​ສິ່ງ​ມີ​ຊີວິດ ໃນ​ຂະນະ​ທີ່​ເພື່ອນ​ບ້ານ​ຢ່າງ​ດາວ​ສຸກ​ແລະ​ດາວ​ອັງ​ຄານ​ບໍ່​ໄດ້​ຢູ່ໃນ​ບໍລິເວນ​ທີ່​ເໝາະ ແມ່ນ​ດາວ​ສຸກ​ຈະ​ມີ​ລັກສະນະ​ທາງ​ກາຍະພາບ​ທີ່​ຄ້າຍ​ກັບ​ໂລກ ແຕ່​ໃນ​ຄວາມ​ເປັນ​ຈິງ ບັນ​ຢາ​ກາດ​ເທິງ​ດາວ​ສຸກ​ຍັງ​ຮ້ອນ​ຈົນ​ບໍ່​ສາມາດ​ມີ​ສິ່ງ​ມີ​ຊີວິດ​ຢູ່​ໄດ້ ແລ້ວ​ເປັນຫຍັງ​ໂລກ​ຈຶ່ງ​ໂຊ​ກດີ​ຂະໜາດ​ນັ້ນ

ງານ​ວິ​ໄຈ​ຊິ້ນ​ລ່າ​ສຸດ​ທີ່​ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ Nature Geoscience  ຊີ້​ແຈງວ່າ ທຳອິດເປືອກ​ຂອງ​ໂລກ​ນັ້ນ​ອຸດົມ​ໄປ​ດ້ວຍ​ທາດ​ທີ່​ປ່ອຍ​ຄວາມ​ຮ້ອນ​ແລະ​ກຳ​ມັນ​ຕະ​ລັງສີ ​ອອກ​ມາ ເຊັ່ນ ຍູ​ເລ​ນຽມ​ແລະ​ໂພ​ແຕດ​ຊຽມ ຈາກ​ນັ້ນ ເປືອກ​ໂລກ​ຖືກ​ກັດ​ກ່ອນ​ແລະ​ຫາຍ​ໄປ​ສູ່​ອາວະ​ກາດ​ເມື່ອ​ອຸກ​ກາ​ບາ​ດ​ຕົກລົງເຂົ້າ​ໃສ່​ໂລກ​ໃນ​ຍຸກ​ທຳອິດ ປາກົດ​ການ​ນີ້​ເອງ​ທີ່​ເຮັດໃຫ້​ໂລກ​ມີ​ໂຄງ​ສ້າງ​ເລີ່ມ​ຕົ້ນ​ແຕກ​ຕ່າງ​ກັບ​ດາວ​ສຸກ ແລະ​ເຮັດໃຫ້​ມີ​ອົງປະກອບ​ເປັນ​ຢ່າງ​​ທຸກ​ມື້​ນີ້

ນັກ​ວິ​ໄຈ​ທີ່​ມະຫາ​ວິທະຍາ​ໄລ​ບິ​ຕິດ​ໂຄ​ລຳ​ເບຍ ແລະ​ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍ​ເນຍ ຊານ​ຕາ ບາລ໌​ບາ​ລາ ຊີ້ແຈງ​ວ່າ ການ​ຫາຍ​ໄປ​ຂອງ​ທາດ​ຍູ​ເລ​ນຽມ​ແລະ​ໂພ​ແຕດ​ຊຽມ ຊ່ວຍ​ບົ່ງ​ບອກ​ວິວັດທະນາການ​ຂອງ​ແຜ່ນ​ເປືອກ​ໂລກ ສະ​ໜາມ​ແມ່​ເຫລັກ ແລະ​ສະພາບ​ອາ​ກາດ​ໃນ​ເວລາ​ຕໍ່​ມາ​ໄດ້

“ເຫດການ​ທີ່​ບອກ​ເຖິງ​ການ​ກໍ່​ຕົວ​ແລະ​ອົງ​ປະກອບ​ຊ່ວງ​ທຳອິດ​ຂອງ​ໂລກ ເຮັດໃຫ້​ເຮົາ​ຮູ້​ປະຫວັດ​ຂອງ​ແຜ່ນ​ເປືອກ​ໂລກ ສະ​ໜາມ​ແມ່​ເຫລັກ ແລະ​ສະພາບ​ອາ​ກາດ​ຂອງ​ໂລກ​ໃນ​ເວລາ​ຕໍ່​ມາ ທຸກ​ຢ່າງ​ທີ່ເກິດຂື້ນ​ຕາມ​ມາ​ລ້ວນ​ແລ້ວ​ແຕ່​ເຮັດໃຫ້​ໂລກ​ເປັນ​ແບບ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່​ໄດ້​ໃນ​ທຸກ​ມື້​ນີ້ ເຫດການ​ເຫລົ່າ​ນີ້​ເອງ​ທີ່​ເຮັດໃຫ້​ໂລກ​ແຕກ​ຕ່າງ​ໄປ​ຈາກ​ດາວ​ເຄາະ​ດວງ​ອື່ນໆ” ສາດ​ສະດາ​ຈານມາກ ເຍນ​ລິ​ເນັກ ແຫ່ງ​ມະຫາ​ວິທະຍາ​ໄລ​ບິ​ຕິດ​ໂຄ​ລຳ​ເບຍ​ເຜີຍ

