ຢາກອັບເກດ Windows 10 ແຕ່ບໍ່ເຫັນແຈ້ງເຕືອນໃຫ້ອັບເກດຟຣີ ຈະເຮັດຢ່າງໃດ?

fix-computer-to-windows10-upgrade-notification-appear-02

ເຊື່ອ​ວ່າ​ຜູ້​ໃຊ້​ຄອມພິວເຕີ​ລະບົບ​ປະຕິບັດການ Windows 7 , Windows 8 , Windows 8.1 ຢາກ​ຈະ​ອັບ​ເກດ​ສູ່ Windows 10 ແທ້ ເຫັນ​ເຄື່ອງ​ຄົນ​ອື່ນ​ໄດ້​ຕົວ​ແຈ້ງ​​ອັບ​ເກດ​ຟຣີ​ໄປ​ແລ້ວ ແຕ່​ເຄື່ອງ​ຄອມ​ເຮົາ​ໃຊ້ Windows ທີ່​ກົງ​ກັບ 3 ເວີ​ຊັ່ນ​ທີ່​ໄດ້​ອັບ​ເກດ​ຟຣີ​ເຊັ່ນ​ກັນ ແຕ່​ເປັນຫຍັງ​ເຮົາ​ບໍ່​ເຫັນ​ຕົວ​ແຈ້ງ​ເຕືອນ​ອັບ​ເກດ Windows 10 ຟຣີ​ເທິງ​ຄອມ​ຂອງ​ເຮົາ​ລະ.. ບົດ​ຄວາມ​ນີ້​ມີ​ຄຳ​ຕອບ​ໃຫ້​ເຈົ້າ​ແລ້ວ

ກໍລະນີ​ໃຊ້ Windows 7

ສາ​ເຫດ​ທີ່​ຕົວ​ເຕືອນ​ອັບ​ເກດ Windows 10 ຍັງ​ບໍ່​ປາກົດ​ເທິງ​ຄອມ​ຂອງ​ເຈົ້າ ອາດ​ເປັນ​ເພາະເຈົ້າ​ປິດ Automatic Updates ຢູ່ ດັ່ງ​ນັ້ນ​ຄວນ​ເປີດ​ການ​ອັບ​ເດດ ໂດຍ​ໄປ​ທີ່   Control Panel ຈາກ​ນັ້ນ​ຄລິກ System  ແລ້ວ​ເລືອກ​ທີ່ Automatic Updates ເຈົ້າ​ສາມາດ​ເລືອກ​ຕິດ​ຕັ້ງ​ອັບ​ເດດ​ແບບ​ອັດ​ໂນ​ມັດ (ໃຫ້​ຄອມ​ດຳ​ເນີນ​ດາວນ໌​ໂຫລດ​ຕິດ​ຕັ້ງ​ອັດ​ໂນ​ມັດໄດ້​ເລີຍ) ຫລື​ເຈົ້າ​ຄລິກ​ເພື່ອ​ໂຫລດ​ເອງ ໂດຍ​​ຄອມ​ຈະ​ແຈ້ງ​ວ່າ​ມີ​ຕົວ update ໃໝ່​ມາ​ຫລື​ຍັງ ຖ້າ​ມາ​ແລ້ວ​ເຈົ້າ​ຄລິກ​ດາວນ໌​ໂຫລດ​ຕິດ​ຕັ້ງ​ໄດ້

ແຕ່ Windows 7 ທີ່​ສາມາດ​ອັບ​ເກດ​ເປັນ Windows 10 ໄດ້​ຄອມ​ເຈົ້າ​ຕ້ອງ​ເປັນ Windows 7 SP1 ດ້ວຍ  ແລະ​ບາງ​ເວີລ໌​ຊັ່ນ​ຢ່າງ Windows 7 Enterprise ຍັງ​ບໍ່​ສາມາດ​ອັບ​ເດດ​ໄດ້

ທັງ​ນີ້​ການ​ອັບ​ເດດ​ຕ້ອງ​ຕິດ​ຕັ້ງ​ລະ​ຫັດ​ອັບ​ເດດ (3035583) ແລະ (2952664) ດ້ວຍ ບໍ່ດັ່ງນັ້ນ ຈະ​ບໍ່​ມີ​ແອບ​ແຈ້ງ​ເຕືອນ​ອັບ​ເກດ Windows 10 ຕິດ​ຕັ້ງ

ກໍລະນີ​ໃຊ້ Windows 8 , Windows 8.1

fix-computer-to-windows10-upgrade-notification-appear-03

ລອງ​ກວດ​ສອບ​ການ​ອັບ​ເດດ​ຂອງ​ເຈົ້າ​ອີກ​ເທື່ອ ເນື່ອງ​ຈາກ​ຄອມພິວເຕີ​ທີ່​ຕໍ່​ເນັດ​ສ່ວນ​ໃຫຍ່​ຈະ​ຕັ້ງ​ຄ່າ​ໃຫ້​ມີ​ການ​ອັບ​ເດດ​ລະບົບ​ອັດ​ໂນ​ມັດ (Automatic Updates ) ຫາກ​ເຈົ້າ​ຍັງ​ບໍ່​ໄດ້​ອັບ​ເດດ​ລະບົບ ຫລື ປິດ​ການ​ອັບ​ເດດ​ຢູ່ ເຂົ້າໄປ​ທີ່ Settings >> ເລືອກ Change PC Settings ຈາກ​ນັ້ນ​ເລືອກ Update and Recovery  >> ແລ້ວ​ຄລິກ​ທີ່ check now ແລ້ວ​ເລືອກ​ລາຍ​ການ​ຕິດ​ຕັ້ງ​ອັບ​ເດດ​ລ່າ​ສຸດ ແລ້ວ​ກໍ່ການ Reboot ເຄື່ອງ

fix-computer-to-windows10-upgrade-notification-appear-04

ຫາກ​ທຸກ​ຢ່າງ​ຮຽບຮ້ອຍ​ກໍ ຈະ​ປາກົດ​ໄອ​ຄອນ Windows ຢູ່​ບໍລິເວນ taskber ດ້ານ​ຂວາ (ແຖວໆ​ໂມງ) ກໍ​ຈະ​ລັນ​ໜ້າ​ແຈ້ງ​ເຕືອນ​ແລະ​ຮັບ​ສິດ​ທິ​ອັບ​ເກດ​ສູ່ Widows 10 ຟຣີ

ຫາກ​ເຈົ້າ​ເລືອກ​ຕິດ​ຕັ້ງ​ອັບ​ເດດ​ດ້ວຍ​ຕົນເອງ ເຈົ້າ​ຕ້ອງ​ຕິດ​ຕັ້ງ​ລະ​ຫັດ​ອັບ​ເດດ ( 2976978)ແລະ (3035583) ເຊີ່ງ​ເມື່ອ​ຫລັງ​ຕິດ​ຕັ້ງ​ທັງ 2 ຕົວ​ແລະ reboot ຮຽບຮ້ອຍ ຈະ​ມີ​ໜ້າ​ແຈ້ງ​ເຕືອນ​ອັບ​ເກດ​ສູ່ Windows 10 ແລ້ວ

ສຳລັບ ຜູ້​ໃຊ້ Windows 8/8.1 Enterprise, ຫລື Windows RT/RT 8.1, ບໍ່​ສາມາດ​ອັບ​ເດດ​ສູ່ Windows 10 ໄດ້

fix-computer-to-windows10-upgrade-notification-appear-01

ສຳລັບ​ຄອມ​ລຸ້ນ​ເກົ່າ​ກວ່າ Windows 7 ຢ່າງ Windows Xp , Windows Vista ຍັງ​ບໍ່​ສາມາດ​ອັບ​ເດດ​ໄດ້ຕ້ອງ​ອັບ​ເກດ​ລະບົບ​ໄປ​ຍັງ Windows 7 ກ່ອນ ແລ້ວ​ເຊັກ​ອັບ​ເດດ​ເທິງ Windows 7 ອີກ​ເທື່ອໜື່ງ ຢ່າງໃດ​ກໍ​ຕາມ​ຕ້ອງ​ເບີ່ງສະເປັກ​ຂັ້ນ​ຕ່ຳ​ທີ່ Windows 10 ເຮັດວຽກ ມາ​ທຽບ​ກັບ​ຄອມ​ຂອງ​ເຈົ້າ​ກ່ອນ​ອັບ​ເກດ​​ວ່າ​ຖ້າ​ອັບ​ແລ້ວ​ຄອມ​ເຈົ້າ​ເຮັດວຽກ​ໄຫວບໍ່