ການ​ເຄື່ອນ​ຕົວ​ຂອງ​ແຜ່ນ​ເປືອກ​ໂລກ​ນັ້ນ​ເຮັດໃຫ້​ພື້ນ​ຜິວ​ຂອງ​ໂລກ​ປ່ຽນ​ໄປ​ຕະຫລອດ​ເວລາ ຊ່ວຍ​ເຮັດໃຫ້​ຊັ້ນ​ແມນ​ເທີນ​ທີ່​ຢູ່​ຂ້າງ​ໃຕ້​ເຢັນ​ຕົວ ເຮັດໃຫ້​ສະ​ໜາມ​ແມ່​ເຫລັກ​ຄົງ​ຢູ່​ໄດ້ ແລະ​ເກີດ​ພູເຂົາ​ໄຟ​ລະ​ເບີດ ພູເຂົາ​ໄຟ​ທີ່​ລະ​ເບີດ​ນີ້​ກໍ​ຊ່ວຍ​ປ່ອຍ​ແກ໋ດ​ເຮືອນ​ກະ​ຈົກ​ຈາກ​ທີ່​ຢູ່​ໃຕ້​ຜິວ​ດວງ​ດາວ​ໃຫ້​ຂຶ້ນ​ມາ​ຢູ່​ເທິງ​ຊັ້ນ​ບັນ​ຍາກ​າດ ຈົນ​ເຮັດໃຫ້​ໂລກ​ມີ​ລັກສະນະ​ທີ່​ແຕກ​ຕ່າງ​ໄປ​ຈາກ​ດາວ​ເຄາະ​ຫິນ​ແຂງ​ອື່ນໆ

ດາວ​ສຸກມີ​ລັກສະນະ​ຄ້າຍ​ກັບ​ໂລກ​ໃນ​ເລື່ອງ​ຂອງ​ຂະໜາດ ຄວາມ​ໜາແໜ້ນ ແຮງ​ໂນ້ມ​ຖ່ວງ ແລະ​ສ່ວນ​ປະກອບ​ກໍ​ຈິງ ແຕ່​ໂລກ​ນັ້ນ​ມີ​ຄວາມ​ສະຖຽນ​ແລະ​ມີ​ສະພາບ​ອາ​ກາດ​ທີ່​ເໝາະ​ກັບ​ການ​ດຳ​ລົງ​ຢູ່​ຂອງ​ສິ່ງ​ມີ​ຊີວິດ​ຫລາຍກວ່າ ດາວ​ສຸກ​ມີ​ບັນ​ຢາ​ກາດ​ທີ່​ປັ່ນ​ປ່ວນ ເຕັມ​ໄປ​ດ້ວຍ​ຄາບອນ​ໄດອອກໄຊ ​ໜາ ​ແລະ​ ມີ​ອຸນຫະພູມ​ສູງ​ເຖິງ 470 ອົງ​ສາ​ ໃນ​ງານ​ວິ​ໄຈ​ນີ້ ສາສະ​ດາ​ຈານ​ເຍນ​ລິ​ເນັກ​ແລະ​ຮອງ​ສາສະ​ດາ​ຈານ​ແມັດ ແຈັກ​ສັນ​ແຫ່ງ​ມະຫາ​ວິທະຍາ​ໄລ​ແຄ​ລິຟໍ​ເນຍ​ຊ່ວຍ​ກັນ​ອະທິບາຍ​ວ່າ​ຍ້ອນຫຍັງ​ດາວ​ເຄາະ​ທັງ​ສອງ​ດວງ​ຈຶ່ງ​ມີ​ວິວັດທະນາການ​ທີ່​ແຕກ​ຕ່າງ​ກັນ

“ໂລກ​ອາດຈະ​ຈົບ​ເປັນ​ແບບ​ດາວ​ສຸກ​ໄດ້​ງ່າຍໆ​ເລີຍ ແຕ່​ສິ່ງ​ທີ່​ເຮັດໃຫ້​ສົມ​ດຸນ​ຂອງ​ດາວ​ທັງ​ສອງ​ດວງ​ຕ່າງ​ກັນ​ກໍ​ຄື ການ​ຈີກ​ຂອງ​ເປືອກ​ດາວ​ນັ້ນ​ເອງ​ທີ່​ແຕກ​ຕ່າງ​ກັນ”

ເມື່ອ​ມີ​ການ​ກັດ​ກ່ອນ​ທີ່​ນ້ອຍ​ກວ່າ ດາວ​ອັງ​ຄານ​ຈຶ່ງ​ເຢັນ​ຕົວ​ລົງ​ເປັນ​ຊ່ວງໆ​ແລະ​ມີ​ພູເຂົາ​ໄຟ​ລະ​ເບີດ​ເລື້ອຍ​ຫລາຍເທື່ອ ເຮັດໃຫ້​ສະພາບ​ອາ​ກາດ​ປ່ຽນ​ໄປ​ມາ​ເປັນ​ເວລາ​ຫລາຍ​ພັນ​ລ້ານ​ປີ

“ເຮົາ​ຮູ້ວ່າ​ການ​ກັດ​ກ່ອນ​ນີ້​ເກີດ​ຂຶ້ນ​ກັບ​ໂລກ ແລະ​ເຮົາ​ກໍ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ຜົນ​ກະທົບ​ຂອງ​ການ​ກັດ​ກ່ອນ​ນີ້​ເຮັດໃຫ້​ໂຄງ​ສ້າງ​ເລີ່ມ​ຕົ້ນ​ຂອງ​ໂລກ​ເຮົາ​ເປັນ​ຢ່າງໃດ ແລະ​ເຮັດໃຫ້​ເກີດ​ວິວັດທະນາການ​ຕາມ​ມາ​ຢ່າງໃດ ຈົນກະທັ້ງ​ໂລກ​ເປັນ​ໂລກ​ທີ່​ພິເສດ​ຫລາຍ​ຢ່າງ​ທຸກ​ມື້​ນີ້”

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...